ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ປາຖະກະຖາມູນເຊື້ອ 2 ວັນປະຫັວດສາດສໍາຄັນຂອງຊາດ ຂອງພັກ
ເວລາອອກຂ່າວ: 2026-07-13 15:37:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 530 | ຄວາມນິຍົມ:



ໃນວັນທີ 10 ເດືອນ ກໍລະກົດ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 2 ວັນປະຫັວດສາດສໍາຄັນຂອງຊາດ ຂອງພັກ, ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1, ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ 1, ມີຄະນະພັກ - ຄະນະບັນຊາ ອົງການ 5 ຫ້ອງ, 4 ກອງພັນ, ຕະຫຼອດຮອດພະນັກ ງານ-ນັກຮົບ ທົ່ວໂຮງຮຽນ ເຂົ້າຮ່ວມຮັບຟັງ. ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະ ຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 117 ປີ ( 13 ກໍລະກົດ 1909 – 13 ກໍ ລະກົດ 2026 ) ແລະ ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ( 18 ກໍລະກົດ 1977 ແລະ 5 ກັນຍາ 1962 ) ຍົກໃຫ້ເຫັນປະຫັວດຄວາມເປັນມາຜົນງານ ແລະ ຄຸນງາມຄວາມດີຂອງປະທານ ສູພານຸວົງ ຜູ້ນໍາທີແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພິ່ນເປັນນັກປັນຍາຊົນຜູ້ຍິ່ງໃຫຍ່ ເປັນຜູ້ນຳທີ່ດີເດັ່ນ ແລະ ເປັນວິລະບູລຸດຂອງຊາດລາວ ຕະຫຼອດຊີວິດໄດ້ອຸທິດຄວາມຮູ້ ຄວາມສາມາດ ຫົວຄິດປະດິດສ້າງຂອງຕົນເພື່ອໄຊຊະນະພາລະກິດປະຕິວັດ, ມີຄຸນສົມບັດ ສິນທຳປະຕິວັດອັນຜ່ອງໃສ, ມີຄວາມສະຫຼຽວສະຫຼາດ ມີຄວາມອົດທົນ ເດັດດ່ຽວ ຍາມໃດ ກໍຕໍ່ສູ້ເພື່ອອຸດົມການປະຕິວັດອັນສູງສົ່ງ, ຍົກຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີນໍ້າໃຈຕໍ່ສູ້ຢ່າງກ້າແກ່ນພິລະອາດຫານບໍ່ຍອມຈຳນົນ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ, ເພື່ອປະຊາຊົນ ຈົນສາມາດປົດປ່ອຍປະເທດຊາດໄດ້ ໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ສະຫາຍ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນຂອງວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ເຊິ່ງເປັນປະເທດບ້ານໃກ້ ເຮືອນຄຽງ ມີຊາຍແດນຮ່ວມກັນຫຼາຍກວ່າ 2.000 ກິໂລແມັດ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ພ້ອມກັນຮ່ວມຊົມໃຊ້ແມ່ນໍ້າລຳເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດຳລົງຊີວິດ ແລະ ດໍາເນີນການຕໍ່ສູ້ຕ້ານຜູ້ຮຸກຮານ, ປະຊາຊົນ 2 ຊາດ ລາວ - ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກປ່ຽນສິນຄ້າ, ແລກປ່ຽນວັດທະນະທຳນຳກັນ, ມີອຸດົມຄະດີ ແລະ ຄວາມມຸ່ງມາດປາດຖະໜາອັນດຽວກັນ, ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາເປັນພັນໆປີ ໃນການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດຂອງໃຜລາວ. ພິເສດ ແມ່ນໄລຍະການຕໍ່ສູ້ປະຕິວັດເປັນເວລາເຄິ່ງສະຕະວັດ ພາຍໃຕ້ການນຳພາຂອງພັກກອມມູນນິດອິນດູຈີນ, ຕໍ່ມາແມ່ນພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດຫວຽດນາມ, ຄວາມຜູກພັນ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ກາຍເປັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງຊາດ ລາວ - ຫວຽດນາມ, ໂດຍແມ່ນປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ. ນັບແຕ່ນັ້ນມາການນຳແຕ່ລະຮຸ່ນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນສາຍພົວພັນສາມັກຄີພິເສດອັນບໍລິສຸດຜຸດຜ່ອງ ທີ່ຫາຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ - ຫວຽດນາມ ດັ່ງຄຳເວົ້າຂອງປະທານໂຮ່ຈີມິນໄດ້ເວົ້າວ່າ: ຮັກຫອມກັນໝາຍໜັ້ນ ຫຼາຍສັນ ພູກໍປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍ່ດຸ່ງໄປ, ສອງຊາດລາວ - ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ, ຮົງຮາທັງແມ່ຂອງບໍ່ເລິກປຸນປານໃດ້ ແລະ ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ເຖິງພູຈະຖືກເຊາະເຈື່ອນ, ແມ່ນໍ້າລຳເຊຈະແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ - ຫວຽດນາມ ຈະໝັ້ນຄົງທະນົງແກ່ນ ຊົ່ວກາລະນານ. ຈຸດປະສົງເພື່ອແນໃສ່ສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານສະມາຊິກພັກ - ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງ ແນໃສ່ເສີມຂະຫຍາຍທາດແທ້, ມູນເຊື້ອ, ຄຸນສົມບັດ ສິນທໍາປະຕິວັດ ແລະ ບົດຮຽນອັນລໍ້າຄ່າຂອງຜູ້ນໍາທີປະໄວ້ໃຫ້ຄົນຮຸ່ນຫຼັງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ