ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຖື​ເອົາ​ວຽກ​ງານ​ການເມືອງ-ແນວ​ຄິດ ເປັນ​ໄມ້​ຫຼາ​ວັດແທກ​ຄຸນ​ນະ​ພາບ ແນໃສ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ໃນ​ໄລຍະ​ໃໝ່
ເວລາອອກຂ່າວ: 2026-07-13 09:06:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ຖື​ເປັນ​ເຂັມ ທິດ​ເຍືອງ​ທາງ ແລະ ເປັນ​ທິດນຳ ສູ່​ທຸກ​ຜົນສຳເລັດຂອງ​ໜ້າທີ່​ການ ເມືອງ​ໃນ​ໄລຍະ​ໃໝ່ໃຫ້​ມີ​ຄຸນ​ນະ​ພາບ. ໃນ​ນີ້, ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໃນ​ນາມ​ເປັນ​ເສນາ​ທິ​ການດ້ານ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໄດ້​ເອົາໃຈໃສ່​ເຮັດ​ໜ້າທີ່​ເປັນ​ເບົ້າ​ຫຼອມ​ໃນ​ການ​ປ່ຽນແປງ​ແນວ​ຄິດ, ຫຼໍ່​ຫຼອມ​ຄຸນ​ທາດ​ການເມືອງ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດໃຫ້​ແກ່​ນາຍ ແລະ ພົນທະຫານ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ຈົງ​ຮັກ​ພັກດີ ແລະ ກຽມ ພ້ອມ​ປະຕິບັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບ​ໝາຍ ໃຫ້​ມີ​ຜົນສຳເລັດ​ເປັນ​ຢ່າງ​ດີ. ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2026 ພາຍ​ໃຕ້​ການ​ນຳພາ-ຊີ້​ນຳ​ຢ່າງ​ໃກ້ຊິດຕິດແທດ​ຂອງ​ຄະນະ​ພັກ-ຄະນະ​ບັນຊາກອງ​ບັນ ຊາ​ການ​ທະຫານ​ແຂວງ, ຫ້ອງ​ການເມືອງໄດ້​ສຸມ​ທຸກ​ເຫື່ອແຮງ, ສະຕິ​ປັນຍາ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ ເຂົ້າໃນ​ການເຄື່ອນໄຫວ​ປະຕິບັດໜ້າທີ່​ວິຊາ​ສະເພາະຢ່າງ​ມີ​ວິທະຍາສາດ ແລະ ສາມາດ​ຍາດ​ໄດ້ຜົນ​ງານ ອັນ​ພົ້ນ​ເດັ່ນ​ຫຼາຍ​ດ້ານ. ສະຫາຍ ພັນ​ເອກ ພູ​ເວີນ ສູນນີວົງ ກຳມະການ​ຄະນະ​ປະ ຈຳ​ພັກ​ກອງ​ບັນຊາ​ການ, ຫົວ ໜ້າຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງຈຳປາ​ສັກໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາຫ້ອງ​ການເມືອງ ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ ແລະ ຍາດ​ໄດ້ຜົນ​ງານ​ໃນ​ແຕ່​ລະ​ຂົງເຂດ​ວຽກ​ງານ ສະແດງ​ອອກ ດ້ານ​ວຽກ​ງານ​ກໍ່ ສ້າງ​ຮາກ​ຖານ​ການເມືອງ “ເປັນ​ສະໜາມຮົບ​ແຖວ​ໜ້າ” ຫ້ອງ​ການເມືອງໄດ້​ຖື​ເອົາ​ວຽກ​ງານ​ກໍ່ ສ້າງ​ຮາກ​ຖານ​ການເມືອງ ເປັນ​ໜ້າທີ່​ຍຸດ​ທະ​ສາດ​ສຳຄັນ ໂດຍ​ໄດ້​ຈັດ​ສົ່ງ​ພະນັກງານ-ນັກຮົບຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ມີ​ແບບແຜນ​ວິທີ​ເຮັດ​ວຽກ​ກັບ​ປະ ຊາຊົນ ລົງ​ເຄື່ອນ​ໄຫວ​ຢູ່​ເຂດ​ຈຸດ​ສຸມຂອງກອງ​ບັນຊາການ, ປັບປຸງ​ລະບົບ​ການເມືອງ​ຢູ່​ຮາກ​ຖານ ຢ່າງ​ມີ​ຈຸດ​ສຸມ ເຊິ່ງ​ມີ​ຜົນງານ​ພົ້ນ​ເດັ່ນ ຄື: ກະກຽມ​ປະກາດ​ຂອບ​ເຂດ​ຈຸດ​ສຸມ​ຍຸດ​ທະ​ສາດໄດ້ 2 ຈຸດ ຄື: ຈຸດ​ສຸມ​ບ້ານ​ນາ​ຈີ (ເມືອງ​ມຸນ​ລະ​ປາ​ໂມກ) ແລະ ຈຸດ​ສຸມ​ໂນນ​ຄູນ (ເມືອງ​ໂພນ​ທອງ), ສົ່ງ​ພະ ນັກງານ​ລົງ​ປະຈຳການ​ຢູ່ 4 ຈຸດ​ສຸມ, ເຊິ່ງ​ຄວບ​ຄຸມ 36 ບ້ານ, ໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ ເຄື່ອນ​ໄຫວ​ຕິດຕາມສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງໄດ້ 3 ຄັ້ງ, ສາມາດ​ສ້າງ​ບ້ານ​ປ້ອງກັນ​ ຊາດ​ເຂັ້ມແຂງ 6 ບ້ານ ແລະ ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 705 ຄອບຄົວ, ຜົນງານ​ດັ່ງກ່າວ ຄື​ໝາກຜົນ​ແຫ່ງ​ການ​ສ້າງ​ທ່າ​ສະໜາມ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຊາດ ທີ່​ໜັກ​ແໜ້ນ​ຢູ່​ຮາກ​ຖານ​ຢ່າງ​ແທ້​ຈິງ. ວຽກ​ງານ​ການເມືອງ-ແນວ ​ຄິດ ເປັນ​ເຂັມທິດຊີ້​ນຳ​ທຸກ​ໄຊຊະ ນະດັ່ງນັ້ນ, ຫ້ອງ​ການເມືອງຈຶ່ງ​ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ, ປູກ​ຈິດ​ສຳນຶກ​ຮັກ​ຊາດ, ເຊື່ອມ​ຊຶມ​ມະຕິ​ຄຳ​ສັ່ງ​ຂອງ​ພັກ-ລັດ ແລະ ກອງທັບ ຢ່າງ​ເປັນ​ລະບົບ ແລະ ຕໍ່​ເນື່ອງ, ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ ​ເອກະສານ ແລະ ປາຖະກະຖາ​ວັນ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ ແລະ ສາກົນ ໄດ້ 5 ຄັ້ງ, ມີ​ນາຍ ແລະ ພົນທະຫານ​ເຂົ້າ​ຮ່ວມ 832 ສະຫາຍ, ດ້ານ​ສະໜາມຮົບ​ຂໍ້​ມູນ​ຂ່າວສານທີມ​ງານ​ຂ່າວສານ ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ 90 ຄັ້ງ, ຜະລິດ ແລະ ເຜີຍ ແຜ່​ບົດ​ຂ່າວ​ຜ່ານ​ທາງ​ໜັງສືພິມ, ວິທະຍຸ ແລະ ໂທລະພາບຂອງ​ກອງທັບ ລວມ​ທັງ​ຂອງ​ແຂວງ ໄດ້ 40 ບົດ ເຮັດ​ໃຫ້​ສັງຄົມ​ຮັບ​ຮູ້ ແລະ ເຂົ້າໃຈ​ເຖິງ​ພາລະກິດ​ອັນ​ສະຫງ່າ​ຜ່າເຜີຍ​ຂອງ​ກອງທັບ ຢ່າງ​ກວ້າງຂວາງ. ວຽກ​ງານ​ກໍ່ສ້າງ​ພັກ-ພະນັກ ງານ ແລະ ອົງ​ການຈັດຕັ້ງມະ ຫາຊົນ ພາຍ​ໃຕ້​ຄຳ​ຂວັນ “ພະ ນັກງານ​ເປັນ​ກົກ​ຂອງ​ວຽກ​ງານ​ທັງ​ໝົດ, ພັກ​ເຂັ້ມແຂງ​ກຳລັງ​ຈຶ່ງ​ໜັກ​ແໜ້ນ”, ຫ້ອງ​ການເມືອງ ໄດ້​ສຸມ​ໃສ່​ປັບປຸງ​ຮາກ​ຖານ​ພັກ ໃຫ້​ມີ​ຄວາມ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ: ດ້ານ​ຄຸນ​ນະ​ພາບ​ການຈັດຕັ້ງ​ພັກ ຜ່ານ​ການ​ປະ​ເມີນ​ຜົນ​ຕົວ​ຈິງມີ​ໜ່ວຍ​ພັກ​ໄດ້​ຮັບ​ນາມມະຍົດ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2025 ຈຳນວນ 36 ໜ່ວຍ​ພັກ, ດ້ານ​ການ​ຂະຫຍາຍ​ພັກໄດ້​ສ້າງ ແລະ ຂະຫຍາຍ​ມະຫາຊົນ​ກ້າວໜ້າ​ເຂົ້າ​ພັກ​ສຳຮອງ 54 ສະ ຫາຍ ແລະ ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ​ສົມບູນ 59 ສະຫາຍ, ເຮັດ​ໃຫ້​ປັດຈຸບັນ​ທົ່ວກອງ​ບັນ ຊາ​ການມີ​ສະມາຊິກ​ພັກ​ທັງ​ໝົດ 1.490 ສະຫາຍ, ຄົ້ນຄວ້າ​ເລື່ອນ​ຊັ້ນ​ໃຫ້​ນາຍ ແລະ ພົນທະຫານ 413 ສະຫາຍ; ສົ່ງ​ພະນັກງານ​ໄປ​ບຳລຸງ​ຮຽນ​ຕໍ່​ທັງ​ພາຍ​ໃນ ແລະ ຕ່າງປະເທດ 76 ສະຫາຍ ເພື່ອ​ສ້າງ​ຖັນ​ແຖວ​ພະນັກງານ​ສືບທອດທີ່​ມີ​ທັງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ວິຊາ​ສະເພາະ​ທີ່​ແນ່ນອນ, ວຽກ​ງານ​ອົງ​ການ ຈັດຕັ້ງ​ມະຫາຊົນ ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ແລະ ສະຫະພັນ​ແມ່ຍິງໄດ້​ກາຍເປັນ​ກຳລັງ​ແຮງ​ຕົ້ນຕໍ​ໃນ​ຂະ​ບວນ​ການ​ຕ່າງໆ ຢ່າງ​ຫ້າວຫັນ, ໄດ້​ຈັດ​ກິດຈະກຳ​ອອກແຮງ​ງານ​ລວມ, ຢ້ຽມຢາມ​ຖາມ​ຂ່າວ, ສຸມ​ໃສ່​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ​ຂອງ​ຊາວ​ໜຸ່ມ ແລະ ຂໍ້​ແຂ່ງຂັນ 3 ດີ​ຂອງ​ແມ່ ຍິງຢ່າງ​ມີ​ຜົນສຳເລັດ​ຕົວ​ຈິງ. ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ແລະ ກວດກາ​ພັກ-ກວດກາ​ລັດ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ຮັດກຸມ, ໄດ້​ຕິດຕາມ, ກວດກາ ແລະ ສະ ກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ໃນ​ກົມ​ກອງ, ດຳເນີນ​ຄະດີ​ຕາມ​ຂັ້ນ​ຕອນ​ກົດໝາຍຢ່າງ​ໂປ່ງ​ໃສ ແລະ ຍຸຕິ​ທຳ. ພ້ອມ​ທັງ​ສາມາດ​ກູ້​ຄືນ​ເງິນ​ປັບໄໝ ແລະ ຊັບ​ສິນ​ຕ່າງໆ ສົ່ງ​ເຂົ້າ​ຄັງ​ຫຼວງ​ຂອງ​ລັດໄດ້​ຢ່າງ​ຖືກຕ້ອງ, ຮັບປະກັນ​ໃຫ້​ທົ່ວ​ກຳ ລັງ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ມີ​ວິໄນ​ເຂັ້ມ​ງວດ 100%. ວຽກ​ງານ​ນະໂຍບາຍ ແລະ ປະກັນ​ສັງຄົມ ປະຕິບັດ​ຕາມ​ຄຳ​ຂວັນ​ທີ່​ວ່າ “ເບິ່ງແຍງ​ອະດີດ, ຕອບ​ແທນຜູ້​ມີ​ຄຸນງາມຄວາມດີ, ຊຸກຍູ້​ຜູ້​ປະຈຳການ” ໃນ 6 ເດືອນຜ່ານ ​ມາ, ຫ້ອງ​ການເມືອງໄດ້​ເອົາໃຈ ໃສ່​ແກ້​ໄຂ​ນະໂຍບາຍ​ຕ່າງໆຢ່າງ​ທັນ​ການ, ດ້ານ​ງົບປະມານ: ເບີກ​ຈ່າຍ​ເງິນ​ນະໂຍບາຍ, ປະກັນ​ສັງ ຄົມ ແລະ ເງິນ​ອຸດ​ໜູນ​ປະເພດ​ຕ່າງໆ ໃຫ້​ແກ່​ພະນັກງານ​ປະຈຳ ການ, ບຳນານ ແລະ ຄອບຄົວ​ເສຍສະຫຼະລວມ​ເປັນ​ມູນ​ຄ່າ​ທັງ​ໝົດ​ເຖິງ 17 ຕື້ 592 ລ້ານ​ກວ່າ​ກີບ, ໄດ້​ຄຸ້ມ​ຄອງ, ຢ້ຽມຢາມ ແລະ ໃຫ້​ກຳລັງ​ໃຈ​ແກ່​ຜູ້​ເສຍ​ອົງຄະຢ່າງ​ທົ່ວ​ເຖິງ ແລະ ເປັນ​ປົກກະຕິ ແຕ່​ລະ​ໄລຍະ. ສະຫາຍ ພັນ​ເອກ ພູ​ເວີນ ສູນນີ​ວົງ ໃຫ້​ຮູ້​ຕື່ມ​ວ່າ: ທິດ​ທາງ​ແຜນການ​ວຽກ​ງານ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2026 ຫ້ອງ ການເມືອງກອງ​ບັນຊາການທະ ຫານ​ແຂວງ​ຈຳປາ​ສັກຈະ​ສືບຕໍ່​ ເພີ່ມ​ທະວີ​ບົດບາດ​ການ​ຊີ້​ນຳ ​ນຳ ພາຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-​ນຳ​ພາ​ແນວ​ຄິດໃຫ້​ພະນັກງານ, ສະມາຊິກ​ພັກ ແລະ ນັກຮົບ​ທຸກ​ສະຫາຍ​ໃນ​ທົ່ວ​ກົມ​ກອງໃຫ້​ມີ​ແນວ​ຄິດ​ໜັກ​ແໜ້ນ​ເຂັ້ມແຂງ, ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ ເຂົ້າ​ໃນ​ທຸກ​ດ້ານ, ສ້າງ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ສືບຕໍ່​ລົງ​ເລິກ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ສ້າງ​ບ້ານ ແລະ ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ, ພ້ອມ​ທັງ​ເປີດ​ຊຸດ​ອົບຮົມວຽກ​ງານ​ພັກ-ວຽກ​ງານ​ການເມືອງ ປະຈຳ​ປີ 2026 ໃຫ້​ມີ​ປະ​ສິດທິ​ຜົນ​ສູງ, ສູ້​ຊົນ​ປະ​ເມີນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ໃຫ້​ບັນລຸ 70% ຂຶ້ນ​ໄປ ແລະ ເຂັ້ມ​ງວດ​ໃນ​ການ​ສະກັດ​ກັ້ນ, ຕ້ານ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ກົມ​ກອງ, ພະນັກງານ​ນຳພາ-ບັນຊາ ແຕ່​ລະ​ຂັ້ນ ແຕ່​ລະ​ພະແນກການ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງໃຫ້​ມີ​ຜົນສຳເລັດ ແລະ ຮັບປະກັນ​ໄດ້​ຄຸນ​ນະ​ພາບ​ຢ່າງ​ແຂງແຮງ, ຄຽງ​ຄູ່​ກັບ​ການ ​​ນຳພາ-ຊີ້​ນຳ ພະນັກງານ-ນັກຮົບ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ ​ຕົນໃຫ້​ມີ​ຄວາມ​ຈູບ​ຈ້າວ​ຫ້າວ ຫັນ, ມີ​ສະຕິ​ຕື່ນ​ຕົວ​ສູງ ແລະ ປະ ກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ທຸກຂະ​ບວນ​ການ​ວຽກ​ງານ​ຂອງ​ກົມ​ກອງໃຫ້​ມີ​ປະສິດທິພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ