ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພັນ​ໃຫຍ່ 605 ສະຫຼຸບ​ລາຍ​ງານ​ການ​ລົງ​ກວດກາ​ຊຸກຍູ້​ ຂະ​ບວນ​ການ ການ​ກໍ່ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະນະທຳ
ເວລາອອກຂ່າວ: 2026-07-13 08:49:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ວັນ​ທີ 2 ກໍລະກົດ 2026, ກອງພັນ​ໃຫຍ່ 605 ໄດ້​ສະຫຼຸບ​ສ່ອງ​ແສງ​ລາຍ​ງານ ການ​ລົງ​ກວດກາ​ກໍ່ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ມີ​ຄະນະ​ຊີ້​ນຳ​ລວມ ພ້ອມ​ດ້ວຍ ບັນດາ​ອະນຸ​ກຳມະການ​ຮັບຜິດຊອບ​ເນື້ອ​ໃນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ທົນ ມີ​ໄຊ​ຜົນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 605 ໄດ້​ຜ່ານ​ບົດ​ລາຍ​ງານ ການ​ລົງ​ກວດກາ​ກໍ່ສ້າງ​ກົມ​ກອງ​ວັດ ທະນະທຳ-ນັກຮົບ​ວັດທະນະທຳ ໃນ​ຄັ້ງ​ວັນ​ທີ 25 ມິຖຸນາ 2026 ຜ່ານ​ມາ ຢູ່ 3 ກອງພັນ ທີ່​ເປັນ​ເປົ້າ​ໝາຍ​ກໍ່ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະ ນະທຳ ຂອງ​ກອງພັນ​ໃຫຍ່ 605; ການ​ລົງ​ກວດກາ ຂອງ​ຄະນະ​ຮັບ ຜິດຊອບ​ໃນ​ຄັ້ງ​ນີ້ ໄດ້​ກວດກາ​ຂັ້ນ​ພື້ນຖານ​ເປັນຕົ້ນ: ຫ້ອງການ​ກອງ ພັນ, ເຮືອນນອນ, ເຮືອນຄົວ, ຫ້ອງ​ນ້ຳ, ບ່ອນ​ທຳ​ການ​ຜະລິດ​ກະສິ ກຳ, ການ​ປະດັບ​ປະດາ​ຄ້າຍ​ຄູ, ເດີ່ນ​ຫຼິ້ນ​ກິລາ ແລະ ອື່ນໆ ຢູ່​ບັນດາ​ກອງພັນ​ທີ່​ມີ​ເປົ້າ​ໝາຍ; ຈາກ​ນັ້ນຜູ້​ແທນ​ກອງ​ປະຊຸມ ກໍ​ໄດ້​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ລາຍ​ງານ ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ພ້ອມ​ກັນ​ຊອກ ​ຫາ​ກົມ​ກອງ​ທີ່​ມີ​ເງື່ອນໄຂມາດຖານ​ຄົບ​ຖ້ວນ, ເພື່ອ​ຮັບ​ເອົາ​ເປັນ​ເປົ້າ​ໝາຍ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ, ພ້ອມ​ນີ້ ກອງ​ປະຊຸມ ກໍ​ໄດ້​ຕົກລົງ​ເຫັນ​ດີ​ ເປັນ​ເອກະ​ພາບ​ຄັດ​ເລືອກ​ເອົາ​ກອງພັນ​ທີ 1 ເປັນ​ກົມ​ກອງ​ເປົ້າ​ໝາຍ​ກໍ່ສ້າງ​ເປັນ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ. ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ໄດ້​ເນັ້ນ​ໜັກ​ໃຫ້​ກົມ​ກອງ​ທີ່​ເປົ້າ​ໝາຍ​ກໍ່ສ້າງ​ກົມ​ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ໃຫ້​ສ້າງ​ແຜນການ ເພື່ອ​ຈັດ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ກົມ​ກອງ​ຂອງ​ຕົນ​ອີກ​ດ້ວຍ. ໂດຍ: ນາງ ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມີ​ນະລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ