ມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງສານທະຫານຂັ້ນສູງ
ເວລາອອກຂ່າວ: 2026-07-13 09:07:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ: ![]()
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍພັກ ແລະ ລັດ ຖະບານ ໄດ້ນຳພາປວງຊົນລາວ ທັງຊາດ ປະຕິບັດສອງໜ້າທີ່ຍຸດ ທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນແມ່ນ ໄດ້ສຸມໃສ່ຮຳບາດ ແຜສົງຄາມ, ຟື້ນຟູເສດຖະກິດ ແລະ ປັບປຸງອຳນາດການປົກຄອງ ທຸກຂັ້ນ ໃຫ້ເຂັ້ມແຂງ, ປົວແປງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ, ໃນເວລາດຽວກັນ ກໍໄດ້ຍຶດໝັ້ນອຸດົມການ ແລະ ແນວທາງຂອງພັກ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ເພື່ອປົກປັກຮັກສາຜົນປະໂຫຍດອັນຊອບທຳຂອງລັດ, ຂອງປະຊາຊົນ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸຕິທຳໃນສັງຄົມ, ຕໍ່ມາ ພັກ ແລະ ລັດຖະ ບານ ໄດ້ກຳນົດແນວທາງໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ເທື່ອລະ ກ້າວ ໂດຍຖືເອົາວຽກງານຕຸລາ ການ ເປັນວຽກງານໜຶ່ງທີ່ສຳຄັນ, ເປັນເຄື່ອງມືພະເດັດການໃນການຕ້ານທຸກປະກົດການຂອງສັດຕູ ແລະ ພວກຄົນບໍ່ຫວັງດີ ເພື່ອປົກປັກຮັກສາລະບອບໃໝ່ໄວ້ໃຫ້ ໝັ້ນຄົງ ເຊິ່ງພາໃຫ້ມີການກຳເນີດສານທະຫານຂຶ້ນ. ໃນເບື້ອງຕົ້ນທີ່ບໍ່ມີການຈັດຕັ້ງຂອງສານທະ ຫານ ການເຄື່ອນໄຫວດຳເນີນຕັດ ສິນຄະດີໃນກອງທັບ ແມ່ນຂຶ້ນກັບກະຊວງປ້ອງກັນປະເທດໂດຍກົງ ເມື່ອມີຄະດີເກີດຂຶ້ນ ກະຊວງປ້ອງກັນປະເທດ ຈະແຕ່ງຕັ້ງສານ ຂຶ້ນ ເພື່ອພິຈາລະນາຕັດສິນ ເມື່ອ ຕັດສິນຄະດີສຳເລັດແລ້ວ ການ ຈັດຕັ້ງຂອງສານ ກໍສິ້ນສຸດໄປ ແລະ ເມື່ອມີຄະດີໃໝ່ເກີດຂຶ້ນ ກໍແຕ່ງຕັ້ງສານຂຶ້ນມາໃໝ່ຕາມເງື່ອນໄຂຕົວຈິງ.
ໂດຍອີງໃສ່ສະພາບການຂະ ຫຍາຍຕົວ ທາງດ້ານເສດຖະກິດ ແລະ ສັງຄົມ ທີ່ຕ້ອງເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມດ້ວຍລະບຽບກົດໝາຍ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄະ ນະເລຂາທິການສູນກາງພັກ ໄດ້ມີມະຕິຕົກລົງ ສະບັບເລກທີ 107/ຄລສພ, ລົງວັນທີ 13 ກໍລະກົດ 1982 ວ່າດ້ວຍການສ້າງຕັ້ງ ກົມສານທະຫານກອງທັບປະຊາຊົນລາວຂຶ້ນ ເຊິ່ງຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ໄດ້ແຕ່ງຕັ້ງສະຫາຍ ພັນເອກ ສົມສັກ ພົມມະວົງ ເປັນຫົວໜ້າກົມ, ສະຫາຍ ພັນໂທ ກາສີ ຫຼ່ຽມຜີ ເປັນຮອງຫົວໜ້າກົມ, ໂຄງປະ ກອບການຈັດຕັ້ງໃນເວລານັ້ນ ປະກອບມີ 4 ພະແນກ ຄື: ພະແນກຫ້ອງ ການສານທະຫານ, ພະແນກຄົ້ນຄວ້າຮູບການປະຕິບັດໂທດ, ພະແນກກວດກາຄຳຕັດສິນ ແລະ ພະແນກຄົ້ນ ຄວ້າກົດໝາຍ, ໜ້າທີ່ຕົ້ນຕໍຂອງກົມສານທະຫານ ແມ່ນພິຈາລະນາຕັດສິນຄະດີອາ ຍາ ທີ່ເກີດຂຶ້ນໃນກອງທັບ ແລະ ຄະດີຄອບຄົວຂອງນາຍ ແລະ ພົນທະຫານ ໃຫ້ມີຄວາມຖືກຕ້ອງ, ເປັນທຳ ແນໃສ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງກອງທັບ, ຂອງນາຍ ແລະ ພົນທະຫານ ແລະ ປະຊາຊົນບັນ ດາເຜົ່າ.
ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສານທະຫານ ໃນເບື້ອງຕົ້ນແມ່ນພົບຄວາມຫຍຸ້ງຍາກຫຼາຍປະການ ອັນເນື່ອງມາຈາກ ພະນັກງານບໍ່ພຽງພໍ, ຂາດພາ ຫະນະອຸປະກອນ, ງົບປະມານມີໜ້ອຍ ແລະ ບໍ່ທັນມີກົດໝາຍເປັນບ່ອນອີງ ໃນການເຄື່ອນໄຫວວຽກງານ ແລະ ບັນຫາອື່ນໆ. ແຕ່ແນວໃດກໍຕາມ ຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດ ຈາກຄະນະພັກກະ ຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາສານທະຫານຊຸດທຳອິດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະ ນັກງານວິຊາການ ເພີ່ມທະວີຍົກສູງຄວາມຮັບຜິດຊອບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຍົກສູງຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ອັນໄດ້ເຮັດໃຫ້ສານທະຫານສາ ມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ ແລະ ເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ຢ່າງຕັ້ງໜ້າປະ ກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດເຮັດໃຫ້ບັນຫາຂໍ້ຂັດແຍ່ງ, ການລະເມີດກົດໝາຍ ແລະ ບັນຫາຕ່າງໆ ທີ່ເກີດຂຶ້ນໄດ້ຮັບການແກ້ໄຂຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ເຮັດໃຫ້ສັງຄົມ ກໍຄື ກອງທັບມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ໃນປີ 1986 ພັກ ແລະ ລັດຖະ ບານ ໄດ້ປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ມີການຂະຫຍາຍຕົວຢ່າງວ່ອງໄວ, ບັນຫາສິ່ງຫຍໍ້ທໍ້ຂໍ້ຂັດແຍ່ງຕ່າງໆ ໃນສັງຄົມ ໄດ້ເພີ່ມຂຶ້ນດັ່ງນັ້ນ, ລະບົບການຈັດຕັ້ງສານທະຫານ ກໍໄດ້ຮັບການປັບ ປຸງໃຫ້ມີປະສິດທິພາບສູງກວ່າ ເກົ່າ, ກົດໝາຍວ່າດ້ວຍສານປະ ຊາຊົນສະບັບທຳອິດ ໄດ້ຖືກຮັບ ຮອງໃນກອງປະຊຸມສະໄໝສາ ມັນ ເທື່ອທີ 1 ຂອງສະພາປະຊາ ຊົນສູງສຸດຊຸດທີ II ໃນວັນທີ 23 ທັນວາ 1989 ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໃນວັນທີ 9 ມັງກອນ 1990 ເຊິ່ງເປັນຂີດໝາຍປະຫວັດສາດທີ່ສຳຄັນ ໃນການກຳນົດການຈັດຕັ້ງ, ບຸກຄະລາກອນ, ສິດ ແລະ ໜ້າທີ່ ຂອງສານປະຊາຊົນ ແລະ ສານທະຫານຢ່າງເປັນຮູບປະທຳ. ຈາກນັ້ນມາ ກົມສານທະຫານ ໄດ້ປ່ຽນຊື່ມາເປັນ ສານທະຫານ ມີຖານະທຽບເທົ່າກົມທີ່ຂຶ້ນກັບການຊີ້ນຳ-ນຳພາ ຂອງກົມໃຫຍ່ການເມືອງກອງທັບ, ໃນປີ 1992 ສານທະຫານ ໄດ້ມີການປັບປຸງລະບົບການຈັດຕັ້ງ ໂດຍປ່ຽນ ຈາກສານທະຫານ ມາເປັນສານທະຫານຂັ້ນສູງ ແລະ ໄດ້ມີການສ້າງຕັ້ງສານທະຫານຂັ້ນຕົ້ນ ເຂດພາກເໜືອ ແລະ ເຂດພາກໃຕ້ຂຶ້ນ.
(ອ່ານຕໍ່ສະບັບໜ້າ)
ສານທະຫານຂັ້ນຕົ້ນ ເຂດພາກເໜືອ ຕັ້ງຢູ່ແຂວງຫຼວງພະບາງ ມີພາລະບົດບາດ ດຳເນີນການຕັດສິນຄະດີອາຍາ ແລະ ຄອບຄົວເປັນຂັ້ນຕົ້ນ, ການດຳເນີນຊີວິດການເມືອງ, ງົບປະມານຮັບໃຊ້ ແລະ ນະໂຍບາຍ ອື່ນໆ ແມ່ນຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ, ດ້ານວຽກງານວິຊາສະເພາະແກ້ໄຂຄະດີ ແມ່ນຂຶ້ນກັບສານທະຫານຂັ້ນສູງ ເປັນຜູ້ຊີ້ນຳໂດຍກົງ, ຂອບເຂດການເຄື່ອນໄຫວວຽກງານປະກອບມີ ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ທີ່ມີສຳນັກງານຕັ້ງຢູ່ແຂວງຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ.
ສານທະຫານຂັ້ນຕົ້ນ ເຂດພາກໃຕ້ ຕັ້ງຢູ່ແຂວງຈຳປາສັກ ມີພາລະບົດບາດດຳເນີນການຕັດ ສິນຄະດີອາຍາ ແລະ ຄອບຄົວເປັນຂັ້ນຕົ້ນ, ການດຳເນີນຊີວິດການເມືອງ, ງົບປະມານຮັບໃຊ້ ແລະ ນະໂຍບາຍອື່ນໆ ແມ່ນຂຶ້ນກັບ ກອງບັນຊາການທະຫານແຂວງຈໍປາສັກ, ດ້ານວຽກງານວິຊາສະເພາະແກ້ໄຂຄະດີ ແມ່ນຂຶ້ນກັບສານທະຫານຂັ້ນສູງ ເປັນຜູ້ຊີ້ນຳໂດຍກົງ, ຂອບເຂດການເຄື່ອນໄຫວວຽກງານປະກອບມີ ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ທີ່ມີສຳນັກງານຕັ້ງຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.
ສານທະຫານຂັ້ນຕົ້ນ ເຂດພາກກາງ ແມ່ນຈັດຕັ້ງເປັນພະແນກໜຶ່ງຂຶ້ນກັບ ສານທະຫານຂັ້ນສູງ ມີພາ ລະບົດບາດດຳເນີນການຕັດສິນຄະດີອາຍາ ແລະ ຄອບຄົວເປັນຂັ້ນຕົ້ນ, ຂອບເຂດ ການເຄື່ອນໄຫວວຽກງານປະ ກອບມີບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຊຽງ ຂວາງ, ຫົວພັນ, ບໍລິຄຳໄຊ ແລະ ແຂວງຄຳມ່ວນ, ໃນປີ 2006 ລັດຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ອະນຸມັດສ້າງຕັ້ງສານ ທະຫານພາກກາງຂຶ້ນ ແລະ ໄດ້ ປະກາດແຕ່ງຕັ້ງຢ່າງເປັນທາງ ການ ໃນປີ 2007 ເຊິ່ງມີພາລະບົດບາດໃນການພິຈາລະນາຕັດ ສິນຄະດີອາຍາເປັນຂັ້ນຕົ້ນ, ການ ດຳເນີນຊີວິດການເມືອງ, ງົບປະ ມານຮັບໃຊ້ ແລະ ນະໂຍບາຍອື່ນໆ ແມ່ນຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ, ດ້ານວຽກງານວິຊາສະເພາະແກ້ ໄຂຄະດີ ແມ່ນຂຶ້ນກັບສານທະ ຫານຂັ້ນສູງ ເປັນຜູ້ຊີ້ນຳໂດຍກົງ.
ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ກົດໝາຍວ່າດ້ວຍສານທະຫານສະບັບທຳອິດ ໄດ້ຖືກຮັບຮອງໃນກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 17 ທັນວາ 2013 ແລະ ປະທານປະເທດ ໄດ້ປະກາດໃຊ້ຢ່າງເປັນທາງການຕາມລັດຖະດຳລັດ ສະ ບັບເລກທີ 067/ປປທ, ລົງວັນທີ 28 ມັງກອນ 2014 ເຊິ່ງຖືວ່າເປັນຂີດໝາຍປະຫວັດສາດອັນສຳຄັນ ໃນການກຳນົດກົງຈັກ ການຈັດຕັ້ງ, ບຸກຄະລາກອນ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານທະຫານ ຢ່າງເປັນຮູບປະທຳ ແລະ ເປັນລະບົບຄົບຊຸດ, ໄດ້ກາຍເປັນບ່ອນອີງໃຫ້ສານທະຫານ ໄດ້ເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເປັນຢ່າງດີ, ຢູ່ໃນມາດຕາ 51 ຂອງກົດໝາຍວ່າດ້ວຍສານທະຫານ ໄດ້ກຳນົດວັນສ້າງຕັ້ງສານທະຫານ ເຊິ່ງແມ່ນວັນທີ 13 ກໍລະກົດ 1982, ໃນແຕ່ລະປີ ເມື່ອຮອດວັນດັ່ງກ່າວ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງຈັດຕັ້ງພິທີສະເຫຼີມສະຫຼອງ ຕາມຄວາມເໝາະສົມ.
ໃນປີ 2016 ກະຊວງປ້ອງກັນປະເທດ ໄດ້ອະນຸມັດໃຫ້ສານທະຫານພາກເໜືອ, ພາກກາງ ແລະ ພາກໃຕ້ ມາຂຶ້ນກັບສານທະ ຫານຂັ້ນສູງ ແລະ ກົມໃຫຍ່ການ ເມືອງກອງທັບ ເປັນຜູ້ຊີ້ນຳໂດຍກົງຮອບດ້ານ, ປີ 2017 ຈຶ່ງໄດ້ ໂອນພະແນກປະຕິບັດຄຳຕັດສິນ ຂອງສານ ໄປຂຶ້ນກັບກົມກົດ ໝາຍ.
ການພິຈາລະນາຕັດສິນຄະດີຂອງສານທະຫານ ໃນປັດຈຸບັນ ປະກອບມີ 2 ຂັ້ນ ຄື: ຂັ້ນຕົ້ນ ແລະ ຂັ້ນອຸທອນ, ໂດຍສານທະຫານພາກຕັດສິນເປັນຂັ້ນຕົ້ນຕາມຂໍ້ ມູນຫຼັກຖານ ແລະ ກົດໝາຍ, ສ່ວນ ສານທະຫານຂັ້ນສູງພິພາກສາເປັນຂັ້ນອຸທອນຕາມຂໍ້ມູນຫຼັກຖານ ແລະ ກົດໝາຍ, ຄະດີທີ່ສານ ທະຫານພາກ ໄດ້ຕັດສິນເປັນຂັ້ນ ຕົ້ນ ເຊິ່ງຖືກຂໍອຸທອນໂດຍຄູ່ຄວາມ ຫຼື ຖືກສະເໜີຄັດຄ້ານ ໂດຍໄອຍະການທະຫານ.
ຕະຫຼອດໄລຍະຜ່ານມາ, ສານ ທະຫານຂັ້ນສູງ ໄດ້ຕັ້ງໜ້າປະຕິ ບັດພາລະບົດບາດຂອງຕົນ, ທັງປັບປຸງໂຄງປະກອບການຈັດຕັ້ງ, ພັດທະນາບຸກຄະລາກອນ, ທັງປັບປຸງກົນໄກການເຄື່ອນໄຫວວຽກງານ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ ອັນໄດ້ເຮັດໃຫ້ ອົງການຈັດຕັ້ງສານທະຫານຂັ້ນສູງ ນັບມື້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ສາມາດເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງ ຕາມທີ່ກະຊວງປ້ອງກັນປະເທດ ໄດ້ມອບໝາຍໃຫ້ ດ້ວຍໝາກຜົນອັນຈົບງາມ.
ຮຽບຮຽງໂດຍ: ນາງ ຍ້ອມພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















