ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ອຳນວຍການ ວພກ ໂອ້ລົມນັກສຶກສາ ກ່ອນປິດສົກຮຽນ 2025-2026
ເວລາອອກຂ່າວ: 2026-07-14 10:05:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 481 | ຄວາມນິຍົມ:



ວັນທີ 13 ກໍລະກົດ 2026 ນີ້, ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການ, ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ໂອ້ລົມນັກສຶກສາ ກ່ອນປິດສົກຮຽນ 2025-2026, ມີຄະນະພັກ-ຄະນະບັນຊາ ກອງພັນ ແລະ ນັກສຶກສາ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກສຶກສາ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີສຶກສາອົບການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ນັກຮຽນ-ນັກສຶກສາ ໄດ້ຮັບຮູ້ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍ ຂອງພັກ, ກົດລະບຽບຂອງລັດ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງກອງທັບ. ສຳລັບນັກຮຽນ-ນັກສຶກສາ ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພະນັກງານທີ່ມີບົດບາດ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກມະຫາຊົນຢ່າງແທ້ຈິງ, ບັນດາໜ້າທີ່ວຽກງານຂອງກົມກອງ ທີ່ຕົນເອງຮັບຜິດຊອບ ໃຫ້ໄດ້ຮັບການປະຕິບັດຢ່າງມີຜົນສໍາເລັດ, ເຮັດໜ້າທີ່ໃຫ້ສະພາບມີຄວາມສະຫງົບ, ປັບປຸງກໍ່ສ້າງກໍາລັງ, ເພີ່ມພູນຜະລິດຜົນ, ສືບຕໍ່ຮ່ວມມືກັບຕ່າງປະເທດ, ປະຕິບັດແບບແຜນວິທີເຮັດວຽກທີ່ມີປະສິດທິຜົນ, ດຸໝັ່ນໃນການຮໍ່າຮຽນ, ຖອດຖອນບົດຮຽນ ແລະ ມີແນວຄິດລິເລີ່ມໃໝ່ໃນການພັດທະນາເລື້ອຍໆ, ເປັນແບບຢ່າງໃນການເວົ້າ, ການປະພຶດ, ຕີລາຄາບັນຫາໃຫ້ມີຄວາມຍຸຕິທໍາ, ກ້າຄິດ, ກ້າເວົ້າ, ກ້າປະຕິບັດ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດທິຜົນ. ໂດຍ: ບຸນປອນ ພັນດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ