ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ວປກ ປິດ​ບັ້ນ​ເຝິກອົບຮົມ-ຫັດ​ແອບ ປະຈຳ​ປີ 2026
ເວລາອອກຂ່າວ: 2026-07-13 08:53:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



​ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ (​ວປກ) ໄດ້​ປິດ​ບັ້ນ​ເຝິກອົບຮົມ-ຫັດ​ແອບປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ໃຫ້​ພະນັກ ງານ-ນັກຮົບ ປະຈຳ​ປີ 2026, ໃນ​ວັນ​ທີ 3 ກໍລະກົດ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ຄຳ​ຕ້ອຍ ມະນີ​ວອນ ຮອງ​ຫົວໜ້າ​ການ​ທະຫານ, ຫົວໜ້າ​ກົມ​ອົບຮົມ-ກໍ່ສ້າງ ​ວປກ, ມີ​ຄະນະ​ພັກ-ຄະນະ​ບັນຊາ 15 ຫົວໜ່ວຍ, ພະນັກງານ​ວິຊາ​ການ ແລະ ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສຸກ​ພູ​ວັນ ສຸລິຍະ​ແສງ ຮອງ​ຫົວໜ້າ​ຫ້ອງການ ​ວປກ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ ປັບປຸງ​ລະ ບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ໃຫ້​ພະນັກງານ-ນັກຮົບ ປະຈຳ​ປີ 2025 ຢູ່ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິ ຫານ; ຜ່ານ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ ໃນ​ຄັ້ງ​ນີ້ ລວມ​ມີ: ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ມີ​ນັກ​ເຝິກອົບຮົມ​ທັງ​ໝົດ 35 ສະຫາຍ, ຍິງ 1 ສະຫາຍ ແລະ ສາມາດ​ປະ​ເມີນ​ຜົນ​ການ​ເຝິກອົບຮົມ​ບັນລຸ​ໄດ້ 95%. ສະຫາຍ ພັນ​ເອກ ​ປອ ຄຳ​ຕ້ອຍ ມະນີ​ວອນ ໄດ້​ຮຽກຮ້ອງ​ໃຫ້ ນັກ ​ເຝິກອົບຮົມ​ແຕ່​ລະ​ສະຫາຍ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ກຳ​ເອົາ​ບັນດາ​ເນື້ອ​ໃນ​ບົດຮຽນ​ໃນ​ການ​ເຝິກອົບຮົມ​ຄັ້ງ​ນີ້ ເພື່ອ​ຍົກ​ສູງ​ລະ ດັບ​ຄວາມ​ຮູ້-ຄວາມ​ສາມາດ ໃນ​ການ​ນຳ​ໃຊ້​ວຽກ​ງານ​ໃຫ້​ຖືກຕ້ອງ​ສອດຄ່ອງ ແລະ ເອກະ​ພາບ​ເປັນ​ຢ່າງ​ດີ ເພື່ອ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ. ໂດຍ: ເຂັງ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ