ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງ​ເຕັກນິກ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ 2026
ເວລາອອກຂ່າວ: 2026-07-13 08:51:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ວັນ​ທີ 30 ມິຖຸນາ 2026, ຫ້ອງ​ເຕັກນິກ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2026, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ເອກ ສົມ​ໃຈ ສຸກ​ປະເສີດ ຫົວໜ້າ​ຫ້ອງ​ເຕັກນິກ ໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ ການ, ກອງພັນ ຕະຫຼອດ​ຮອດ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄູນ​ເພັງ ອຸ່ນ​ທະ​ສິນ ຮອງ​ຫົວໜ້າ​ຫ້ອງ​ເຕັກນິກ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ຕະຫຼອດ​ໄລຍະ 6 ເດຶອນ​ຕົ້ນ​ປີ 2026 ຜ່ານ​ມາ; ໄດ້​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໂດຍ​ປີ່ນ​ອ້ອມ 4 ໜ້າທີ່​ໃຫ​​ຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ; ໄດ້​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ ເຫັນ​ວ່າ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ຈັດ​ຕັ້ງ​ປະຈຳການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງ ແລະ ໄດ້​ເອົາໃຈໃສ່ ສຶກ ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ, ຈັດ​ຕັ້ງ​ເຊື່ອມ​ຊຶມ ບັນດາ​ເອກະສານ​ມູນເຊື້ອ​ຕ່າງໆ​ຂອງ​ພັກ, ຂອງ​ກອງທັບ ແລະ ມະຕິ​ຕ່າງໆ​ຂອງ​ຂັ້ນ​ເທິງ ໃຫ້​ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ​ໃນ​ໄລຍະ​ໃໝ່ ແລະ ຊຸກຍູ້​ພະນັກງານ-ນັກຮົບ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດວ້ຍ​ການ​ປູກ-ການ​ລ້ຽງ, ຫັດຖະກຳ​ຕຳ​ແຜ່ນ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ໃຜລາວ ສາມາດ​ກຸ້ມ​ຕົນ​ເອງ​ໄດ້ 90%, ພ້ອມ​ນີ້ ໄດ້​ປະຕິບັດ​ນະໂຍບາຍ​ຕໍ່​ພະນັກງານ-ນັກຮົບ​ຢ່າງ​ຖືກ ຕ້ອງ​ເໝາະ​ສົມ ແລະ ໄດ້​ຕິດຕາມ​ຄຸ້ມ​ຄອງ, ກວດກາ​ການ​ນຳ​ໃຊ້ ພາຫະນະ, ສ້ອມແປງ ອາວຸດ-ລູກ​ກະສຸນ, ບົວລະບັດ​ຜັດ​ເຊັດ ຖືກຕ້ອງ​ຕາມ​ລະບຽບ​ການ, ຮັບປະກັນ​ໃຫ້​ແກ່​ການເຝິກແອບ​ຮ່ຳຮຽນ ແລະ ຍັງ​ມີ​ວຽກ​ງານ​ອື່ນ​ຂອງ​ກົມ​ກອງ ກໍ​ມີ​ຜົນສຳເລັດ​ເປັນ​ຢ່າງ​ດີ; ສ້າງ​ພະນັກງານ​ແຂງ​ໄດ້ 99%, ສ້າງ​ຊາວ​ໜຸ່ມ​ນຳ​ໜ້າ 4 ບຸກ ແລະ ແມ່ຍິງ 3 ດີ​ໄດ້ 100%, ສາມາດ​ສ້າງ​ລາຍ​ໄດ້​ເຂົ້າ​ຄັງ​ລວມ​ຫ້ອງ​ທັງ​ໝົດ 15.918.000 ກີບ. ສະຫາຍ ພັນ​ເອກ ສົມ​ໃຈ ສຸກ​ປະເສີດ ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກ ຮົບ​ວິຊາ​ສະເພາະ ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ຂອງ​ຕົນ​ໃນ​ການ​ນຳ​ໃຊ້​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ ພາຫະ ນະ, ອາວຸດ-ລູກ​ກະສຸນ ໃຫ້​ຖືກຕ້ອງ​ກັບ​ຂໍ້​ກຳນົດ, ຖືກ​ກັບ​ເຕັກນິກ, ວິທະຍາສາດ ແລະ ປົກ​ປັກ​ຮັກສາ, ຮັບປະກັນ​ຄຸນຄ່າ​ກັບ​ການ​ໃຊ້​ງານ​ໃຫ້​ໄດ້​ຍາວ​ນານ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ຫຼັກການ ແລະ ໃຫ້​ດີ​ຂຶ້ນ, ປະຕິບັດ​ລະບອບ, ລະບຽບ, ຂໍ້​ກຳນົດ ແລະ ມະຕິ​ຄຳ​ສັ່ງ ຂອງ​ຜູ້​ບັນຊາ​ຢ່າງ​ເຂັ້ມ​ງວດ. ພ້ອມ​ກັນ ນຳ​ເອົາ​ເນື້ອ​ໃນ​ແຜນການ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ