ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກົມກວດກາກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-13 15:43:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:



ໃນວັນທິ 13 ກໍລະກົດ 2026 ນີ້, ກົມກວດກາກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາກອງທັບ, ມີບັນດາຄະນະພັກ-ຄະນະກົມ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ວົງວິເສດ ໄກຍະລາດ ຫົວໜ້າພະແນກຄົ້ນຄວ້າສັງລວມ ກົມກວດກາກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງຄະນະພັກ-ຄະນະກົມ ໄດ້ເປັນເຈົ້າການໃນການຊີ້ນໍາ-ນໍາພາ, ສຶກສາອົບຮົມການເມືອງແນວຄິດ, ປະຕິບັດລະບອບດໍາເນີນຊີວິດການເມືອງ, ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງວາງອອກ ເຮັດໃຫ້ສະພາບພາຍໃນກົມ ມີຄວາມສະຫງົບໂດຍພື້ນຖານ; ພະນັກງານມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງການຈັດຕັ້ງດ້ວຍຄວາມຮັບຜິດຊອບສູງ. ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຕາມຫຼັກການຂອງພັກ, ປະຕິບັດລະບອບຫຼັກການ ລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ເອົາໃຈໃສ່ກໍ່ສ້າງພະນັກງານ ສືບທອດປ່ຽນແທນ ຕາມທິດຊີ້ນຳຂອງຂັ້ນເທິງ, ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງ ການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ເຂົ້າຮ່ວມຂະບວນການວຽກງານທີ່ຂັ້ນເທິງວາງອອກ, ນອກນັ້ນຍັງໄດ້ສ້າງຂະບວນການກິລາພາຍໃນກົມ ແລະ ກົມກອງອ້ອມຂ້າງເພື່ອຮັດແໜ້ນຄວາມສາມັກຄີ ຢ່າງມີບັນຍາກາດຟົດຟື້ນ. ດ້ານການເຄື່ອນໄຫວວິຊາສະເພາະ ໄດ້ຕິດຕິດຕາມ, ກວດກາການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກໃນກອງທັບ ເພື່ອບໍ່ໃຫ້ມີປະກົດການລະເມີດ ຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ຂອງກອງທັບ; ຊຸກຍູ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນ ເປັນເຈົ້າການໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ. ໂດຍສຸມໃສ່ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ກວດກາການປັບປຸງການຈັດຕັ້ງ ແລະ ຈຳນວນພົນບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ຖືກຕ້ອງສອດຄ່ອງ; ເປັນເຈົ້າການໃນການຕິດຕາມ, ກວດ ກາການຄຸ້ມຄອງ, ນໍາໃຊ້ງົບປະມານລາຍຮັບ-ລາຍຈ່າຍ, ປົກປັກຮັກສາພາຫະນະ, ອາວຸດກະສູນທີ່ຂັ້ນເທິງປະກອບໃຫ້; ຕິດຕາມ, ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຕາມກົດໝາຍທີ່ໄດ້ກຳນົດໄວ້ ໂດຍສຸມໃສ່ ຕິດຕາມ, ກວດກາຂົງເຂດທີ່ມີຄວາມສ່ຽງທີ່ອາດຈະພາໃຫ້ເກີດການສໍ້ລາດບັງຫຼວງເປັນຕົ້ນ: ພາກສ່ວນຮັບຜິດຊອບວຽກ ງານເສດຖະກິດ-ການເງິນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການຈັດຊື້-ຈັດຈ້າງ, ບັນດາໂຄງການລົງທຶນຂອງລັດ ແລະ ການປະຕິບັດນະໂຍບາຍຕ່າງໆ. ຈາກນັ້ນ ກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ