ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2026-07-13 08:52:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ: ![]()
ວັນທີ 1 ກໍລະກົດ 2026, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດຣ ພຶດສະພາ ສົນທິລາດ ຫົວໜ້າການທະຫານ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີ ສະຫາຍ ພັນເອກ ສີສຸກ ສີຈັນທອນ ຫົວໜ້າການເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຍາສິດ ກຸນສາພົງ ວ່າການຫົວໜ້າພະແນກແຜນການ-ສັງລວມ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ເປັນຕົ້ນວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະປິ່ນອ້ອມອະນາໄມກັນພະຍາດທີ່ເປັນໜ້າທີ່ໃຈກາງຂອງກົມກອງຕົນ, ວຽກງານບໍລິຫານ, ແຜນການ, ວຽກງານພະລາທິການ-ເຕັກນິກ, ການແກ້ໄຂຊີວິດການເປັນຢູ່, ການກໍ່ສ້າງພັກ-ພະນັກງານ, ວຽກງານພົວພັນສາກົນ, ການພົວພັນປະສານສົມທົບກັບກະຊວງ, ອົງການຈັດຕັ້ງວຽກງານຕ່າງໆທີ່ປິ່ນອ້ອມສາທາລະນະສຸກ, ການປ້ອງກັນເວນຍາມ, ການປັບປຸງກໍ່ສ້າງກົມກອງ ແລະ ວຽກງານຂະບວນການອົງການຈັດຕັ້ງມະຫາຊົນ ເຫັນວ່າມີທ່າກ້າວຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມີຜົນ ສຳເລັດຢ່າງເປັນຮູບປະທຳ, ກົມກອງມີໃບໜ້າອັນໃໝ່, ໄປຄຽງຄູ່ກັນນັ້ນ ກໍຍັງມີບາງວຽກງານທີ່ຈະໄດ້ສືບຕໍ່ສູ້ຊົນ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ. ໃນໂອ ກາດດຽວນີ້, ສະຫາຍ ພັນໂທ ອ່ອນຈັນ ພູນສະຫວັດ ຮອງຫົວ ໜ້າພະແນກການເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ຍັງໄດ້ຜ່ານເອກະສານຂໍ້ຕົກລົງມອບຍ້ອງຍໍຂອງລັດຖະບານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນນັ້ນໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 7 ສະຫາຍ, ຫຼຽນກາແຮງງານ 25 ສະຫາຍ ແລະ ໄດ້ຮັບຍ້ອງຍໍລັດຖະບານ ຈຳນວນ 29 ສະຫາຍ.
ຂ່າວ: ອ້ອຍພັນ ແພງບຸນມີ
ພາບ: ນາງ ສຸພິພັກ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















