ຫ້ອງການເມືອງ ກອງພົນທີ 4 ສຸມໃສ່ການປັກດຳເຂົ້ານາປີ ໃຫ້ທັນກັບລະດູການ
ເວລາອອກຂ່າວ: 2026-07-10 09:13:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ການຍົກສູງນ້ຳໃຈ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເປັນອີກມາດຖານໜຶ່ງ ທີ່ເຮັດໃຫ້ ພະນັກງານ-ນັກຮົບໃນກົມກອງ ນັບມື້ຊີວິດການເປັນຢູ່ຕາມແບບ ແຜນ ແລະ ຂໍ້ກຳນົດ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ໂດຍສຸມໃສ່ວຽກງານ 4 ປູກ 4 ລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ. ເລີ່ມແຕ່ວັນທີ 6 ກໍລະກົດ 2026 ເປັນຕົ້ນມາ, ສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການ ເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ພັກ-ຄະນະຫ້ອງ, ບັນດາພະແນກ ການຕະຫຼອດຮອດພະນັກງານ-ນັກຮົບ ໄດ້ພ້ອມພຽງກັນສຸມໃສ່ການປັກດຳເຂົ້ານາປີ 2026 ໃຫ້ທ່ວງທັນກັບລະດູການ.
ຄະນະຊີ້ນຳການຜະລິດເຂົ້າ ນາປີ ຂອງຫ້ອງການເມືອງ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ພວກເຮົາໄດ້ ແບ່ງອອກເປັນ 2 ຈຸຄື: ຈຸທີ 1 ແມ່ນ ຈຸລົດໄຖ, ເຊິ່ງຈະໄດ້ໄຖ ແລະ ຄາດ ນາ ໃຫ້ສຳເລັດ, ສ່ວນຈຸທີ 2 ແມ່ນ ຫຼົກກ້າໃຫ້ໄດ້ຕາມແຜນການໂດຍ ກຳນົດເອົາ 1 ຄົນ ໃຫ້ໄດ້ 30 ມັດ ເພື່ອກະກຽມໃຫ້ແກ່ການປັກດຳເຂົ້ານາໃນມື້ຖັດໄປ, ໂດຍຈະເລັ່ງປັກດຳນາ ໃຫ້ສຳເລັດໃນທ້າຍເດືອນກໍລະກົດ 2026 ນີ້.
ສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ໄດ້ກ່າວວ່າ: ກ່ອນອື່ນ ຕ້ອງສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ທີ່ໄດ້ພ້ອມພຽງຮຽງໜ້າກັນ ສຸມໃສ່ຂະບວນການຜະລິດປັກດຳເຂົ້ານາປີ 2026 ຢ່າງເຕັມສ່ວນ ບົນພື້ນຖານຄວາມ ສາມັກຄີຢ່າງເປັນປຶກແຜ່ນ. ພ້ອມທັງຮຽກຮ້ອງໃຫ້ ພະນັກງານ-ນັກຮົບ ພ້ອມກັນສຸມເຫື່ອແຮງ, ກຳລັງວັງຊາຂອງຕົນ ເຂົ້າໃນການປັກດຳເຂົ້ານາປີ ໃຫ້ເຕັມເມັດເຕັມໜ່ວຍ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕໍ່ສະພາບອາກາດໃຫ້ໄດ້, ທັງເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະຂອງຕົນ ທີ່ຂັ້ນເທິ່ງມອບໝາຍໃຫ້ແລ້ວ ທັງສຸມໃສ່ການຜະລິດເຂົ້ານາປີ ໃຫ້ທ່ວງທັນກັບລະດູການ ເພື່ອພ້ອມກັນຍົກສູງ “ນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ຕາມທ່າແຮງບົ່ມ ຊ້ອນຂອງກົມກອງ ເຮັດໃຫ້ພະ ນັກງານ-ນັກຮົບ ນັບມື້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ໂດຍບໍ່ອີງໃສ່ແຕ່ເບ້ຍລ້ຽງຂອງຂັ້ນເທິງ ຕອບສະໜອງໃຫ້ພຽງແຕ່ດ້ານດຽວ.
ຂ່າວ: ສາຍນ້ຳ ເຊຈຳພອນ
ພາບ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















