ຄະນະນາຍທະຫານໜຸ່ມ ລາວ-ຫວຽດນາມ ເດີນທາງພົບປະແລກປ່ຽນບົດຮຽນ ຢູ່ກອງພົນທີ 1
ເວລາອອກຂ່າວ: 2026-07-13 09:03:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ: ![]()
ວັນທີ 7 ກໍລະກົດ 2026 ນີ້, ຄະນະນາຍທະຫານໜຸ່ມ ກອງທັບລາວ-ຫວຽດນາມ ນຳໂດຍສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແລະ ສະຫາຍ ຮ້ອຍເອກ ເລ່ຫ້າວ ຮອງຫ້ອງການຊາວໜຸ່ມ, ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະນາຍທະຫານໜຸ່ມ ກອງທັບ ລາວ-ຫວຽດນາມ ໄດ້ເດີນທາງພົບປະແລກປ່ຽນບົດຮຽນ ຢູ່ກອງພົນທີ 1, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທີ 1 ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ ໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງກອງພົນທີ 1 ໂດຍສະເພາະວຽກງານການພົວພັນ ຂອງກອງພົນທີ 1 ກັບກອງທັບ ປະຊາຊົນຫວຽດນາມ
ກໍຄືບັນດາບໍລິສັດວິສະຫະກິດຕ່າງໆ ຂອງຫວຽດນາມ, ເຊິ່ງນັບແຕ່ສ້າງຕັ້ງກອງພົນ ມາເຖີງປັດຈຸບັນ ໄດ້ພົວພັນຮ່ວມມືກັນຢ່າງສະໜິດແໜ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າໃນດ້ານການທະຫານ, ການເມືອງ ແລະ ເສດຖະກິດ ຕ່າງໆ ໂດຍສະເພາະໂຄງການກໍ່ສ້າງຄ້າຍຄູ, ພັດທະນາກົມກອງ ໃຫ້ມີຄວາມເຂັ້ມ
ແຂງຮອບດ້ານ. ພ້ອມທັງ ກ່າວສະແດງຄວາມດີໃຈຢ່າງຍີ່ງ ທີ່ໄດ້ຕ້ອນຮັບ ແລະ ພົບປະແລກປ່ຽນບົດຮຽນ ຂອງຄະນະນາຍທະຫານໜຸ່ມຫວຽດນາມ, ອວຍພອນໃຫ້ຄະນະຈົ່ງປະສົບຜົນສຳເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໝາຍໃຫ້.
ໂອກາດນີ້, ສະຫາຍ ຮ້ອຍເອກພິເສດ ເລ່ຫ້າວ ໄດ້ກ່າວຄວາມຂອບໃຈຕໍ່ການຕ້ອນຮັບ ຂອງຄະນະພັກ-ຄະນະບັນຊາ ກອງພົນທີ 1 ໃນການເດີນທາງມາພົບປະແລກປ່ຽນບົດຮຽນຄັ້ງນີ້, ເຊິ່ງມີຄວາມໝາຍ, ຄວາມສຳຄັນ ແລະ ເປັນຂິດໝາຍອັນດີງາມ, ພາກພູມໃຈເປັນຢ່າງຍີ່ງ ທີ່ໄດ້ເຫັນສາຍພົວພັນຮ່ວມມື ຂອງສອງຊາດ ໂດຍສະເພາະຂອງສອງກອງທັບ ທີ່ຍາມໃດກໍພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ, ນັບແຕ່ສະໄໝປະທານໂຮ່ຈິມີນ ແລະ ປະທານ ໄກສອນພົມວິຫານ, ປະທານ ສຸພານຸວົງ ເຖີງປັດຈຸບັນ ເພື່ອເສີມຂະຫຍາຍ ສາຍພົວພັນສາມັກຄີພິເສດດັ່ງກ່າວ ຄະນະນາຍທະຫານໜຸ່ມຫວຽດນາມ ຈະນຳເອົາບົດຮຽນ, ມູນເຊື້ອອັນຍາວນານ, ນ້ຳໃຈເສຍສະຫຼະ ຂອງພະນັກງານ-ນັກຮົບ ສອງຊາດ, ສອງກອງທັບ ໄປຜັນຂະຫຍາຍ ສືບຕໍ່ພາລະກິດ, ສາຍພົວພັນສາມັກຄີພິເສດອັນດີງາມ, ເສີມສ້າງສາຍພົວພັນອັນພິເສດ ຂອງສອງຊາດ, ສອງກອງທັບ ໃຫ້ມີຄວາມໜັກແໜ້ນ, ໝັ້ນຄົງ ພ້ອມກັນພັດທະນາກອງທັບ ໃຫ້ນັບມື້ເຂັ້ມແຂງ ທັນສະໄໝ. ໂອກາດດຽວກັນ ຫົວໜ້າຄະນະນາຍທະຫານໜຸ່ມຫວຽດນາມ ໄດ້ຮ່ວມປູກຕົ້ນໄມ້ຮ່ວມກັບຫົວໜ້າການທະຫານ ກອງພົນທີ 1 ເພື່ອເປັນສັນຍາລັກແຫ່ງມິດຕະພາບ, ຄວາມສາມັກຄີພິເສດອີກດ້ວຍ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















