ກອງພັນໃຫຍ່ 605 ສະຫຼຸບລາຍງານການລົງກວດກາຊຸກຍູ້ ຂະບວນການ ການກໍ່ສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ
ເວລາອອກຂ່າວ: 2026-07-13 08:49:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ: ![]()
ວັນທີ 2 ກໍລະກົດ 2026, ກອງພັນໃຫຍ່ 605 ໄດ້ສະຫຼຸບສ່ອງແສງລາຍງານ ການລົງກວດກາກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ມີຄະນະຊີ້ນຳລວມ ພ້ອມດ້ວຍ ບັນດາອະນຸກຳມະການຮັບຜິດຊອບເນື້ອໃນ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີທົນ ມີໄຊຜົນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605 ໄດ້ຜ່ານບົດລາຍງານ ການລົງກວດກາກໍ່ສ້າງກົມກອງວັດ
ທະນະທຳ-ນັກຮົບວັດທະນະທຳ ໃນຄັ້ງວັນທີ 25 ມິຖຸນາ 2026 ຜ່ານມາ ຢູ່ 3 ກອງພັນ ທີ່ເປັນເປົ້າໝາຍກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະ ນະທຳ ຂອງກອງພັນໃຫຍ່ 605; ການລົງກວດກາ ຂອງຄະນະຮັບ ຜິດຊອບໃນຄັ້ງນີ້ ໄດ້ກວດກາຂັ້ນພື້ນຖານເປັນຕົ້ນ: ຫ້ອງການກອງ ພັນ, ເຮືອນນອນ, ເຮືອນຄົວ, ຫ້ອງນ້ຳ, ບ່ອນທຳການຜະລິດກະສິ ກຳ, ການປະດັບປະດາຄ້າຍຄູ, ເດີ່ນຫຼິ້ນກິລາ ແລະ ອື່ນໆ ຢູ່ບັນດາກອງພັນທີ່ມີເປົ້າໝາຍ; ຈາກນັ້ນຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານ ຢ່າງກົງໄປກົງມາ ເພື່ອພ້ອມກັນຊອກ
ຫາກົມກອງທີ່ມີເງື່ອນໄຂມາດຖານຄົບຖ້ວນ, ເພື່ອຮັບເອົາເປັນເປົ້າໝາຍກົມກອງວັດທະນະທຳ-ນັກຮົບວັດທະນະທຳ, ພ້ອມນີ້ ກອງປະຊຸມ ກໍໄດ້ຕົກລົງເຫັນດີ
ເປັນເອກະພາບຄັດເລືອກເອົາກອງພັນທີ 1 ເປັນກົມກອງເປົ້າໝາຍກໍ່ສ້າງເປັນກົມກອງວັດທະນະທຳ-ນັກຮົບວັດທະນະທຳ.
ສະຫາຍ ພັນເອກ ໄມສີ ມາວັນດີ ໄດ້ເນັ້ນໜັກໃຫ້ກົມກອງທີ່ເປົ້າໝາຍກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ສ້າງແຜນການ ເພື່ອຈັດຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນອີກດ້ວຍ.
ໂດຍ: ນາງ ໜູແດງ ລາດສະແກ້ວ
ພາບ: ເພັງ ມີນະລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















