ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ປິດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III ຢູ່ຄະນະພັກ ກອງພັນໃຫຍ່ 497
ເວລາອອກຂ່າວ: 2026-07-13 15:24:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 526 | ຄວາມນິຍົມ:



ພິທີ ປິດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ III ຢູ່ຄະນະພັກກອງພັນໃຫຍ່ 497 ໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ພອນໄຊ ບໍລະດົມ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 497 ພ້ອມດ້ວຍຄະນະ, ມີພະນັກງານວິຊາການ, ຄະນະຊີ້ນໍາ, ອະນຸກໍາມະການ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທອນ ໝື່ນແກ້ວ ກຳມະການຄະນະພັກກອງພັນໃຫຍ່, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 497 ໄດ້ຜ່ານບົດສະຫຼຸບບັ້ນເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ, ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນໄລຍະການເຝິກອົບຮົມ ເຊິ່ງເຮັດໃຫ້ນັກເຝິກອົບຮົມ ສາມາດກໍາແໜ້ນດ້ານທິດສະດີ, ຫຼັກການ, ພຶດຕິກໍາຕົວຈິງ, ຮັບຮູ້ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງເລຂາ, ຮອງເລຂາໜ່ວຍພັກ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ພ້ອມທັງ,ປັບປຸງທັດສະນະຫຼັກໝັ້ນ, ຄຸນສົມບັດສີນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກ ຂອງຜູ້ເປັນເລຂາ, ຮອງເລຂາໜ່ວຍພັກ ໃຫ້ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕັ້ງໜ້າປັບປຸງໜ່ວຍພັກ ຂອງຕົນໃຫ້ປອດໃສ, ເຂັ້ມແຂງໜັກແໜ້ນ. ຜ່ານການກວດສອບຕົວຈິງ ສາມາດຈັດແບ່ງປະເພດ ຂັ້ນເກັ່ງ 14 ສະຫາຍ, ເທົ່າກັບ 13,86%, ປະເພດແຂງ 87 ສະຫາຍ, ເທົ່າກັບ 86,14%. ຈາກນັ້ນ, ສະຫາຍ ພັນໂທ ສີພັນດອນ ນັນທະວົງ ຫົວໜ້າພະແນກວຽກງານພັກ-ວຽກງານການເມືອງ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມຈັດຕັ້ງພັກ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກເຝິກຮົມ ທີ່ສຳເລັດການກວດສອບເລຂາ-ຮອງເລຂາ ຢູ່ຄະນະພັກກອງພັນໃຫຍ່ 497 ພ້ອມທັງ, ຈັດຕັ້ງມອບໃບຢັ້ງຢືນ ແລະ ລາງວັນ ໃຫ້ແກ່ນັກເຝິກອົບຮົມ ທີ່ຍາດໄດ້ຄະແນນເກັ່ງ ຢ່າງສົມກຽດ. ໂດຍ: ເປິ້ນ ແສງຄຳມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ