ລັດຖະບານ ກຳນົດ 7 ຄາດໝາຍ 5 ວຽກຈຸດສຸມ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ
ເວລາອອກຂ່າວ: 2026-07-10 15:46:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 964 | ຄວາມນິຍົມ: ![]()
ໃນວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ໄດ້ກຳນົດ 7 ຄາດໝາຍ, 5 ວຽກຈຸດສູມ, 5 ທິດທາງ ແລະ 5 ຫຼັກການ ໃນການຈັດຕັ້ງປະຕິບັດ ເພື່ອສຸມໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.
ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການຄົ້ນຄວ້າ, ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບ “ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ” ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດ 2026 ນີ້ ວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ໄດ້ກຳນົດ 7 ຄາດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຄື: ສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 100.000 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 25 ເມືອງ. ໃນນີ້, ສ້າງບ້ານຈຸດສຸມຕົວແບບ ໃນການແກ້ໄຂຄວາມທຸກຍາກ ໃຫ້ໄດ້ຢ່າງໜ້ອຍແຂວງລະ 4-5 ບ້ານ; ສຸມໃສ່ສ້າງອາຊີບ ແລະ ແຫຼ່ງລາຍຮັບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ, ພ້ອມທັງ ເຂົ້າເຖິງການບໍລິການດ້ານສາທາລະນຸປະໂພກຂັ້ນພື້ນຖານ.
ພ້ອມນີ້, ສຸມໃສ່ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮັບໃຊ້ການດໍາລົງຊີວິດ; ສຸມໃສ່ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງ ໃຫ້ປະຊາຊົນບັນດາເຜົ່າ, ຫຼຸດຜ່ອນການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງ ຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດນໍາພາປະຊາຊົນ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ມີຄວາມມຸ່ງໝັ້ນໃນການພັດທະນາຕົນເອງ, ພັດທະນາບ້ານ ແລະ ຊຸມຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງໃຫ້ມີຂະບວນການ, ສ້າງວິຊາຊີບໃຫ້ຊາວໜຸ່ມໃນຮາກຖານໃຫ້ຫຼາຍຂຶ້ນ; ຂົນຂວາຍ ແລະ ຍາດແຍ່ງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາຊົນນະບົດຢ່າງມີຈຸດສຸມ, ບໍ່ເອື່ອຍອີງໃສ່ແຕ່ງົບປະມານຂອງລັດດ້ານດຽວ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ ແລະ ຮັດກຸມ.
ພ້ອມນີ້, ຍັງໄດ້ກຳນົດ 5 ວຽກຈຸດສຸມ ຄື: ສ້າງອາຊີບ ແລະ ແຫຼ່ງລາຍຮັບຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ; ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ຢູ່ເຂດຊົນນະບົດ; ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກໍາມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນບ້ານ; ຂົນຂວາຍ ແລະ ຍາດແຍ່ງ ສຸມການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກ ໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ລະອຽດ, ຈະແຈ້ງກວ່າເກົ່າ.
ສຳລັບທິດທາງ ຂອງວາລະແຫ່ງຊາດ ສະບັບນີ້ ໄດ້ກຳ ນົດ 5 ທິດທາງ ຄື: ເລັ່ງຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນຮູ້ທໍາມາຫາກິນແບບໃໝ່, ຈັດຕັ້ງການຜະລິດ ແລະ ຊຸກຍູ້ການຜະລິດກະສິກໍາ ແບບປະສົມປະສານ ເພື່ອໃຫ້ມີສະບຽງອາຫານພຽງພໍ ແລະ ກ້າວໄປສູ່ການຜະລິດເປັນສິນຄ້າ ເພື່ອສ້າງອາຊີບ ແລະ ວຽກເຮັດງານທໍາ ເປັນແຫຼ່ງລາຍຮັບທີ່ໝັ້ນຄົງ; ເລັ່ງພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ ຢ່າງມີຈຸດສຸມ ເປັນຕົ້ນດ້ານຄົມມະນາຄົມ ແລະ ຂົນສົ່ງ, ກະສິກໍາ, ສິ່ງແວດລ້ອມ, ສຶກສາ, ສາທາ, ໄຟຟ້າ, ນໍ້າສະອາດ, ໂທລະຄົມ ແລະ ການສື່ສານ ໃຫ້ສາມາດເຂົ້າເຖິງ ແລະ ນໍາໃຊ້ຢ່າງທົ່ວເຖິງ; ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມພາລະບົດບາດຂອງຂະແໜງການ ພ້ອມທັງກໍ່ສ້າງບຸກຄະລາກອນກັບທີ່ ແລະ ສຸມໃສ່ປັບປຸງລະບົບການເມືອງ ຢູ່ຮາກຖານ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາວຽກງານຢູ່ຂັ້ນທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ສຸມທຶນຮອນເຂົ້າໃສ່ການພັດທະນາຢູ່ຊົນນະບົດ ຢ່າງມີຈຸດສຸມ ແລະ ໄປລວງດຽວກັນດ້ວຍການສະໜອງງົບປະມານຂອງລັດ, ການລະດົມ ແລະ ຍາດແຍ່ງຈາກແຫຼ່ງທຶນຕ່າງໆ; ເລັ່ງສ້າງ ແລະ ປັບປຸງບັນດານິຕິກໍາ, ກົນໄກ ທີ່ກ່ຽວຂ້ອງກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເອື້ອອໍານວຍໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສ່ວນຫຼັກການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ; ຮັບປະກັນຄວາມໂປ່ງໃສ; ຮັບປະກັນດ້ານວິທະຍາສາດ-ວິຊາການ; ຮັບປະກັນຄວາມເປັນມືອາຊີບ ແລະ ຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະກອບມີ 5 ພາກສ່ວນ ຄື: ພາກລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ພາກປະຊາຊົນ; ພາກທຸລະກິດ ທີ່ກຳນົດໄວ້ໃນແຕ່ລະວຽກຈຸດສຸມ; ພາກສ່ວນທະນາຄານ, ສະຖາບັນການເງິນ ສະໜອງສິນເຊື່ອ ແລະ ພາກສ່ວນ ວິທະຍາສາດ-ເຕັກໂນໂລຊີ ແລະ ການແນະນຳດ້ານວິຊາການ. ນອກນັ້ນ, ເນື້ອໃນວາລະແຫ່ງຊາດ ຍັງໄດ້ກຳນົດກົນໄກການຈັດຕັ້ງປະຕິບັດ ແລະ ມີການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະຂະແໜງການຮັບຜິດຊອບຢ່າງຈະແຈ້ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນໃຈກາງປະສານສົມທົບ ກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມທັງຕິດຕາມກວດກາ, ປະເມີນ ແລະ ສັງລວມລາຍງານແຕ່ລະໄລຍະ; ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເປັນເຈົ້າການລົງເລິກຄົ້ນຄວ້າ, ສ້າງແຜນການດໍາເນີນງານລະອຽດ; ກະຊວງການເງິນ ຮັບຜິດຊອບໃນການຄົ້ນຄວ້າຫາແຫຼ່ງທຶນ ແລະ ຈັດສັນງົບປະມານສະເພາະເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ສຳນັກງານນາຍົກລົດຖະມົນຕີ ເປັນໃຈກາງໃນການປະສານງານ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.
ທ່ານ ມອນໄຊ ລາວມົວຊົ່ງ ຍັງໃຫ້ຮູ້ອີກວ່າ: ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງບຸກຄົນໃດບຸກຄົນໜຶ່ງ ຫຼື ຂະແໜງການໃດໜຶ່ງ ແຕ່ມັນແມ່ນ "ຄວາມຮັບຜິດຊອບຮ່ວມກັນ" ຂອງທົ່ວປວງຊົນລາວ ທັງຊາດ, ສະພາແຫ່ງຊາດ ຊຸດທີ X, ສະພາປະຊາຊົນຂັ້ນແຂວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ເພີ່ມທະວີການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດສະບັບນີ້ຢ່າງເຂັ້ມງວດ ເພື່ອຮັບປະກັນທຸກແຜນວຽກ, ງົບປະມານທຸກຮ່ວງ ຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງໂປ່ງໃສ ແລະ ມີປະສິດທິຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















