ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ຄະນະ​ຮັບຜິດຊອບ ລົງ​ຊີ້​ນຳ​ການ​ເຝິກອົບຮົມ​ ການ​ທະຫານ-ການເມືອງ ໃຫ້​ແກ່​ລັດຖະກອນ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2026-07-15 09:12:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:



ຕົ້ນ​ເດືອນ ກໍລະກົດ 2026 ຜ່ານ​ມາ​ນີ້, ຄະນະ​ຮັບຜິດຊອບ​ຊີ້​ນຳ​ການ​ເຝິກອົບຮົມ ການ​ທະຫານ-ການເມືອງ ໃຫ້​ແກ່​ລັດຖະ ກອນ​ປ້ອງ​ກັນ​ຊາດ (ຄູ​ອາສາ), ນຳ​ໂດຍ ສະຫາຍ ພັນ​ເອກ ອິນ​ພອນ ໄຊ​ຍະ​ສິດ ຮັກສາ​ການ​ຫົວໜ້າ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ, ພ້ອມ​ດ້ວຍ​ບັນດາ​ຄະນະ ແລະ ວິຊາ​ການ ທີ່​ ກ່ຽວຂ້ອງ, ມີ ສະຫາຍ ພັນ​ເອກ ສົມ​ຈິດ ນິລະ​ພົນ ຫົວໜ້າ​ການ ເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ພ້ອມ​ຄະນະ​ວິຊາ​ການ​ກ່ຽວ​ຂອງ, ບັນດາ​ສະຫາຍ​ຄະນະ​ອຳນວຍ​ການ​ໂຮງຮຽນ​ຄູ​ອາຈານ ແລະ ລັດຖະກອນ​ປ້ອງ​ກັນ​ຊາດ​ເຂົ້າ​ຮ່ວມ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ໂທ ລາດ​ສະ​ວົງ ແກ້ວ​ດາ​ສິນ ຄະນະ​ພັກ​ກອງ​ບັນຊາ​ການ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງໄດ້​ຜ່ານ​ບົດ​ລາຍ​ງານ​ຫຍໍ້ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ເວົ້າ​ສະເພາະ​ ກໍ​ຄື​ວຽກ​ງານ​ເຝິກອົບຮົມ-ຫັດ​ແອບການ​ທະຫານ,ການເມືອງ, ພະລາທິ ການ ແລະ ເຕັກນິກ ໃນ​ນີ້​ມີ​ທັງ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ການ​ເຝິກອົບຮົມ​ໄລຍະ​ຜ່ານ​ມາ​ເຫັນ​ວ່າ ຄະນະ​ພັກ-ຄະນະ​ບັນຊາ ແລະ ພະແນກການ​ທີ່​ກ່ຽວ ໄດ້​ພ້ອມ​ກັນ​ລົງ​ຊີ້​ນຳ, ຕິດຕາມ ແລະ ຊຸກຍູ້​ການ​ເຝິກອົບຮົມ​ການ​ທະຫານ-ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້​ແກ່​ລັດຖະກອນ​ປ້ອງ​ກັນ​ຊາດ (ຄູ​ອາສາ) ຢູ່​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ເຊ​ກອງ ບໍ່​ໄດ້​ຂາດ ໂດຍ​ອີງ​ຕາມ​ຂໍ້​ກຳນົດ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ ໃນ​ກອງທັບ​ປະຊາຊົນ​ລາວ ເພື່ອ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຄວາມ​ເຂັ້ມ​ງວດ. ໂອກາດ​ດັ່ງກ່າວ, ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ເພື່ອ​ແນໃສ່​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ໃຫ້​ສອດ ຄ່ອງ​ກັບ​ແຜນການ​ເຝິກອົບຮົມ​ການ​ທະຫານ-ການເມືອງ ໃຫ້​ແກ່​ລັດຖະກອນ​ປ້ອງ​ກັນ​ຊາດ ຢູ່​ສູນ​ເຝິກ ແລະ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ໃຫ້​ປາກົດ​ຜົນ​ເປັນ​ຈິງ, ມີ​ປະສິດທິພາບ​ສູງ​ສຸດ. ເຊິ່ງ​ຈຸດປະສົງ​ຫຼັກ​ຂອງ​ການ​ລົງ​ຊີ້​ນຳ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ຍົກ​ສູງ​ສະຕິ​ຕື່ນ​ຕົວ​ທາງ​ດ້ານ​ການເມືອງ-ແນວ​ຄິດ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ຈົງ​ຮັກ​ພັກດີ​ຕໍ່​ພັກ-ລັດ ແລະ ປະເທດ​ຊາດ. ເຝິກຝົນ​ຫຼໍ່​ຫຼອມລະ ບຽບ​ວິໄນ, ແບບແຜນ​ວິທີ​ເຮັດ​ວຽກ ແລະ ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ທະຫານ ໃຫ້​ແກ່​ລັດຖະກອນ​ປ້ອງ​ກັນ​ຊາດ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ຮັບປະກັນ​ຄວາມ​ພ້ອມ ເພື່ອ​ໃຫ້​ບຸກ​ຄະລາ​ກອນ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ມີ​ຄວາມ​ພ້ອມ​ຮອບດ້ານ​ໃນ​ການ​ປະຕິບັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ, ຈາກ​ນັ້ນ ສະຫາຍ ພັນ​ໂທ ຄຳ​ພັນ ອິນ​ລາ​ວົງຫົວໜ້າ​ພະ​ແນກ​ວັດຖຸ ກົມ​ໂຮງ ຮຽນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ແນະນຳ​ແບບແຜນ​ການ​ເຝິກອົບຮົມ, ຕາຕະລາງ​ຂຶ້ນ​ຫ້ອງ, ການຈັດຕັ້ງ​ພາກ​ປະຕິບັດ​ຕົວ​ຈິງ ແລະ ການ​ປະ​ເມີນ​ຜົນ​ເພື່ອ​ໃຫ້​ເປັນ​ເອກະ​ພາບ​ກັນ​ໃນ​ທົ່ວ​ສູນ​ເຝິກ ແລະ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ