ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ລັດຖະບານ ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ມີຄຸນນະພາບ
ເວລາອອກຂ່າວ: 2026-07-10 15:36:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 962 | ຄວາມນິຍົມ:



ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ຫຼາຍບັນຫາ ເພື່ອເຮັດໃຫ້ການສຶກສາ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ມີຄຸນນະພາບ ແລະ ເທົ່າທຽມກັບຕົວເມືອງ ທັງເປັນການດຶງດູດຈິດໃຈໃຫ້ເດັກນ້ອຍນັກຮຽນຢາກມາສຶກສາຮໍ່າຮຽນ ເພື່ອຫຼຸດຜ່ອນການປະລະການຮຽນ ແລະ ການອອກໂຮງຮຽນກາງປີ. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ໄດ້ຊີ້ແຈງຕໍ່ການຊັກຖາມ ຂອງສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ ຜ່ານມາ, ທີ່ສະພາແຫ່ງຊາດ ວ່າ: ຜົນສໍາເລັດ ແລະ ບົດຮຽນທີ່ສໍາຄັນ ຂອງການແກ້ໄຂບັນຫານັ້ນ ແມ່ນການປະກອບສ່ວນທີ່ສໍາຄັນ, ເປັນເຈົ້າການຂອງອໍານາດການປົກຄອງທ້ອງຖິ່ນ (ເມືອງ, ບ້ານ), ພໍ່ແມ່ຜູ້ປົກຄອງ ແລະ ອໍານວຍການ, ຄູ-ອາຈານແຕ່ລະແຫ່ງ. ໃນຕໍ່ໜ້າຄວນສຸມໃສ່ຕື່ມ ເຊັ່ນ: ສຸມໃສ່ການຂະຫຍາຍ ແລະ ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ທົ່ວເຖິງເຂດຫ່າງໄກສອກຫຼີກ, ສ້າງຄວາມຮູ້ໃຫ້ໂຮງຮຽນ ແລະ ຊຸມຊົນທ້ອງຖິ່ນໃນການຜະລິດກະສິກຳພາຍໃນບ້ານ ເພື່ອມາສະໜອງເປັນວັດຖຸດິບໃຫ້ແກ່ອາຫານທ່ຽງ ເພື່ອຄວາມຍືນຍົງ, ສົ່ງເສີມຄວາມຮູ້ດ້ານໂພຊະນາການ ແລະ ສຸຂະອະນາໄມ ແລະ ຄວາມປອດໄພຂອງອາຫານ ເພື່ອໃຫ້ເດັກມີສຸຂະພາບແຂງແຮງ ພ້ອມທີ່ຈະມາຮຽນ; ສຸມໃສ່ການປັບປຸງຫຼັກສູດການຮຽນ-ການສອນຊັ້ນກຽມປະຖົມ (ກຸ່ມຮຽນຜ່ານການຫຼິ້ນ, ຫຼັກສູດພັກແລ້ງ 10 ອາທິດ) ໃຫ້ເຊື່ອມຕໍ່ກັບ ປ1 ໂດຍສະເພາະໃນຊັ້ນປະຖົມ ກໍຄື ການຂະຫຍາຍການຮຽນຊັ້ນປະຖົມໃຫ້ມີຮອດຊັ້ນ ປ6 ເພື່ອສ້າງພື້ນຖານທີ່ເຂັ້ມແຂງ ໃຫ້ເດັກກ່ອນຂຶ້ນຮຽນໃນຊັ້ນມັດທະຍົມ; ສ້າງຄວາມເຂັ້ມແຂງໃຫ້ສູນການສຶກສານອກໂຮງຮຽນ ເພື່ອຮັບຮອງນັກຮຽນທີ່ຕົກລົ່ນ ແລະ ປະລະການຮຽນຈາກໃນລະບົບ ພ້ອມທັງ ເຝິກອົບຮົມວິຊາຊີບຂັ້ນພື້ນຖານ; ຊຸກຍູ້ການສ້າງຫ້ອງສະໝຸດ ໃຫ້ເປັນສູນການອ່ານ ແລະ ຮຽນຮູ້ ເພື່ອສ້າງບັນຍາກາດການຮຽນໃຫ້ໜ້າສົນໃຈ ແລະ ສົ່ງເສີມການສຶກສາຮຽນຮ່ວມ ເພື່ອໃຫ້ເດັກທຸກກຸ່ມ, ທຸກສະພາບຮ່າງກາຍ ແລະ ຊົນເຜົ່າ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ; ເພີ່ມທະວີການສະໜອງເບ້ຍລ້ຽງໃຫ້ນັກຮຽນຈາກຄອບຄົວທຸກຍາກ, ເດັກຂາດໂອກາດ ແລະ ນັກຮຽນພິການ ໃຫ້ໄດ້ຮັບການສຶກສາຢ່າງສະເໝີພາບ ລວມເຖິງການກໍ່ສ້າງຫໍພັກນັກຮຽນ ແລະ ສະໜອງສິ່ງອໍານວຍຄວາມສະດວກທີ່ຈໍາເປັນຢູ່ໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນອຸປະສັກໃນການເດີນທາງມາຮຽນ ແລະ ປ້ອງກັນການປະລະການຮຽນ; ຊຸກຍູ້ການມີສ່ວນຮ່ວມຂອງຊຸມຊົນ, ຜ່ານການເພີ່ມບົດບາດ ຂອງຄະນະພັດທະນາການສຶກສາຂັ້ນບ້ານ ໃຫ້ເຂົ້າມາມີສ່ວນຮ່ວມວາງແຜນພັດທະນາໂຮງຮຽນ ແລະ ຊຸກຍູ້ໃຫ້ສະຖາບັນຄອບຄົວ ຕິດຕາມລູກຫຼານບໍ່ໃຫ້ປະລະການຮຽນ. ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍປົກປ້ອງເດັກ ແລະ ວຽກງານຕ້ານການຄ້າມະນຸດໃນໂຮງຮຽນ ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ນັກຮຽນ; ຍົກສູງລະບົບການນິເທດພາຍໃນ ໂດຍສ້າງຄວາມເຂັ້ມແຂງໃຫ້ລະບົບກຸ່ມໂຮງຮຽນ ແລະ ສຶກສາ ຕາແສງ ເພື່ອລົງຕິດຕາມ, ຊ່ວຍເຫຼືອ ແລະ ປະເມີນຜົນການສອນຂອງຄູຢ່າງໃກ້ຊິດ; ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູ ທັງຊັ້ນກ່ອນໄວຮຽນ ຈົນເຖິງຊັ້ນມັດທະຍົມສຶກສາ ເພື່ອຍົກລະດັບຄວາມຮູ້ ແລະ ເຕັກນິກການສອນໃໝ່ໆ; ສະໜອງສື່ ແລະ ອຸປະກອນ ICT ໃຫ້ໂຮງຮຽນ ພ້ອມທັງສົ່ງເສີມໃຫ້ຄູຂັ້ນຮາກຖານ ສາມາດນໍາໃຊ້ແພັລດຟອມດີຈີຕອນ (ເຊັ່ນ: ຄັງປັນຍາລາວ) ເຂົ້າໃນການຮຽນການສອນ ແລະ ການພັດທະນາຕົນເອງ; ສ້າງສື່ການຮຽນ-ການສອນທາງດີຈີຕອນ ແລະ ແພລັດຟອມການຮຽນຮູ້ຕ່າງໆ ເພື່ອນໍາໃຊ້ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ; ຈັດຕັ້ງການປະເມີນຕົນເອງຂອງໂຮງຮຽນ ແລະ ນໍາໃຊ້ມາດຕະຖານຄຸນນະພາບການສຶກສາຂັ້ນພື້ນຖານພາກ 3 ຢ່າງເຂັ້ມງວດ ເພື່ອວັດແທກປະສິດທິພາບການສອນຂອງຄູ ທີ່ສົ່ງຜົນຕໍ່ການຮຽນຂອງນັກຮຽນ; ກໍານົດນະໂຍບາຍການສົ່ງເສີມ ແລະ ຍ້ອງຍໍຄູດີເດັ່ນ ແລະ ໂຮງຮຽນຕົວແບບ ເພື່ອສ້າງແຮງຈູງໃຈໃນການແຂ່ງຂັນພັດທະນາຜົນງານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ