ວຕກ ປະກາດການແຕ່ງຕັ້ງ ແລະ ຍົກຍ້າຍໜ້າທີ່ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-07-13 15:20:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ: ![]()
ໃນວັນທີ 9 ກໍລະກົດ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ຈັດພິທີ ປະກາດການແຕ່ງຕັ້ງ, ຍົກຍ້າຍໜ້າທີ່ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ຫົວໜ້າການເມືອງ, ມີຕາງໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ-ຄະນະວິຊາ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳມະນີໄຊ ໂອໄລຈິດ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ ຢູ່ວິທະຍາຄານເຕັກນິກການທະຫານ ຈາກຊັ້ນພັນໂທ ຂຶ້ນຮັບເງິນເດືອນຊັ້ນພັນເອກ ຈຳນວນ 2 ສະຫາຍ, ໃນນີ້, ມີສະຫາຍ ພັນໂທ ພາວັນ ພິມມະໂຄດ ຮອງຄະນະວິຊາຄູການເມືອງ ແລະ ສະຫາຍ ພັນໂທ ສາຍເພັດ ເມືອງຈັນ ຮອງຫົວໜ້າຫ້ອງອົບຮົມ. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະວິຊາຄູຈຳນວນໜຶ່ງ ທີ່ຂຶ້ນກັບວິທະຍາຄານເຕັກນິກການທະຫານ, ໃນນີ້, ໄດ້ແຕ່ງຕັ້ງສະຫາຍ ພັນໂທ ບຸນກອງ ວັນດວງແກ້ວ ເປັນຮອງຫົວໜ້າຄະນະວິຊາຄູການເມືອງ; ແຕ່ງຕັ້ງສະຫາຍ ພັນໂທ ຄຳພຸດ ກອງມີໄຊ ເປັນຮອງຫົວໜ້າຄະນະວິຊາລົດຕັງ-ຍານເກາະ, ສະຫາຍ ພັນຕີ ລີຫັນໄຊ ກົມມະເມືອງ ເປັນຮອງຫົວໜ້າສູນທົດລອງ ແລະ ເຝິກຫັດ ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຫົວໜ້າ ແລະ ຮອງຫົວໜ້າກອງພັນນັກສຶກສາ, ຫົວໜ້າ ແລະ ຮອງຫົວໜ້າສາຂາວິຊາຕ່າງໆ ທີ່ຂຶ້ນກັບຫົວໜ່ວຍກົມກອງຕ່າງໆ ຢູ່ວິທະຍາຄານເຕັກນິກການທະຫານ, ໃນນີ້, ໄດ້ແຕ່ງຕັ້ງສະຫາຍ ພັນຕີ ເພັດສະໝອນ ສີຫານຸວົງ ເປັນຫົວໜ້າພະແນກແຜນການ-ບໍລິຫານຫ້ອງພະລາທິການ, ສະຫາຍ ພັນໂທ ດອນແກ້ວ ທະວີນໄຊ ເປັນຫົວໜ້າກອງພັນນັກສຶກສາທີ II, ສະຫາຍ ພັນໂທ ອຳພອນ ບຸນດາວົງ ເປັນຫົວໜ້າກອງພັນນັກສຶກສາທີ I, ສະຫາຍ ພັນຕີ ສົມໃຈ ສຸກກອງມີ ເປັນຮອງຫົວໜ້າພະແນກແຜນການ-ບໍລິຫານຫ້ອງພະລາທິການ, ສະຫາຍ ພັນຕີ ອຳພອນ ພິມມະວົງ ເປັນຮອງຫົວໜ້າການທະຫານກອງພັນນັກສຶກສາທີ II, ສະຫາຍ ພັນຕີ ເຈສັນ ເທບເກສອນເປັນຮອງການເມືອງກອງພັນນັກສຶກສາທີ I, ສະຫາຍ ພັນໂທ ຈັນໄທ ໂຄດສີເມືອງ ເປັນຫົວໜ້າສາຂາວິຊາຍຸດທະວິທີ, ສະຫາຍ ພັນໂທ ນໍລະສິນ ແກ້ວມະນີສຸກ ເປັນຫົວໜ້າສາຂາວິຊາຍຸດທະສິນ, ສະຫາຍ ພັນຕີ ລິນດາ ສິງລືໄຊ ເປັນຫົວໜ້າສາຂາວິຊາວັດຖຸ, ຄະນະວິຊາພື້ນຖານວິຊາສະເພາະ, ສະຫາຍ ພັນຕີ ອານຸຊາ ເພົ້າທະບາວ ເປັນຫົວໜ້າສາຂາວິຊາຫົວຈັກ, ສະຫາຍ ພັນຕີ ບົວລາ ສີອຳພັນ ເປັນຫົວໜ້າສາຂາວິຊາລົດການທະຫານ, ສະຫາຍ ຮອ ພອນວິໄລ ຄຳພູມີ ເປັນຫົວໜ້າສາຂາວິຊາດາຣາ, ສະຫາຍ ພັນໂທ ແສງດາວ ປັນຍາສີ ເປັນຮອງຫົວໜ້າຄະນະວິຊາຄູຍຸດທະວິທີ, ສະຫາຍ ພັນຕີ ວັນວິໄຊ ສີຫາລາດ ເປັນຮອງຫົວໜ້າສາຂາວິຊາຍຸດທະສິນ, ສະຫາຍ ພັນຕີ ສາຍພິກ ວັນນະຈິດ ເປັນຮອງຫົວໜ້າສາຂາວິຊາຫົວຈັກ, ສະຫາຍ ພັນຕີ ສາຍຄຳ ພັນວິໄຊ ເປັນຮອງຫົວໜ້າສາຂາວິຊາຄະນິດສາດ, ສະຫາຍ ພັນຕີ ພອນສະຫວັນ ທິບດາມອນ ເປັນຮອງຫົວໜ້າສາຂາອາວຸດ ຄະນະວິຊາຍຸດໂທ, ສະຫາຍ ຮ້ອຍເອກ ພຸດທະສອນ ພັນລັງສີ ເປັນຮອງຫົວໜ້າສາຂາວິຊາການທະຫານ ແລະ ໄດ້ຜ່ານຂໍ້ຕົກລົງ ຂອງວິທະຍາຄານເຕັກນິກການທະຫານ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານ, ຄູສອນ, ຮັກສາການຫົວໜ້າພະແນກ ແລະ ພະນັກງານຊ່ວຍວຽກ, ຊັບຊ້ອນພະນັກງານທີ່ຫາກໍຮຽນຈົບ ແລະ ພະນັກງານຍົກຍ້າຍມາປະຈຳການ ຢູ່ວິທະຍາຄານເຕັກນິກການທະຫານຈຳນວນໜຶ່ງ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















