ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ນາຍທະຫານໜຸ່ມກອງທັບ ປະຊາຊົນລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນຢ່າງເປັນທາງການ
ເວລາອອກຂ່າວ: 2026-07-13 15:50:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 635 | ຄວາມນິຍົມ:



ພາຍຫຼັງສໍາເລັດການເຄື່ອນໄຫວພົບປະຢູ່ບັນດາກົມກອງອ້ອມຂ້າງ, ໃນວັນທີ 13 ກໍລະກົດ 2026 ນີ້, ຄະນະດັ່ງກ່າວ ໄດ້ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ນາຍທະຫານໜຸ່ມໄດ້ຈັດຂຶ້ນຢ່າງເປັນທາງການ, ຢູ່ທີ່ ໂຮງແຮມລາວເທວ, ໂດຍການເຂົ້າຮ່ວມຂອງ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບ ປະຊາຊົນລາວ ແລະ ສະຫາຍ ຮ້ອຍເອກພິເສດ ເລ່ຫ້າວ ຮອງຫົວໜ້າຫ້ອງການຊາວໜຸ່ມ, ຫົວຫນ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນເອກ ຫົງທອງ ສີຊານົນ ໄດ້ປະກອບຄຳຄິດຄໍາເຫັນ ພ້ອມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເຄື່ອນໄຫວພົບປະຢູ່ບັນດາກົມກອງອ້ອມຂ້າງຄື: ກອງພົນທີ 1, ກອງບັນຊາການທະຫານແຂວງວຽງຈັນ, ວິທະຍາຄານໄກສອນພົມວິຫານ, ຫໍພິພິທະພັນ ປະທານໄກສອນ ພົມວິຫານ ແລະ ອື່ນໆ. ເຊິ່ງມັນສະແດງໃຫ້ເຫັນສາຍພົວພັນຮ່ວມມືສາມັກຄີພິເສດຂອງສອງຊາດເວົ້າລວມ ເວົ້າສະເພາະ ລະຫວ່າງ ນາຍທະຫານໜຸ່ມສອງກອງທັບ ລາວ-ຫວຽດນາມ ທີ່ຍາມໃດກໍ່ຕິດຕໍ່ພົວພັນພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເສີມສ້າງຮັດແໜ້ນສາຍພົວພັນນາຍທະຫານຮຸ່ນໜຸ່ມ ໃຫ້ນັບມື້ນັບເຕີບໃຫຍ່ກວ້າງຂວາງ ແລະ ໝັ້ນຄົງທະນົງແກ່ນ ທັງເປັນການຮັກສາມູນເຊື້ອສາມັກຄີຂອງສອງຊາດ ສອງກອງທັບ ທີ່ຜູ້ນຳອັນແສນເຄົາລົບຮັກ ໄດ້ເລີ່ມໃຫ້ແຕກດອກອອກຜົນ, ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ວຽກວິຊາສະເພາະ, ນໍາໃຊ້ພະຫະນະເຄື່ອງມືທີ່ທັນສະໄໝ, ນໍາໃຊ້ລະບົບດີຈີຕອນທີ່ກ້າວໜ້າ ແລະ ບົດຮຽນອື່ນໆ ໃຫ້ມີຄວາມບົດບາດເປັນເຈົ້າການຮອບດ້ານຍິ່ງຂຶ້ນ. ໂອກາດດັ່ງກ່າວ, ສະຫາຍ ຮ້ອຍເອກພິເສດ ເລ່ຫ້າວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ທີ່ເຕັມໄປດ້ວຍຄວາມຮັກແພງ, ສະໜິດສະໜົມສາມັກຄີພິເສດອັນດູດດື່ມ ພ້ອມເຊື່ອໝັ້ນຢ່າງຍິ່ງວ່າການມາພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້, ຈະເປັນຂິດໝາຍອັນສໍາຄັນ ເພື່ອທອດໜ້າທີ່ຄວາມສາມັກຄີຮອບດ້ານທີ່ປະທານ ໂຮ່ຈິມິນ ແລະ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນ ສອງຊາດສ້າງໃວ້ ເພີ່ມທະວີສາຍພົວພັນດັ່ງກ່າວໃຫ້ນັບມື້ນັບກ້າວຂຶ້ນສູ່ລວງເລິກ ຮັດແໜ້ນການພົວພັນ ລະຫວ່າງ ນາຍທະຫານໜຸ່ມຂອງສອງກອງທັບ ໃຫ້ນັບມື້ໜັກແໜ້ນ, ຮອບດ້ານ ພ້ອມກັນກ້າວໜ້າ, ເປັນກໍາລັງແຮງ ໃນການພັດທະນາສອງຊາດ, ໂດຍສະເພາະສອງກອງທັບ ນັບມື້ກ້າວໜ້າ ແລະ ທັນສະໄໝ. ໃນກອງປະຊຸມຜູ້ແທນມາຈາກກົມກອງຕ່າງໆ ຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນຳໄປປັບປຸງ ການພົວພັນຮ່ວມມື, ແລກປ່ຽນບົດຮຽນຄວາມກ້າວໜ້າທັນສະໄໝ, ການນໍາໃຊ້ເຕັກນິກ, ອຸປະກອນທີ່ທັນສະໄໝ ເຂົ້າໃນວຽກງານຮອບດ້ານຂອງນາຍທະຫານໜຸ່ມສອງກອງທັບ ໃຫ້ງອກງາມ ແລະ ໝັ້ນຄົງຊົ່ວກາລະນານ. ໂດຍ: ພຸດທະພອນ ລັດດານາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ