ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ 4 ບຸກ ຂອງ​ຊາວ​ໜຸ່ມ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ປະຈຳ​ປີ 2025
ເວລາອອກຂ່າວ: 2026-07-15 09:14:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ 4 ບຸກ​ຂອງ​ຊາວ​ໜຸ່ມ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2026, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກໍລະກົດ 2026 ນີ້, ໂດຍ​ການ​ ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ເພັງ ແກ້ວ​ນາທີ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ບໍລິຫານ​ງານ, ຄະນະ​ໜ່ວຍ​ຊາວ​ໜຸ່ມ ແລະ ສະມາຊິກ​ຊາວ​ໜຸ່ມ​ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນ​ນະຄອນ ອາດ​ສະໝຸດ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຂະ​ບວນ​ການຈັດຕັ້ງ​ຂໍ້​ແຂ່ງ 4 ບຸກ ຂອງ​ຊາວ​ໜຸ່ມ​ກົມ​ໃຫຍ່​ການເມືອງ​ກອງທັບ ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2026, ໃນ​ນັ້ນ​ພະ​ແນກ​ຊາວ​ໜຸ່ມ ໄດ້​ຖື​ສຳຄັນ​ຕໍ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ວິທີ​ການ​ ແນໃສ່​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ໝົດ​ທຸກ​ຄົນ​ມີ​ແນວ​ຄິດ​ຫຼັກ​ໝັ້ນ, ມີ​ຄວາມ​ສາ​ມະ​ຄີ​ເປັນ​ເອກະ​ພາບ​ຢຶດ​ໝັ້ນ​ຕາມ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ມີ​ຄວາມ​ເຊື່ອ​ໝັ້ນ ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ແທດ ເໝາະ​ກັບ​ສະພາບ​ເງື່ອນໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ໜ່ວຍ, ໄດ້​ຊີ້​ນຳ​ຊາວ​ໜຸ່ມ ເຂົ້າ​ຮ່ວມ​ເຊື່ອມ​ຊຶມ​ບັນດາ​ເອກະສານ​ຕ່າງໆ​ຂອງ​ພັກ​ກໍ​ຄື​ຂອງ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ປ​ປ ລາວ ໂດຍ​ສະເພາະ​ແມ່ນ​ເຂົ້າ​ຮ່ວມ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ໃນ​ທົ່ວ​ກອງທັບ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ຄົບຮອບ 77 ປີ, ເຂົ້າ​ຮ່ວມ​ຟັງ​ປາຖະ​ກະຖາ ວັນ​ຢຶດ​ອຳນາດ 23 ສິງຫາ, ວັນ​ລັດ​ຖະ​ທຳ​ມະນູນ, ວັນຊາດ​ທີ 2 ທັນວາ, ວັນ​ຄ້າຍ​ວັນ​ເກີດ ປະທານ​ໄກສອນ ພົມວິຫານ ຄົບຮອບ 105 ປີ, ໄປ​ທັດສະນະ​ອາ​ນຸ​ສອນ​ສະຖານ ປະທານ ສຸ​ພານຸ​ວົງ ແລະ ອະນຸສອນ​ສະ ຖານ​ຄຸກ​ກັກ​ຂັງ​ຜູ້ນຳ​ພັກ-ແນວ​ລາວ​ຮັກ​ຊາດ​ຈຳນວນ 16 ທ່ານ ຂອງ​ລັດຖະບານ​ຮຸ່ນ​ວຽງ​ຈັນ​ ທີ່​ຄ້າຍ​ໂພນ​ເຄັງ, ພ້ອມ​ນັ້ນ ​ກໍ​ໄດ້​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ໜ່ວຍ​ເປັນ​ປົກກະຕິ ແລະ ຮັບ​ການ​ສ່ອງ​ແສງ​ປະຈຳ​ເດືອນ​ເປັນ​ປະຈຳ ອັນ​ໄດ້​ສ້າງ​ເງື່ອນໄຂ​ເຮັດ​ໃຫ້​ໜ່ວຍ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ມີ​ຄວາມ​ຕັ້ງໜ້າ​ປະຕິບັດ​ແນວທາງ​ຂອງ​ພັກ ແຜນ​ພັດ​ຖະ​ນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ທິດ​ທາງ​ແຜນການ​ຂອງ​ແຕ່​ລະ​ກົມ​ກອງ​ໃນ​ແຕ່​ລະ​ໄລຍະ, ມີ​ແບບແຜນ​ດຳລົງ​ຊີວິດ​ທີ່ ປອດ​ໃສ​ປະຕິບັດ​ມະຕິ​ ຄຳ​ສັ່ງ, ກົດໝາຍ, ລະບຽບ​ວິໄນ​ຂອງ​ກອງທັບ ແລະ ຂອງ​ຊາວ​ໜຸ່ມ ​ປ​ປ ລາວ, ມີ​ຄວາມ​ສາ​ມັກ​ຄີພາຍ​ໃນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ພ້ອມ​ທັງ​ເປັນ​ກຳລັງ​ແຮງ​ຂອງ​ພັກ ນຳ​ໜ້າ​ທຸກ​ວຽກ​ງານ​ຂອງ​ກົມ​ກອງ ຕີ​ຖອຍ​ປະກົດ​ການ​ຫຍໍ້ທໍ້​ສາມາດ​ກຳ​ແໜ້ນ​ສະພາບ​ພາຍ​ໃນ​ໜ່ວຍ​ໄດ້​ຢ່າງ​ຈະແຈ້ງ ແລະ ທັນ​ເວລາ​ຕ້ານ ແລະ ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ ທໍ້​ບັນຫາ​ທີ່​ບໍ່​ດີ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ໜ່ວຍ​ຂອງ​ຕົນ ແລະ ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ຂອງກອງ ທັບ ກໍຄືຂອງກົມກອງສະມາ ຊິກ​ຊາວ​ໜຸ່ມ​ໃນ​ແຕ່​ລະ​ໜ່ວຍ​ໄດ້​ເອົາໃຈໃສ່​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ຊອກ​ຮູ້​ຄົ້ນ​ຄວ້​​າ​ຮ່ຳຮຽນ​ເພື່ອ​ສະແຫວງຫາ​ຄວາມ​ກ້າວໜ້າ​ພັດທະນາ​ຕົນ​ເອງ​ຊອກ​ຮູ້​ຮ່ຳຮຽນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະ​ເພະ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ເຝິກຝົນ​ຕົນ​ເອງ​ມີ​ຄວາມ​ເປັນ​ແບບຢ່າງ​ທາງ​ດ້ານ​ລະບຽບ​ວິໄນ, ຄຸນສົມບັດ​ສິນ​ທຳ​ປະຕິວັດ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ກຳ​ແໜ້ນ​ບັນດາ​ບົດຮຽນ​ທີ່​ຮຽນ​ມາ​ສົມທົບ​ໃສ່​ກັບ​ການ​ປະຕິບັດ​ວຽກ​ງານ​ຕົວ​ຈິງ, ສາມາດ​ຮັບ ປະກັນ​ໃນ​ການເຄື່ອນໄຫວ​ວຽກ​ງານ​ຕົວ​ຈິງ ແລະ ໄດ້​ຮັບ​ການ​ເຊື່ອ​ໝັ້ນ ແລະ ໄວ້​ວາງໃຈ​ຈາກ​ການຈັດຕັ້ງ​ເຊິ່ງ​ເຮັດ​ໃຫ້​ພະ​ແນກ​ຊາວ​ໜຸ່ມ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ, ໜ່ວຍ​ຊາວ​ໜຸ່ມ ພ້ອມ​ດ້ວຍ​ສະມາຊິກ​ຊາວ​ໜຸ່ມ ທີ່​ຂຶ້ນ​ກັບ​ໄດ້​ຮັບ​ການ​ຍ້ອງຍໍ​ເລື່ອນ​ຊັ້ນ, ໄປ​ຮຽນ​ກໍ່ສ້າງ-ບຳລຸງ ຢູ່​ພາຍ​ໃນ ແລະ ຕ່າງປະເທດ​ເປັນ​ຈຳນວນ​ຫຼາຍ​ພໍ​ສົມຄວນ, ພ້ອມ​ນັ້ນ ບາງ​ໜ່ວຍ​ບາງ​ກົມ​ກອງ​ທີ່​ມີ​ເງື່ອນໄຂ​ກໍ​ໄດ້​ຈັດ​ຕັ້ງ​ເຝິກອົບຮົມ ດ້ານ​ວຽກ​ງານ​ວິຊາ​ສະເພາະ​ຂຶ້ນ​ເພື່ອ​ແນໃສ່​ສ້າງ​ໃຫ້​ພະນັກງານ​ວິຊາ​ການ ໂດຍ​ສະເພາະ​ກໍ​ແມ່ນ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ເອົາໃຈໃສ່​ຊີ້​ນຳ​ບັນດາ​ໜ່ວຍ​ຊາວ​ໜຸ່ມ​ໃນ​ການ​ປະຕິບັດ​ລະບອບ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ໜ່ວຍ​ຂອງ ຕົນ​ຢ່າງ​ເປັນ​ປົກກະຕິ ເພື່ອ​ປະກອບ​ຄຳ​ຄິດ​ເຫັນ ຕຳ​ນິຕິ​ຊົມ​ຕົນ​ເອງ ແລະ ຕຳ​ນິຕິ​ຊົມ​ເຊິ່ງ​ກັນ ແລະ ກັນ​ດ້ວຍ​ຄວາມ​ຈິງ​ໃຈ ປະຕິບັດ​ວຽກ​ງານ​ມີ​ແບບແຜນ​ຈະແຈ້ງ​ໂດຍ​ການ​ປະຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ຄະນະ ບຸກຄົນ​ຮັບຜິດຊອບ​ບົນ​ພື້ນຖານ​ທິດ​ທາງ​ຂອງ​ພະ​ແນກ, ຂອງ​ແຕ່​ລະ​ກົມ​ກອງ​ໃນ​ແຕ່​ລະ​ໄລຍະ ພ້ອມ​ທັງ​ຈັດ​ຕັ້ງ​ສະຫຼຸບ ຖອດ​ຖອນ​ບົດຮຽນ​ເປັນ​ປະຈຳ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ລະບົບ​ການຈັດຕັ້ງ​ຂອງ​ພວກ​ເຮົາ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ​ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ວິຊາ​ການ​ເຊິ່ງ​ມັນ​ສະແດງ​ອອກ​ພາຍ​ໃນ​ໜ່ວຍ​ຊາວ​ໜຸ່ມ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ​ສາມາດ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບ​ໝາຍ​ບັນລຸ​ໄດ້​ຕາມ​ທິດ​ທາງ​ສ້າງ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ ແລະ ສະມາຊິກ​ຊາວ​ໜຸ່ມ 4 ບຸກ ທີ່​ວາງ​ໄວ້. ຈາກ​ນັ້ນ ສະຫາຍ ພັນ​ຕີ ວິໄລ​ສັກ ພອນ​ຄຳ​ປານ ຮອງ​ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມຫ້ອງ​ການເມືອງ ກົມ​ໃຫຍ່​ການ ເມືອງ​ກອງທັບ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ອະນຸມັດ​ໃບ​ຍັ້ງ​ຢືນ​ນາມມະຍົດ 4 ບຸກ ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ ແລະ ສະ ມາຊິກ​ຊາວ​ໜຸ່ມ​ໃນ​ກຳລັງ​ຫຼວງ​ທົ່ວ​ກອງທັບ ໃນ​ນັ້ນ, ກົມ​ໃຫຍ່​ການເມືອງ​ກອງທັບ ຕົກລົງ​ມອບ ​ໃບຢັ້ງຢືນ​ນາມມະຍົດ 4 ບຸກ ໄລຍະ 3 ປີ 2022-2025 ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ ແລະ ສະ ມາຊິກ​ຊາວ​ໜຸ່ມ ກົມ​ກອງ​ຮາກ​ຖານ ໃນ​ກຳລັງ​ຫຼວງ​ທົ່ວ​ກອງທັບ ຈຳນວນ 40 ກົມ​ກອງ. ພ້ອມ​ດຽວ​ກັນ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ໃຫ້​ທິດ​ຊີ້​ນຳຫຼາຍ​ບັນຫາ​ທີ່​ສຳຄັນ​ຈາກປະທານ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ