ກົມໃຫຍ່ເຕັກນິກກອງທັບ ປະກາດລຸລ່ວງໃຫ້ພະນັກງານພັກການກຽມຮັບບຳນານ, ປະກາດການແຕ່ງຕັ້ງ ພະນັກງານຂັ້ນນຳພາ-ບັນຊາ ແລະ ປະກາດການເລື່ອນຊັ້ນໃຫ້ພະນັກງານ
ເວລາອອກຂ່າວ: 2026-07-13 10:53:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 616 | ຄວາມນິຍົມ: ![]()
ໃນວັນທີ 10 ກໍລະກົດ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ພິທີ ປະກາດລຸລ່ວງໃຫ້ພະນັກງານພັກການກຽມຮັບບຳນານ ແລະ ປະກາດການແຕ່ງຕັ້ງ ພະນັກງານຂັ້ນນຳພາ-ບັນຊາ ແລະ ປະກາດການເລື່ອນຊັ້ນໃຫ້ພະນັກງານ ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ວຽງທອງ ພັດທະສິດ ຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະຕິບັດເງິນເດືອນບຳນານໃຫ້ນາຍທະຫານຂັ້ນສູງ ລັດຖະມົນຕີກະຊວງປ້ອງກັນປ້ອງກັນປະເທດຕົກລົງ: ອະນຸມັດໃຫ້ສະຫາຍ ພັນເອກ ທອງພັນ ບຸນສະຫວັດ ຮອງຫົວໜ້າກົມເຕັກນິກເຫຼົ່າຮົບ, ສະຫາຍ ພັນເອກ ນວນທອງ ບຸນທອງວັນ ຫົວໜ້າການເມືອງໂຮງງານ ອ410, ສະຫາຍ ພັນເອກ ສັກສີ ຈັນທະບັນດິດ ອຳນວຍການໂຮງງານປະສານເຫຼົ່າພາກໃຕ້, ສະຫາຍ ພັນໂທ ສົມພານ ຄຳພູວົງ ຫົວໜ້າສາງກົນຈັກ 1, ສະຫາຍ ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ, ສະຫາຍ ພັນໂທ ກິ່ງເພັດ ແກ້ວສີລາ ຮອງອຳນວຍການໂຮງຮຽນ 404, ຄິດໄລ່ເງິນອຸດໜູນ ແລະ ເງິນເດືອນບຳນານໃຫ້ຕາມລະບຽບຫຼັກການ, ຈາກນັ້ນ, ກໍຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກົມໃຫຍ່ເຕັກນິກກອງທັບ ພັກການກຽມຮັບບຳນານ ກະຊວງປ້ອງກັນປະເທດຕົກລົງ: ອະນຸມັດໃຫ້ ສະຫາຍ ພັນເອກ ອຸດົມ ລານທອງສິນ ຮອງຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນໂທ ໄມມະນີ ດວງຕາ ຮອງຫົວໜ້າສາງ ຮັບຜິດຊອບວຽກງານພະລາ, ຫົວໜ້າຂະແໜງເຕັກນິກ ສາງ ອ2, ສະຫາຍ ພັນໂທ ຄອນສີ ສົມອິນທະວົງ ຮອງຫົວໜ້າກອງ ຮັບຜິດຊອບວຽກງານພະລາ, ຫົວໜ້າຂະແໜງເຕັກນິກການຂັບຂີ່ ກອງລົດລາກ ພັກການກຽມຮັບບຳນານ; ຜ່ານຂໍ້ຕົກລົງແຕ່ງຕັ້ງພະນັກງານຂັ້ນຄະນະບັນຊາຢູ່ອົງການກົມໃຫຍ່ເຕັກນິກ, ລັດຖະມົນຕີກະຊວງປ້ອງກັນປະເທດຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນມາ ພົມເມືອງ ເປັນຮອງຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ອຳໄພ ທຳມະວົງສາ ເປັນຮອງຫົວໜ້າສາງ ຮັບຜິດຊອບວຽກງານພະລາ, ທັງເປັນຫົວໜ້າພະແນກພະລາ ສາງ ອ 2; ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາ ກຳມະການກວດກາໜ່ວຍພັກ ກົມຄຸ້ມຄອງລົດ-ເຮືອ, ຄະນະພັກກົມໃຫຍ່ເຕັກນິກກອງທັບຕົກລົງ: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ວົງເພັດ ອິນທະພອນ ເປັນຮອງເລຂາໜ່ວຍພັກ ປ່ຽນແທນ ສະຫາຍ ພັນເອກ ອຸດົມ ລານທອງສິນ, ສະຫາຍ ພັນໂທ ບຸນມາ ພົມເມືອງ ເປັນກຳມະການກວດກາ ປ່ຽນແທນ ສະຫາຍ ພັນເອກ ວົງເພັດ ອິນທະພອນ, ສະຫາຍ ພັນໂທ ແສງມະນີ ສີພອນໄຊ ເປັນຮອງເລຂາຄະນະພັກຮາກຖານ ໂຮງງານມິດຕະພາບລາວ-ຫວຽດນາມ ປ່ຽນແທນ ສະຫາຍ ພັນໂທ ລອນສີ ທຳມະວົງ ຖືກໄປແຕ່ງຕັ້ງຮັບໜ້າທີ່ໃໝ່, ສະຫາຍ ພັນໂທ ສີແກ້ວ ແກ້ວວິໄຊ ເປັນກຳມະການກວດກາ-ປ້ອງກັນ ປ່ຽນແທນ ສະຫາຍ ພັນໂທ ແສງມະນີ ສີພອນໄຊ, ສະຫາຍ ພັນໂທ ຄຳໝັ້ນ ຍົງທະບູນ ເປັນກຳມະການໂຄສະນາ-ອົບຮົມ ປ່ຽນແທນ ສະຫາຍ ພັນໂທ ສີແກ້ວ ແກ້ວວິໄຊ; ຜ່ານຄຳສັ່ງຍົກຍ້າຍ ກົມໃຫຍ່ການເມືອງກອງທັບຕົກລົງ: ຍົກຍ້າຍ ສະຫາຍ ພັນໂທ ຄຳແສງ ສີທະນົນໄຊ ຫົວໜ້າກອງຂົນສົ່ງວັດຖຸທາດລະເບີດອຸດສາຫະກຳ ໄປຮັບໜ້າທີ່ໃໝ່ຢູ່ໂຮງງານປະສານເຫຼົ່າພາກໃຕ້, ສະຫາຍ ພັນໂທ ຄຳມະນີ ປັນຍາວົງ ຫົວໜ້າພະແນກສັງລວມ ຫ້ອງການບໍລິຫານ ໄປຮັບໜ້າທີ່ໃໝ່ຢູ່ກອງສ້ອມແປງເຄື່ອນທີເລກ 1; ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຂັ້ນບັນຊາຢູ່ກົມກອງ, ຫົວໜ້າກົມໃຫຍ່ການເມືອງກອງທັບຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ພູທະວີ ແສນປັນຍາ ເປັນຫົວໜ້າກອງຂົນສົ່ງວັດຖຸທາດລະເບີດອຸດສາຫະກຳ, ສະຫາຍ ພັນໂທ ຄຳມະນີ ປັນຍາວົງ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານພະລາທິການ, ທັງເປັນຫົວໜ້າຂະແໜງພະລາ ກອງສ້ອມແປງເຄື່ອນທີ່ ເລກ 1, ສະຫາຍ ພັນໂທ ນາງ ພິດສະໄໝ ຂຸນປັນຍາ ເປັນຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງ, ສະຫາຍ ພັນໂທ ຄຳວອນ ພົມມະຈັນ ເປັນຫົວໜ້າພະແນກສັງລວມ ຫ້ອງບໍລິຫານ, ສະຫາຍ ພັນຕີ ໂຊລ້າ ທອງຄຳສາມາດ ເປັນຫົວໜ້າພະແນກຄຸ້ມຄອງການປະກອບ ກົມຄຸ້ມຄອງອາວຸດ-ກະສຸນ, ສະຫາຍ ພັນໂທ ນາງ ແສງອາລຸນ ໄຊອຸດົມ ເປັນຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ ຫ້ອງການກົມໃຫຍ່, ສະຫາຍ ພັນຕີ ຈັນທະວົງ ບໍລິບູນ ເປັນຮອງຫົວໜ້າພະແນກກຳມະບານ ຫ້ອງການເມືອງ, ສະຫາຍ ພັນຕີ ຈັນທະລາ ໄຊຍະວົງສາ ເປັນຮອງຫົວໜ້າພະແນກຄຸ້ມຄອງສາງຍຸດທະສາດ ກົມຄຸ້ມຄອງອາວຸດ-ກະສຸນ, ສະຫາຍ ພັນໂທ ຈຳປາສັກ ລັດຕະນະ ເປັນຮອງຫົວໜ້າພະແນກການເມືອງ ສາງ ກ1, ສະຫາຍ ພັນໂທ ພູວອນ ບຸນທະວົງ ເປັນຮອງພະແນກພະລາ ສາງ ອ2, ສະຫາຍ ພັນຕີ ໄຊຍະວົງ ອິນທະວົງ ເປັນຮອງຫົວໜ້າພະແນກແຜນການເຕັກນິກຄຸ້ມຄອງສາງ ກ1, ສະຫາຍ ພັນຕີ ຂຽວພອນ ລີວັນໄຊ ເປັນຮອງຫົວໜ້າພະແນກການເມືອງ ສາງ ວ1, ສະຫາຍ ຮ້ອຍເອກ ອໍລະພັນ ອ້ວນວິໄລ ເປັນຮອງຫົວໜ້າພະແນກແຜນການບໍລິຫານຫ້ອງການ ສາງ ກ1; ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງກອງລົດລາກ, ກົມໃຫຍ່ເຕັກນິກກອງທັບຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ດາວອນ ວົງໜໍ່ປາງທອງ ເປັນຫົວໜ້າກອງ, ສະຫາຍ ພັນໂທ ສີສຸພັນ ທອງສະຫວັດ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານການເມືອງ ທັງເປັນຫົວໜ້າຂະແໜງການເມືອງ, ສະຫາຍ ພັນຕີ ບຸນຫຼົງ ສີສຸຮັກ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າຂະແໜງເຕັກນິກ ແລະ ການຂັບຂີ່, ໃນນີ້, ໄດ້ປະກາດການເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 27 ສະຫາຍ, ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 52 ສະຫາຍ, ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 17 ສະຫາຍ, ວາທີ ຂຶ້ນຊັ້ນ ຮ້ອຍຕີ 9 ສະຫາຍ, ພ້ອມທັງປະດັບຫຼຽນໄຊແຮງງານຊັ້ນ 1 ຈຳນວນ 3 ສະຫາຍ, ຊັ້ນ 2, ຈຳນວນ 12 ສະຫາຍ, ຊັ້ນ 3 ຈຳນວນ 211 ສະຫາຍ, ຫຼຽນກາແຮງງານ ຈຳນວນ 472 ສະຫາຍ, ໃບຍ້ອງຍໍລັດຖະບານ ຈຳນວນ 269 ສະຫາຍ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















