ພົບປະໂອ້ລົມນັກຮຽນນ້ອງນ້ອຍທີ່ກຽມພາສາຣັດເຊຍປະຈຳສົກຮຽນ 2026-2027
ເວລາອອກຂ່າວ: 2026-07-13 09:02:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ: ![]()
ໃນວັນທີ 8 ກໍລະກົດ 2026 ນີ້, ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ຄະນະພັກວິທະຍາຄານຮອງຫົວໜ້າການທະການ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ. ພົບປະໂອ້ລົມນັກຮຽນນ້ອງນ້ອຍທີ່ກຽມພາສາ ຣັດເຊຍ ປະຈຳສົກຮຽນ 2026-2027 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສຶກສາ, ຄູ-ອາຈານ ພ້ອມດ້ວຍນັກ
ຮຽນນ້ອງນ້ອຍ ແລະ ຜູ້ປົກຄອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສະເຫຼີມ ທອງຄຳມຸນ ຮອງຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຂຶ້ນຜ່ານ ໜັງສືສະເໜີຂອງກົມພະນັກງານກົມໃຫ່ຍການເມືອງ ວ່າດ້ວຍຂໍອານຸມັດເປີດຊຸດເຝິກອົບຮົມພາສາ ຣັດເຊຍຂັ້ນພື້ນຖານໃຫ້ແກ່ລູກຫຼານພະນັກງານກະຊວງປ້ອງກັນປະເທດໄປຮຽນວັດທະນາທຳ ຢູ່ ສ.ຣັດເຊຍ ສົກຮຽນ 2026-2027 ຈຳນວນ 16 ສະຫາຍ. ດັ່ງນັ້ນ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕົກລົງແຕ່ງຕັ້ງຄະນະຊີ້ນຳລວມ, ຄະນະປະສານງານ ແລະ ວຽກງານຮັບປະກັນ, ຄະນະຮັບຜິດຊອບຂຶ້ນຫ້ອງສອນ, ຄະນະຮັບຜິດຄຸ້ມຄອງສຶກສາ, ຜູ້ຮັບຜິດຊອບແຕ່ງກິນໃຫ້ນັກສຶກສາ ແລະ ຜູ້ຮັບຜິດຊອບຫ້ອງຮຽນ-ອານາໄມ. ນອກຈາກນີ້, ຍັງໄດ້ຮັບຟັງຂ້ໍກຳນົດກົດລະບຽບຕ່າງໆຂອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ວຽກງານຮັບປະກັນຂອງນັກສຶກສາ ເປັນຕົ້ນແມ່ນລະບົບອັດຕາກິນ, ເຮືອນນອນ, ເຮືອນກິນ, ຫ້ອງຮຽນ ເປັນຕົ້ນ.
ໂອກາດນີ້, ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ໄດ້ເນັ້ນ
ໜັກໃຫ້ຄະນະຊີ້ນຳລວມ ຕ້ອງເປັນເຈົ້າການປັບປຸງວິທະຍາຄານ, ປັບປຸງໂຄງການຫຼັກສູດພາສາຣັດເຊຍ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະປະສານງານ ແລະ ວຽກງານຮັບປະກັນ ແຕ່ລະຂັ້ນໃຫ້ຖືກຕ້ອງ, ໃຫ້ຮູ້ນຳໃຊ້ບົດຮຽນທີ່ຮຽນມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສຶກສາອົບຮົມເປັນເຈົ້າການກໍ່ສ້າງໂຄງການ ການຮຽນ-ການສອນ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃນໝູ່ຄະນະເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງວິທະຍາຄານວາງອອກໃຫ້ເຂັ້ມງວດ. ວິຊາການ, ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງສອນ ຕາມໂຄງການອົບຮົມ ແລະ ຕາຕະລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມພະຍາຍາມຖ່າຍທອດຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກຳຂອງຕົນທີ່ມີໃຫ້ບັນດານັກຮຽນນ້ອງນ້ອຍ ຢ່າງເປັນລະບົບຄົບຊຸດ, ອອກແຮງ ແຂ່ງຂັນກັນເຝິກຝົນຄຸນສົມບັດ ແລະ ມີລະບຽບວິໄນເຂັ້ມງວດ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















