ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ລົງຊີ້ນຳ, ກວດກາ ແບບແຜນການຮຽນ-ການສອນ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງຈຳປາສັກ
ເວລາອອກຂ່າວ: 2026-07-10 15:00:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 993 | ຄວາມນິຍົມ:



‎ ວັນທີ 10 ກໍລະກົດ 2026 ນີ້, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບຊີ້ນຳການເຝິກອົບຮົມ ການທະຫານ-ການເມືອງ ໃຫ້ແກ່ລັດຖະກອນປ້ອງກັນຊາດ (ຄູອາສາ) ແລະ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຈຳປາສັກ ພ້ອມດ້ວຍຄະນະ ແລະ ວິຊາການ ທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ແລະ ກວດກາແບບແຜນການຮຽນ-ການສອນ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງຈຳປາສັກ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນການເຝິກອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ໃຫ້ມີຄວາມເປັນເອກະພາບ ແລະ ບັນລຸຄາດໝາຍທີ່ວາງໄວ້. ‎ ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ, ເປັນຕົ້ນແມ່ນການກະກຽມຄວາມພ້ອມດ້ານບຸກຄະລາກອນ, ຄູ-ອາຈານ, ຫຼັກສູດການຮຽນ-ການສອນ, ຕະຫຼອດຮອດການຮັບປະກັນດ້ານພະລາທິການ-ເຕັກນິກ ແລະ ສະຖານທີ່ເຝິກແອບຕົວຈິງ. ເຊິ່ງການລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ແບບແຜນການຮຽນ-ການສອນ, ການຄຸ້ມຄອງ ແລະ ການກວດກາ, ປະເມີນຜົນ ໃຫ້ມີຄວາມເປັນເອກະພາບກັນໃນທົ່ວສູນເຝິກອົບຮົມ ແລະ ໂຮງຮຽນການທະຫານທ້ອງຖິ່ນ ພ້ອມດຽວກັນນັ້ນ, ກໍເພື່ອຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຄົງຄ້າງ ເພື່ອຮ່ວມກັນປັບປຸງ, ແກ້ໄຂ, ຍົກສູງຄຸນນະພາບ ຂອງການເຝິກອົບຮົມ ໃຫ້ມີຄວາມເຂັ້ມງວດ, ເປັນລະບຽບຮຽບຮ້ອຍ ແລະ ສຳເລັດຕາມຄາດໝາຍ. ‎ ໂອກາດນີ້, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ, ຄູ-ອາຈານ ຕະຫຼອດຮອດນັກສໍາມະນາກອນທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ, ຍົກສູງຄວາມເປັນເຈົ້າການ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ກໍາແໜ້ນເນື້ອໃນບົດຮຽນ ແລະ ເຂັ້ມງວດຕໍ່ລະບຽບວິໃນຂອງກອງທັບ ເພື່ອເຮັດໃຫ້ບັ້ນເຝິກອົບຮົມຄັ້ງນີ້ ສຳເລັດດ້ວຍໝາກຜົນອັນຈົບງາມ ແລະ ຮັບປະກັນຄວາມປອດໄພ 100%. ‎ໂດຍ: ອາໄຊ (ໂທລະພາບກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ