ຫ້ອງເຕັກນິກ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-13 08:51:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ: ![]()
ວັນທີ 30 ມິຖຸນາ 2026, ຫ້ອງເຕັກນິກ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ
ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ສົມໃຈ ສຸກປະເສີດ ຫົວໜ້າຫ້ອງເຕັກນິກ ໂຮງຮຽນ, ມີຄະນະພັກ-ຄະນະບັນຊາ ຫ້ອງ ການ, ກອງພັນ ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄູນເພັງ ອຸ່ນທະສິນ ຮອງຫົວໜ້າຫ້ອງເຕັກນິກ ໄດ້ສະຫຼຸບຕີລາຄາຄືນຕະຫຼອດໄລຍະ 6 ເດຶອນຕົ້ນປີ 2026 ຜ່ານມາ; ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງກົມກອງ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ໄດ້ຫັນລົງກໍ່ສ້າງຮາກຖານຕາມຂອບເຂດຄວາມຮັບຜິດຊອບ ເຫັນວ່າ ມີຄວາມສະຫງົບໂດຍພື້ນຖານ, ຈັດຕັ້ງປະຈຳການ 3 ຂັ້ນ ຕະຫຼອດ 24 ຊົ່ວໂມງ ແລະ ໄດ້ເອົາໃຈໃສ່ ສຶກ
ສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ຈັດຕັ້ງເຊື່ອມຊຶມ ບັນດາເອກະສານມູນເຊື້ອຕ່າງໆຂອງພັກ, ຂອງກອງທັບ ແລະ ມະຕິຕ່າງໆຂອງຂັ້ນເທິງ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ແລະ ຊຸກຍູ້ພະນັກງານ-ນັກຮົບແກ້ໄຂຊີວິດການເປັນຢູ່ດວ້ຍການປູກ-ການລ້ຽງ, ຫັດຖະກຳຕຳແຜ່ນ ຕາມທ່າແຮງບົ່ມຊ້ອນຂອງໃຜລາວ ສາມາດກຸ້ມຕົນເອງໄດ້ 90%, ພ້ອມນີ້ ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບຢ່າງຖືກ ຕ້ອງເໝາະສົມ ແລະ ໄດ້ຕິດຕາມຄຸ້ມຄອງ, ກວດກາການນຳໃຊ້ ພາຫະນະ, ສ້ອມແປງ ອາວຸດ-ລູກກະສຸນ, ບົວລະບັດຜັດເຊັດ ຖືກຕ້ອງຕາມລະບຽບການ, ຮັບປະກັນໃຫ້ແກ່ການເຝິກແອບຮ່ຳຮຽນ ແລະ ຍັງມີວຽກງານອື່ນຂອງກົມກອງ ກໍມີຜົນສຳເລັດເປັນຢ່າງດີ; ສ້າງພະນັກງານແຂງໄດ້ 99%, ສ້າງຊາວໜຸ່ມນຳໜ້າ 4 ບຸກ ແລະ ແມ່ຍິງ 3 ດີໄດ້ 100%, ສາມາດສ້າງລາຍໄດ້ເຂົ້າຄັງລວມຫ້ອງທັງໝົດ 15.918.000 ກີບ.
ສະຫາຍ ພັນເອກ ສົມໃຈ ສຸກປະເສີດ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບວິຊາສະເພາະ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນໃນການນຳໃຊ້ການຄຸ້ມຄອງ, ປົກປັກຮັກສາ ພາຫະ ນະ, ອາວຸດ-ລູກກະສຸນ ໃຫ້ຖືກຕ້ອງກັບຂໍ້ກຳນົດ, ຖືກກັບເຕັກນິກ, ວິທະຍາສາດ ແລະ ປົກປັກຮັກສາ, ຮັບປະກັນຄຸນຄ່າກັບການໃຊ້ງານໃຫ້ໄດ້ຍາວນານ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບຫຼັກການ ແລະ ໃຫ້ດີຂຶ້ນ, ປະຕິບັດລະບອບ, ລະບຽບ, ຂໍ້ກຳນົດ ແລະ ມະຕິຄຳສັ່ງ ຂອງຜູ້ບັນຊາຢ່າງເຂັ້ມງວດ. ພ້ອມກັນ ນຳເອົາເນື້ອໃນແຜນການໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















