ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ອົງການໄອຍະການທະຫານຂັ້ນສູງ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-10 14:50:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1038 | ຄວາມນິຍົມ:



ວັນທີ 10 ກໍລະກົດ 2026 ນີ້, ອົງການໄອຍະການທະຫານຂັ້ນສູງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ ອົງການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ຂັນເງີນ ຫຼວງລາດ ຫົວໜ້າຫ້ອງການ ອົງການໄອຍະການທະຫານຂັ້ນສູງ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມບຸກບືນຫ້າວຫັນ ແລະ ຄວາມຮັບຜິດຊອບສູງ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ພັກ-ລັດ ແລະ ປະເທດຊາດ, ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດກົດໝາຍ, ການດຳເນີນຄະດີອາຍາໃນຂົງເຂດທະຫານ ແມ່ນມີຄວາມຮັດກຸມ, ໂປ່ງໃສ, ຖືກຕ້ອງຕາມຂັ້ນຕອນກົດໝາຍ ແລະ ຂໍ້ກຳນົດຂອງກອງທັບ, ຮັບປະກັນໄດ້ຄວາມຍຸຕິທຳ ແລະ ຄວາມສະຫງົບຮຽບຮ້ອຍ. ພ້ອມທັງ ເອົາໃຈໃສ່ບຳລຸງຍົກລະດັບຄວາມຮູ້ຄວາມສາມາດດ້ານກົດໝາຍ ແລະ ວິຊາສະເພາະ ໃຫ້ແກ່ພະນັກງານໄອຍະການທະຫານຢ່າງຕໍ່ເນື່ອງ. ໃນກອງປະຊຸມ ຍັງໄດ້ປະກອບຄໍາຄິດຄໍາເຫັນ ໃສ່ເນື້ອໃນບົດສະຫຼຸບ ແລະ ໄດ້ຮັບຮອງເອົາທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ໂອກາດນີ້, ສະຫາຍ ພັນເອກ ລັດສະໝີ ຂັນອາສາ ໄດ້ໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານທົ່ວອົງການໄອຍະການທະຫານຂັ້ນສູງ ຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຍົກສູງສະຕິຕໍ່ລະບຽບວິໄນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ຂອງກອງປະຊຸມຄັ້ງນີ້ ໃຫ້ປາກົດຜົນເປັນຈິງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກອງທັບ ທີ່ຈະມາເຖິງໃນທ້າຍປີ 2026 ນີ້ຢ່າງມີບັນຍາກາດຟົດຟື້ນ. ໂດຍ: ສຸກສົງກາ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ