117 ປີ ຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ
ເວລາອອກຂ່າວ: 2026-07-13 09:34:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1055 | ຄວາມນິຍົມ: ![]()
ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ປີ 1909 ທີ່ ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າຣາຊະວົງເປັນໂອຣົດຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ໝ່ອມຄຳອ້ວນ ມີເອື້ອຍ 2 ຄົນຄືເຈົ້າຍິງທະວີວັນ ແລະ ເຈົ້າຍິງຈິນດາຣັດສະໝີ, ມີອ້າຍຕ່າງມານດາ 2 ຄົນ ເຊິ່ງເປັນຜູ້ມີບົດບາດສຳຄັນທາງປະຫວັດສາດຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ.
ສະໄໝເຍົາໄວປະທານ ສຸພານຸວົງໄດ້ຮັບການອົບຮົມສັ່ງສອນເປັນຢ່າງດີເພີ່ນເປັນເດັກໃນວັງທີ່ມັກໄປຫຼີ້ນກັບເດັກນ້ອຍທົ່ວໄປໂດຍບໍ່ຖືຊົນຊັ້ນວັນນະຕົນ ເຊິ່ງໄດ້ເຮັດໃຫ້ເພີ່ນສຳພັດກັບຊີວິດປະຈຳວັນຂອງປະຊາຊົນ ແລະ ເກີດຄວາມເມດຕາຮັກໄຄ່ປະຊາຊົນຕັ້ງແຕ່ຍັງນ້ອຍ ເມື່ອອາຍຸໄດ້ 7 ປີ ປະທານ ສຸພານຸວົງ ໄດ້ເຂົ້າຮຽນປະຖົມສຶກສາທີ່ຫຼວງພະບາງ ເພີ່ນເປັນນັກຮຽນທີ່ດຸໝັ່ນ ແລະ ມີພອນສະຫວັນໃນຫຼາຍດ້ານຮຽນເກັ່ງ ແລະ ສອບໄດ້ຄະແນນດີເລີດຕະຫຼອດຈົນຈົບຊັ້ນປະຖົມສົມບູນ. ປີ 1920 ປະທານສຸພານຸວົງໄດ້ຮຽນຕໍ່ຊັ້ນມັດທະຍົມ «ອານແບກຊາໂຣ» ທີ່ຮ່າໂນ້ຍປະເທດຫວຽດນາມ. ຢູ່ທີ່ນັ້ນເພີ່ນໄດ້ຕັ້ງໃຈຮຽນທັງວິທະຍາສາດທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫຼາຍພາສາ, ຮຽນດ້ານສິລະປະ ແລະ ວັນນະຄະດີ, ທັງຫຼີ້ນກິລາ ແລະ ດົນຕີ, ປະທານ ສຸພານຸວົງ ຍັງເປັນຜູ້ມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກະວີ. ເພີ່ນຮຽນຈົບຂະແໜງວິທະຍາສາດ ແລະ ອັກສອນສາດດ້ວຍຄະແນນດີເລີດ ແລະ ຖືກເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຼເຕັກໂຕຣາ ແຫ່ງແຄວ້ນອິນດູຈີນ. ປີ 1931 ປະທານ ສຸພານຸວົງ ໄດ້ສຶກສາຕໍ່ທີ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມທີ່ວິທະຍາໄລແຊັງຫຼຸຍຕໍ່ມາໃນປີ 1934 ໄດ້ເສັງເຂົ້າຮຽນຕໍ່ມະຫາວິທະຍາໄລຂົວທາງແຫ່ງຊາດສາຂາວິສະວະກອນພົນລະເຮືອນ ປະທານ ສຸພານຸວົງ ມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆເພີ່ນສາມາດເວົ້າໄດ້ເຖິງ 7-8 ພາສາທີ່ໃຊ້ກັນແຜ່ຫຼາຍໃນສາກົນ, ປີ 1937 ປະທານ ສຸພານຸວົງ ໄດ້ຮຽນຈົບມະຫາວິທະຍາໄລຂົວທາງແຫ່ງຊາດທີ່ປະເທດຝຣັ່ງໂດຍໄດ້ຮັບປະກາສະນີຍະບັດວິສະວະກອນຂົວທາງຄົນທຳອິດຂອງປະເທດລາວ,ປີ 1938 ປະທານ ສຸພານຸວົງ ໄດ້ສ້າງຄອບຄົວກັບນາງ ຫວຽນທິກີ້ນາມ(ປ້າວຽງຄຳ ສຸພານຸວົງ)ມີລູກນຳກັນ 10 ຄົນ, ປີ 1939 ສົງຄາມໂລກຄັ້ງທີ II ໄດ້ລະເບີດຂຶ້ນທົ່ວໂລກ, ໂດຍສະເພາະພວກຟາດຊິດ ຮີດເລີ ເຢຍລະມັນ, ອີຕາລີ ແລະ ຍີ່ປຸ່ນສົມຮູ້ຮ່ວມຄິດກັນກໍ່ຂຶ້ນເພື່ອແບ່ງໂລກ. ສະເພາະຢູ່ອາຊີພວກຟາຊິດຍີ່ປຸ່ນໄດ້ໃຊ້ກຳລັງຫຼວງບຸກໂຈມຕີເຂົ້າຍຶດແຄວ້ນມັນຈູລີປະເທດຈີນເວົ້າສະເພາະປະເທດລາວຂອງພວກເຮົາພວກເຂົາໄດ້ເປີດກວ້າງສົງຄາມລົງມາທາງພາກໃຕ້ຂອງປະເທດຈີນບໍ່ພໍເທົ່າໃດເດືອນກໍມາປະຊິດກັບຊາຍແດນຈີນ-ລາວ-ຫວຽດນາມພວກເຂົາອອກແຮງໃຊ້ກຳລັງບຸກໂຈມຕີເຂົ້າບັນດາປະເທດໃນອາຊີອາຄະເນ, ປີ 1945 ພາຍຫຼັງທີ່ພວກຟາຊິດຍີ່ປຸ່ນໄດ້ຮັບການປະລາໄຊໃນສົງຄາມໂລກ ຄັ້້ງທີ II ຢູ່ອາຊີໄດ້ສ້າງກາລະໂອກາດໂດຍກົງ ທີ່ມີຜົນດີໃຫ້ແກ່ການປົດປ່ອຍຊາດໃນທົ່ວໂລກ. ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈີນ ໂດຍມີປະທານໂຮ່ຈີ່ມິນ ເປັນຜູ້ນຳທີ່ຍິ່ງໃຫຍ່ເປັນຜູ້ນຳໜ້າໄດ້ນຳພາປະຊາຊົນ 3 ຊາດອິນດູຈີນລາວ-ຫວຽດນາມ-ກຳປູເຈຍລຸກຮື້ຂຶ້ນຍຶດອຳນາດຈາກການປົກຄອງຈາກຟາຊິດຍີ່ປຸ່ນໃນເດືອນສິງຫາຢ່າງມີໄຊ ໃນຂະນະດຽວກັນນັ້ນວັນທີ 23 ສິງຫາ 1945 ຢູ່ລາວປະຊາຊົນຊາວນະຄອນຫຼວງວຽງຈັນນັບໝື່ນຄົນໄດ້ພ້ອມພາກັນລຸກຮື້ຍຶດອຳນາດການປົກຄອງຈາກພວກຟາຊິດຍີ່ປຸ່ນຢ່າງມີໄຊ ແລະ ໄດ້ປະກາດເອກະລາດຕໍ່ໂລກໃນວັນທີ 12 ຕຸລາ ປີ 1945. ໃນຕົ້ນເດືອນກັນຍາ 1945 ເຈົ້າມະຫາອຸປະລາດ ເພັດຊະລາດໄດ້ໂທລະເລກເຊີນປະທານສຸພານຸວົງ ທີ່ພວມປະຈຳການຢູ່ເມືອງວິງ ຫວຽດນາມກັບຄືນປະເທດເພື່ອຮ່ວມກັບສະເດັດເຈົ້າເພັດຊະລາດຕໍ່ສູ້ກອບກູ້ເອົາເອກະລາດມາໃຫ້ປະເທດຊາດ, ປີ 1945 ປະທານສຸພານຸວົງໄດ້ເດີນທາງກັບຄືນປະເທດຕາມທາງເລກ 9 ເມື່ອຮອດເຊໂປນ ປະທານ ສຸພານຸວົງໄດ້ກ່າວປາໄສຕໍ່ປະຊາຊົນທີ່ມາໂຮມກັນຢູ່ທີ່ນັ້ນຢ່າງຫຼວງຫຼາຍເພື່ອຕ້ອນຮັບເພີ່ນໄດ້ກ່າວວ່າ « ແຜນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງສະນັ້ນພວກເຮົາທຸກຄົນຕ້ອງສາມັກຄີໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້», ໃນຕົ້ນປີ 1946 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານອິນດູຈີນອີກຄັ້ງໃໝ່ພາຍຫຼັງເຂົ້າຍຶດຄອງຫວຽດນາມ ແລະ ກຳປູເຈຍສຳເລັດກໍໄດ້ຍຶດຄອງລາວຕາມເສັ້ນທາງເລກ 9 ຍຶດເອົາສະຫວັນນະເຂດ ແລະ ພວກເຂົາມີແຜນການກຽມການບຸກໂຈມຕີຍຶດເອົາເມື່ອງທ່າແຂກປະທານ ສຸພານຸວົງໄດ້ກ່າວວ່າ» ເພື່ອສັກສີຂອງຄົນລາວ ຕ້ອງສູ້ຢ່າງທີ່ບັນພະບູລຸດຕໍ່ສູ້ມາແລ້ວ ແລະ ລຸກຮື້ຂຶ້ນຕໍ່ສູ້ຈົນເຖິງບັ້ນສຸດທ້າຍຄົນລາວ ບໍ່ຍອມເສຍແຜ່ນດິນໃຫ້ສັດຕູທີ່ມາຮຸກຮານ ດັ່ງມູນເຊື້ອບັນພະບູລຸດຂອງພວກເຮົາ ເຄີຍຕໍ່ສູ້ບໍ່ຍອມຈຳນົນ ແລະ ເປັນແບບຢ່າງມາແລ້ວ, ຂ້າພະເຈົ້າຈະຮ່ວມກັບພວກທ່ານຈົນເຖິງວິນາທີສຸດທ້າຍ ສິນທຳຕ້ອງຊະນະອະທຳສະເໝີ» ກຳລັງສັດຕູບຸກໂຈມຕີທັງໜ້າດິນ ແລະ ທັງອາກາດພວກເຂົາໃຊ້ຍົນຖີ້ມລະເບີດ, ທັງປືນກົນໜັກຍິງໃສ່ເຮືອແພຂອງປະຊາຊົນລາວຊາວທ່າແຂກຢ່າງໂຫດຮ້າຍປ່າເຖື່ອນເມື່ອເຫັນວ່າສະພາບບໍ່ອຳນວຍ ແລະ ບໍ່ຮັບປະກັນຄວາມປອດໄພກຳລັງປ້ອງກັນຂອງທ່ານ ສຸພານຸວົງລວມມີທັງຄົນລາວ ແລະ ຫວຽດນາມໄດ້ລະດົມໃຫ້ທ່ານ ສຸພານຸວົງລົງເຮືອຈັກແລ່ນອອກຈາກເມືອງທ່າແຂກມຸ່ງໜ້າຂ້າມໄປຝັ່ງໄທກ່ອນ ໃນຂະນະທີ່ເຮືອກຳລັງແລ່ນອອກໄປເຖິງກາງນ້ຳຂອງພວກສັດຕູໄດ້ກາດຍິງໃສ່ເຮືອຂອງທ່ານ ສຸພານຸວົງເຮັດໃຫ້ທ່ານ ສຸພານຸວົງຖືກຍິງບາດເຈັບສາຫັດ ທຸກຄົນເປັນຫ່ວງຕໍ່ສຸຂະ
ພາບຂອງທ່ານຈຶ່ງຟ້າວນຳສົ່ງຂຶ້ນຝັ່ງໄທຢ່າງປອດໄພ ແລະ ຖືກສົ່ງໄປປິ່ນປົວໃນໂຮງໝໍດາວວອນ ປະເທດໄທ, ໃນວັນທີ 13ສິງຫາ1950 ກອງປະຊຸມຜູ້ແທນທົ່ວປະເທດໄດ້ຕົກລົງສ້າງຕັ້ງແນວໂຮມເອກະພາບແຫ່ງຊາດຂຶ້ນທາງເປັນທາງການໂດຍໃສ່ຊື່ວ່າ ແນວລາວອິດສະຫຼະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນປະທານ, ມາເຖິງວັນທີ 11 ພຶດສະພາ 1959 ພວກຜຸຍ ຊະນະນິກອນ ອອກຄຳສັ່ງໃຫ້ປິດລ້ອມກອງພັນທີ 1 ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ຕໍ່ມາຮອດວັນທີ 28 ກໍລະກົດ 1959 ພວກເຂົາໄດ້ດຳເນີນການຈັບກຸ່ມຄຸມຂັງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ 16 ທ່ານ, ໃນນັ້ນມີ ປະທານ ສຸພານຸວົງ ແລະ ຜູ້ນຳແນວລາວຮັກຊາດທັງໝົດໄດ້ໂຕນຄຸກ ແລະ ກັບຄືນສູ່ຖານທີ່ໝັ້ນການປະຕິວັດໄດ້ຢ່າງປອດໄພ ເຫດການອັນໜ້າອັດສະຈັນດັ່ງກ່າວໄດ້ສ້າງຄວາມຕື້ນຕັນໃຈຢ່າງຍິ່ງໃນໝູ່ປະຊາຊົນໃນທົ່ວປະເທດ, ປີ 1962 ໄດ້ມີການເຊັນສັນຍາເຊີແນວກ່ຽວກັບລາວ ແລະ ການຈັດຕັ້ງລັດຖະບານປະສົມ 3 ຝ່າຍ (ຝ່າຍແນວລາວຮັກຊາດ, ຝ່າຍວຽງຈັນ ແລະ ຝ່າຍເປັນກາງ) ວັນທີ 17-18 ເມສາ1964 ປະທານ ສຸພານຸວົງ ໄດ້ເຂົ້າຮ່ວມ
ເຈລະຈາ 3 ຝ່າຍ ຢູ່ຄັງໄຂ, ຊຽງຂວາງ ມາຮອດວັນທີ 5 ເມສາ 1974 ລັດຖະບານປະສົມຊົ່ວຄາວແຫ່ງຊາດ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດໄດ້ຮັບການສ້າງຕັ້ງຂຶ້ນໂດຍ ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງເປັນປະທານຄະນະມົນຕີປະສົມການເມືອງແຫ່ງຊາດ
ໃນວັນທີ 1 ແລະ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນຜ່ານບັນດາມະຕິຕົກລົງທີ່ມີລັກສະນະປະຫວັດສາດເຊັ່ນ: ສະຖາປະນາລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກອງປະຊຸມໃຫຍ່ໄດ້ເປັນເອກະສັນກັນ ແຕ່ງຕັ້ງ ທ່ານ ສຸພາ່ນຸວົງ ເປັນປະທານປະເທດຄົນທຳອິດຂອງ ສາທະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນປະທານ ສະພາປະຊາຊົນສູງສຸດ.
ພາຍຫຼັງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ ປະທານ ສຸພານຸວົງໄດ້ສືບຕໍ່ເປັນຄັນທຸງຂອງແນວໂຮມມະຫາສາມັກຄີແຫ່ງຊາດ
(ແນວລາວສ້າງຊາດ), ມາຮອດປີ 1989 ປະທານ ສຸພານຸວົງ ໄດ້ລົ້ມປ່ວຍ ແລະ ບໍ່ມາສາດປະຕິບັດພາລະກິດອັນສູງສົງຂອງເພີ່ນຕໍ່ໄປໄດ້ ແລະ ໄດ້ເຖິງແກ່ມໍລະນະກຳເມື່ອເວລາ 23 ໂມງ 15 ນາທີ ຂອງວັນທີ 9 ມັງກອນ 1995 ເຖິງເພີ່ນຈະຈາກໄປແລ້ວແຕ່ຊື່ສຽງ ແລະ ຄຸນງາມຄວາມດີຂອງເພີ່ນໄດ້ຖືກຈາລຶກໄດ້ໃນປະຫວັດສາດຂອງຊາດລາວເຮົາ ແລະ ຈະຍືນຍົງຢູ່ໃນພາລະກິດປະຕິວັດຂອງພວກເຮົາຕະຫຼອດໄປ.
ຮຽບຮຽງໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















