ກອງບັນຊາການທະຫານແຂວງໄຊຍະບູລີ ຈັດພິທີປ່ອຍປາ
ເວລາອອກຂ່າວ: 2026-07-13 15:11:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ: ![]()
ວັນທີ 13 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ຈັດພິທີ ປ່ອຍປາ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ຢູ່ທີ່ກອງຮ້ອຍຜະລິດ, ໂດຍມີສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ກ່າວ ວ່າ: ໃນໄລຍະຜ່ານມາ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຊີ້ນຳບັນດາກົມກອງ ເອົາໃຈໃສ່ນຳພາຕໍ່ການປົກປັກຮັກສາ, ການອະນຸລັກສັດນ້ຳ-ສັດປ່າ ທັ້ງນີ້, ເພື່ອເຮັດໃຫ້ຊັບພະຍາກອນ (ສັດນ້ຳ-ສັດປ່າ) ໄດ້ຮັບການຄຸ້ມຄອງ ແລະ ເປັນການເພີ່ມຄວາມອຸດົມສົມບູນ ໃຫ້ແກ່ທຳມະຊາດ, ມີການຄຸ້ມຄອງນຳໃຊ້ແບບຍືນຍົງ ຕາມແນວທາງນະໂຍບາຍ ຂອງພັກ-ລັດ ວາງອອກ ໂດຍບໍ່ມີວັນບົກແຫ້ງ. ໃນໂອກາດນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປ່ອຍປາ ຈຳນວນ 6.000 ໂຕ ໃສ່ໜອງປາ ຂອງກອງຮ້ອຍຜະລິດ ເພື່ອເປັນການຮ່ວມແຮງຮ່ວມໃຈກັນປ່ອຍປາລົງສູ່ໜອງນ້ຳ, ແຫຼ່ງນໍ້າທຳມະຊາດ ເພື່ອເປັນການຄືນຄວາມອຸດົມສົມບູນ ໃຫ້ກັບທຳມະຊາດ ແລະ ພ້ອມກັນອະນຸລັກ, ປົກປັກຮັກສາ ປາ ແລະ ສັດນ້ຳ ເຮັດໃຫ້ຊັບພະຍາກອນທຳມະຊາດ ແລະ ຊີວະນານາພັນ ໃຫ້ຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















