ຖືເອົາວຽກງານການເມືອງ-ແນວຄິດ ເປັນໄມ້ຫຼາວັດແທກຄຸນນະພາບ ແນໃສ່ເຮັດສຳເລັດໜ້າທີ່ການເມືອງ ໃນໄລຍະໃໝ່
ເວລາອອກຂ່າວ: 2026-07-13 09:06:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ: ![]()
ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຖືເປັນເຂັມ ທິດເຍືອງທາງ ແລະ ເປັນທິດນຳ ສູ່ທຸກຜົນສຳເລັດຂອງໜ້າທີ່ການ ເມືອງໃນໄລຍະໃໝ່ໃຫ້ມີຄຸນນະພາບ. ໃນນີ້, ຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ໃນນາມເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງ ໄດ້ເອົາໃຈໃສ່ເຮັດໜ້າທີ່ເປັນເບົ້າຫຼອມໃນການປ່ຽນແປງແນວຄິດ, ຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດໃຫ້ແກ່ນາຍ ແລະ ພົນທະຫານ ມີຄວາມອຸ່ນອຽນທຸ່ນທ່ຽງ, ຈົງຮັກພັກດີ ແລະ ກຽມ ພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດເປັນຢ່າງດີ. ໃນໄລຍະ 6 ເດືອນຕົ້ນປີ 2026 ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຂອງຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງ, ຫ້ອງການເມືອງໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຢ່າງມີວິທະຍາສາດ ແລະ ສາມາດຍາດໄດ້ຜົນງານ ອັນພົ້ນເດັ່ນຫຼາຍດ້ານ.
ສະຫາຍ ພັນເອກ ພູເວີນ ສູນນີວົງ ກຳມະການຄະນະປະ ຈຳພັກກອງບັນຊາການ, ຫົວ ໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈຳປາສັກໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຫ້ອງການເມືອງ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ຍາດໄດ້ຜົນງານໃນແຕ່ລະຂົງເຂດວຽກງານ ສະແດງອອກ ດ້ານວຽກງານກໍ່ ສ້າງຮາກຖານການເມືອງ “ເປັນສະໜາມຮົບແຖວໜ້າ” ຫ້ອງການເມືອງໄດ້ຖືເອົາວຽກງານກໍ່ ສ້າງຮາກຖານການເມືອງ ເປັນໜ້າທີ່ຍຸດທະສາດສຳຄັນ ໂດຍໄດ້ຈັດສົ່ງພະນັກງານ-ນັກຮົບຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີແບບແຜນວິທີເຮັດວຽກກັບປະ ຊາຊົນ ລົງເຄື່ອນໄຫວຢູ່ເຂດຈຸດສຸມຂອງກອງບັນຊາການ, ປັບປຸງລະບົບການເມືອງຢູ່ຮາກຖານ ຢ່າງມີຈຸດສຸມ ເຊິ່ງມີຜົນງານພົ້ນເດັ່ນ ຄື: ກະກຽມປະກາດຂອບເຂດຈຸດສຸມຍຸດທະສາດໄດ້ 2 ຈຸດ ຄື: ຈຸດສຸມບ້ານນາຈີ (ເມືອງມຸນລະປາໂມກ) ແລະ ຈຸດສຸມໂນນຄູນ (ເມືອງໂພນທອງ), ສົ່ງພະ ນັກງານລົງປະຈຳການຢູ່ 4 ຈຸດສຸມ, ເຊິ່ງຄວບຄຸມ 36 ບ້ານ, ໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເຄື່ອນໄຫວຕິດຕາມສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 3 ຄັ້ງ, ສາມາດສ້າງບ້ານປ້ອງກັນ ຊາດເຂັ້ມແຂງ 6 ບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ 705 ຄອບຄົວ, ຜົນງານດັ່ງກ່າວ ຄືໝາກຜົນແຫ່ງການສ້າງທ່າສະໜາມທົ່ວປວງຊົນປ້ອງກັນຊາດ ທີ່ໜັກແໜ້ນຢູ່ຮາກຖານຢ່າງແທ້ຈິງ.
ວຽກງານການເມືອງ-ແນວ ຄິດ ເປັນເຂັມທິດຊີ້ນຳທຸກໄຊຊະ ນະດັ່ງນັ້ນ, ຫ້ອງການເມືອງຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມ, ປູກຈິດສຳນຶກຮັກຊາດ, ເຊື່ອມຊຶມມະຕິຄຳສັ່ງຂອງພັກ-ລັດ ແລະ ກອງທັບ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເອກະສານ ແລະ ປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ສາກົນ ໄດ້ 5 ຄັ້ງ, ມີນາຍ ແລະ ພົນທະຫານເຂົ້າຮ່ວມ 832 ສະຫາຍ, ດ້ານສະໜາມຮົບຂໍ້ມູນຂ່າວສານທີມງານຂ່າວສານ ໄດ້ລົງເກັບກຳຂໍ້ມູນ 90 ຄັ້ງ, ຜະລິດ ແລະ ເຜີຍ ແຜ່ບົດຂ່າວຜ່ານທາງໜັງສືພິມ, ວິທະຍຸ ແລະ ໂທລະພາບຂອງກອງທັບ ລວມທັງຂອງແຂວງ ໄດ້ 40 ບົດ ເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈເຖິງພາລະກິດອັນສະຫງ່າຜ່າເຜີຍຂອງກອງທັບ ຢ່າງກວ້າງຂວາງ.
ວຽກງານກໍ່ສ້າງພັກ-ພະນັກ ງານ ແລະ ອົງການຈັດຕັ້ງມະ ຫາຊົນ ພາຍໃຕ້ຄຳຂວັນ “ພະ ນັກງານເປັນກົກຂອງວຽກງານທັງໝົດ, ພັກເຂັ້ມແຂງກຳລັງຈຶ່ງໜັກແໜ້ນ”, ຫ້ອງການເມືອງ ໄດ້ສຸມໃສ່ປັບປຸງຮາກຖານພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ: ດ້ານຄຸນນະພາບການຈັດຕັ້ງພັກ ຜ່ານການປະເມີນຜົນຕົວຈິງມີໜ່ວຍພັກໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ຈຳນວນ 36 ໜ່ວຍພັກ, ດ້ານການຂະຫຍາຍພັກໄດ້ສ້າງ ແລະ ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກສຳຮອງ 54 ສະ ຫາຍ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 59 ສະຫາຍ, ເຮັດໃຫ້ປັດຈຸບັນທົ່ວກອງບັນ ຊາການມີສະມາຊິກພັກທັງໝົດ 1.490 ສະຫາຍ, ຄົ້ນຄວ້າເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ 413 ສະຫາຍ; ສົ່ງພະນັກງານໄປບຳລຸງຮຽນຕໍ່ທັງພາຍໃນ ແລະ ຕ່າງປະເທດ 76 ສະຫາຍ ເພື່ອສ້າງຖັນແຖວພະນັກງານສືບທອດທີ່ມີທັງຄຸນສົມບັດສິນທຳປະຕິວັດ ແລະ ວິຊາສະເພາະທີ່ແນ່ນອນ, ວຽກງານອົງການ ຈັດຕັ້ງມະຫາຊົນ ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງໄດ້ກາຍເປັນກຳລັງແຮງຕົ້ນຕໍໃນຂະບວນການຕ່າງໆ ຢ່າງຫ້າວຫັນ, ໄດ້ຈັດກິດຈະກຳອອກແຮງງານລວມ, ຢ້ຽມຢາມຖາມຂ່າວ, ສຸມໃສ່ປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີຂອງແມ່ ຍິງຢ່າງມີຜົນສຳເລັດຕົວຈິງ. ວຽກງານປ້ອງກັນພາຍໃນ ແລະ ກວດກາພັກ-ກວດກາລັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮັດກຸມ, ໄດ້ຕິດຕາມ, ກວດກາ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ໃນກົມກອງ, ດຳເນີນຄະດີຕາມຂັ້ນຕອນກົດໝາຍຢ່າງໂປ່ງໃສ ແລະ ຍຸຕິທຳ. ພ້ອມທັງສາມາດກູ້ຄືນເງິນປັບໄໝ ແລະ ຊັບສິນຕ່າງໆ ສົ່ງເຂົ້າຄັງຫຼວງຂອງລັດໄດ້ຢ່າງຖືກຕ້ອງ, ຮັບປະກັນໃຫ້ທົ່ວກຳ ລັງມີຄວາມສະຫງົບປອດໄພ ແລະ ມີວິໄນເຂັ້ມງວດ 100%. ວຽກງານນະໂຍບາຍ ແລະ ປະກັນສັງຄົມ ປະຕິບັດຕາມຄຳຂວັນທີ່ວ່າ “ເບິ່ງແຍງອະດີດ, ຕອບແທນຜູ້ມີຄຸນງາມຄວາມດີ, ຊຸກຍູ້ຜູ້ປະຈຳການ” ໃນ 6 ເດືອນຜ່ານ ມາ, ຫ້ອງການເມືອງໄດ້ເອົາໃຈ ໃສ່ແກ້ໄຂນະໂຍບາຍຕ່າງໆຢ່າງທັນການ, ດ້ານງົບປະມານ: ເບີກຈ່າຍເງິນນະໂຍບາຍ, ປະກັນສັງ ຄົມ ແລະ ເງິນອຸດໜູນປະເພດຕ່າງໆ ໃຫ້ແກ່ພະນັກງານປະຈຳ ການ, ບຳນານ ແລະ ຄອບຄົວເສຍສະຫຼະລວມເປັນມູນຄ່າທັງໝົດເຖິງ 17 ຕື້ 592 ລ້ານກວ່າກີບ, ໄດ້ຄຸ້ມຄອງ, ຢ້ຽມຢາມ ແລະ ໃຫ້ກຳລັງໃຈແກ່ຜູ້ເສຍອົງຄະຢ່າງທົ່ວເຖິງ ແລະ ເປັນປົກກະຕິ ແຕ່ລະໄລຍະ.
ສະຫາຍ ພັນເອກ ພູເວີນ ສູນນີວົງ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2026 ຫ້ອງ ການເມືອງກອງບັນຊາການທະ ຫານແຂວງຈຳປາສັກຈະສືບຕໍ່ ເພີ່ມທະວີບົດບາດການຊີ້ນຳ ນຳ ພາຕໍ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບທຸກສະຫາຍໃນທົ່ວກົມກອງໃຫ້ມີແນວຄິດໜັກແໜ້ນເຂັ້ມແຂງ, ເພີ່ມທະວີບົດບາດການນຳພາຂອງພັກ ເຂົ້າໃນທຸກດ້ານ, ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສືບຕໍ່ລົງເລິກວຽກງານກໍ່ສ້າງຮາກຖານການເມືອງ, ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ຍົກສູງຄຸນນະພາບການສຶກສາອົບຮົມການເມືອງ-ແນວຄິດ, ພ້ອມທັງເປີດຊຸດອົບຮົມວຽກງານພັກ-ວຽກງານການເມືອງ ປະຈຳປີ 2026 ໃຫ້ມີປະສິດທິຜົນສູງ, ສູ້ຊົນປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນລຸ 70% ຂຶ້ນໄປ ແລະ ເຂັ້ມງວດໃນການສະກັດກັ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນໃນກົມກອງ, ພະນັກງານນຳພາ-ບັນຊາ ແຕ່ລະຂັ້ນ ແຕ່ລະພະແນກການ ຕ້ອງຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສຳເລັດ ແລະ ຮັບປະກັນໄດ້ຄຸນນະພາບຢ່າງແຂງແຮງ, ຄຽງຄູ່ກັບການ ນຳພາ-ຊີ້ນຳ ພະນັກງານ-ນັກຮົບ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ຕົນໃຫ້ມີຄວາມຈູບຈ້າວຫ້າວ ຫັນ, ມີສະຕິຕື່ນຕົວສູງ ແລະ ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂະບວນການວຽກງານຂອງກົມກອງໃຫ້ມີປະສິດທິພາບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















