ອົງການໄອຍະການທະຫານຂັ້ນສູງ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-13 09:00:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ: ![]()
ໃນວັນທີ 10 ກໍລະກົດ 2026 ນີ້, ອົງການໄອຍະການ ທະຫານຂັ້ນສູງ ໄດ້ຈັດກອງປະ ຊຸມສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຫົວໜ້າອົງການໄອຍະ ການທະຫານຂັ້ນສູງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວອົງການໄອ
ຍະການທະຫານຂັ້ນສູງ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍປະທານໄດ້ກ່າວເປີດກອງປະຊຸມ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຕີລາຄາຜົນງານການເຄື່ອນໄຫວໃນໄລ
ຍະ 6 ເດືອນຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ອົງການໄອຍະການປະຊາຊົນສູງສຸດ. ຈາກນັ້ນ, ສະຫາຍ ພັນໂທ
ນາງ ຂັນເງີນ ຫຼວງລາດ ຫົວໜ້າຫ້ອງການອົງການໄອຍະການທະຫານຂັ້ນສູງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ 2026 ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມຫ້າວຫັນບຸກບືນ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ວຽກງານການເມືອງ-ນຳພາແນວຄິດ ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະ
ມາຊິກພັກ ແລະ ພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະເທດຊາດ ຕິດພັນກັບວຽກງານວິຊາສະເພາະ ໂດຍການຕິດຕາມກວດກາການປະຕິບັດກົດໝາຍ, ການດຳເນີນຄະດີອາຍາໃນຂົງເຂດທະຫານ ແມ່ນມີຄວາມຮັດກຸມ, ໂປ່ງໃສ, ຖືກຕ້ອງຕາມຂັ້ນຕອນກົດໝາຍ ແລະ ຂໍ້ກຳນົດຂອງກອງທັບ, ຮັບປະກັນໄດ້ຄວາມຍຸຕິທຳ ແລະ ຄວາມສະຫງົບຮຽບຮ້ອຍ. ສຳລັບດ້ານວຽກງານປັບປຸງກໍ່ສ້າງກຳລັງ ເຊິ່ງໄດ້ເອົາໃຈໃສ່ບຳລຸງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານກົດໝາຍ ແລະ ວິຊາສະເພາະໃຫ້ແກ່ພະນັກງານໄອຍະການທະຫານຢ່າງຕໍ່ເນື່ອງ, ພ້ອມນີ້ ກອງປະຊຸມ ຍັງໄດ້ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ໄດ້ຮັບຮອງເອົາການປະກອບຄຳຄິດຄຳເຫັນ ຂອງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບຄົບຖ້ວນສົມບູນຂຶ້ນຕື່ມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















