ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຊຽງຂວາງ ປະຈຳໄຕມາດ II
ເວລາອອກຂ່າວ: 2026-07-13 15:54:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:



‎ ວັນທີ 13 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 2 ສະໄໝທີ VI ປະຈຳໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີບັນດາສະຫາຍຄະນະບໍລິຫານງານພັກກອງບັນຊາການ, ຕາງໜ້າຈາກໂຮງຮຽນການທະຫານທ້ອງຖິ່ນ, ກອງປະຕິບັດງານ 131, ກອງພັນ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.‎ ‎ ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ກຳມະການຄະນະປະຈຳພັກ, ຮອງຫົວໜ້າການເມືອງ ກອງບັນຊາການແຂວງຊຽງຂວາງ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການນຳພາ ຂອງຄະນະພັກກອງບັນຊາການໃນໄລຍະຜ່ານມາ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ ຢູ່ເມືອງ ໜອງແຮດ ແລະ ເມືອງຜາໄຊ ໄດ້ 24 ບ້ານ, ມີ 1,946 ຄອບຄົວ; ໄດ້ຈັດຕັ້ງກຳລັງປ້ອງກັນເສັ້ນທາງຍຸດທະສາດ ເປັນຕົ້ນແມ່ນເສັ້ນທາງ 7A, 5A, 1D ແລະ ສຳນັກງານອົງການຕ່າງໆ ໃຫ້ມີຄວາມປອດໄພ 100%. ພ້ອມນັ້ນ, ຍັງໄດ້ເປັນເຈົ້າການຫັນລົງກໍ່ສ້າງຮາກຖານການເມືອງຮ່ວມກັບກອງປະຕິບັດງານ 209, ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ໄດ້ຈັດຕັ້ງລະບົບປະຈຳການຕະຫຼອດ 24 ຊົ່ວໂມງ, ຊີ້ນຳກຳລັງເຄື່ອນໄຫວໃຫຍ່-ນ້ອຍ, ປ້ອງກັນໂຄງການ, ເຄື່ອນໄຫວລາດຕາເວນຕາມຊາຍແດນຝ່າຍດຽວ ແລະ ລາດຕາເວນຮ່ວມກັບ ສສ ຫວຽດນາມເປັນປົກກະຕິ, ຊີ້ນຳ-ນຳພາ ຮາກຖານພັກ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດໜັກແໜ້ນ, ປັບປຸງກໍ່ສ້າງການຈັດຕັ້ງພັກ ໃນທຸກຂົງເຂດໄປພ້ອມການເຄື່ອນໄຫວກວດສອບເລຂາ, ຮອງເລຂາ ຢູ່ຮາກຖານພັກ ແລະ ປະເມີນໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ປະກາດອະນຸມັດພັກການ-ບຳນານ 7 ສະຫາຍ, ໄປກໍ່ສ້າງ-ບຳລຸງ 2 ສະຫາຍ, ຍົກຍ້າຍໄປຮັບໜ້າທີ່ໃໝ່ 27 ສະຫາຍ, ໄດ້ຮັບການເລື່ອນຊັ້ນ 356 ສະຫາຍ, ປະກາດຄູອາສາເຂົ້າລັດຖະກອນ ໄດ້ 4 ເມືອງ, ຍົກຂັ້ນເງີນເດືອນ 5 ສະຫາຍ, ປະຕິບັດນະໂຍບາຍຕໍ່ພະນັກງານປະຈຳການ , ບຳນານ ເສຍຊີວິດ 6 ສະຫາຍ, ຍ້ອງຍໍຕ່າງໆ ໃຫ້ພະນັກງານທີ່ມີຜົນງານດີເດັ່ນ 30 ສະຫາຍ, ອະນຸມັດສ້າງຄອບຄົວ 33 ຄູ່, ນະໂຍບາຍປິ່ນປົວຍາວນານ 3 ສະຫາຍ. ນອກນີ້, ວຽກງານພົວພັນຮ່ວມມືກັບອຳນາດການປົກຄອງທ້ອງຖິ່ນ ແລະ ສາກົນ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານຂຸດຄົ້ນ, ທ້ອນໂຮມຮ່າງອັດຖິ ປະຈຳປີ 2025-2026 ຢູ່ແຂວງເຫງະອານ, ຈັດສົງອັດຖິປະຈຳລະດູແລ້ງ 2025-2026 ໄດ້ 71 ອັດຖິ ກັບຄືນປະເທດ ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ລະຫວ່າງ ກະຊວງປ້ອງກັນປະເທດ ກັບ ທະຫານເຂດ 2, ເຂດ 4 ສສ ຫວຽດນາມ ແລະ ຈັດຕັ້ງອວຍພອນກົມກອງເພື່ອນເນື່ອງໃນໂອກາດວັນສຳຄັນຕ່າງໆ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ເພື່ອຖອດຖອນບົດຮຽນ, ເສີມຂະຫຍາຍດ້ານດີ, ຊອກຫາວິທີແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ແຜນການມີເນື້ອໃນສົມບູນ ແລະ ແທດເໝາະກັບຕົວຈິງ. ‎ ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍປະທານ ຕື່ມອີກ ‎ພາບໂດຍ: ຫຸມພັນ ສິງດາລາ; ຂ່າວໂດຍ: ວັດທະນາ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ