ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ເປີດ​ຮຽນ​ເອກະສານ​ສະໜັບສະໜູນ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ
ເວລາອອກຂ່າວ: 2026-07-15 09:17:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ວ່າ​ດ້ວຍ​ການ​ເປີດ​ຮຽນ​ເອກະສານ​ສະໜັບສະໜູນ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ ຢູ່​ຫ້ອງ​ພະລາທິການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 8 ກໍລະກົດ 2026 ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ໂທ ອຳໄພ ອຸ່ມ​ສາ​ພົນ ຮອງ​ເລຂາ​ຄະ ນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ​ຫ້ອງ​ພະລາທິການ ແລະ ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ເອກະສານ​ສະໜັບສະໜູນ. ສະຫາຍ ພັນ​ໂທ ອຳໄພ ອຸ່ມ​ສາ​ພົນ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ ສະບັບ​ເລກ​ທີ 166/​ຄນພ,​ກບຊ ລົງ​ວັນ​ທີ 3 ມິຖຸນາ 2026 ວ່າ​ດ້ວຍ​ການ ​ອະນຸມັດ​ຮຽນ​ສະໜັບສະໜູນໃຫ້​ ມະຫາຊົນ​ຜູ້​ກ້າວໜ້າ ເພື່ອ​ຂະ ຫຍາຍ​ເຂົ້າ​ພັກ, ຈຸດປະສົງ​ໃນ​ການ​ເປີດ​ຮຽນ​ຄັ້ງ​ນີ້ ເພື່ອ​ເຮັດ​ໃຫ້​ມະຫາຊົນ​ຜູ້​ກ້າວ​ໝ້າ​ທີ່​ຈະຂະ ຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ຮັບ​ຮູ້​ເຂົ້າໃຈ​ເບື້ອງ​ຕົ້ນກ່ຽວ​ກັບ​ປະ​ຫັວດ​ຄວາມ​ເປັນ​ມາ ອຸດົມການ ທາດ​ແທ້ ຂອງ​ພັກ​ປະຊາຊົນປະ ຕິວັດ​ລາວ ເຂົ້າໃຈ​ກ່ຽວ​ກັບ​ມາດ ຖານ​ເງື່ອນໄຂ ຜູ້​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ແລະ ຜົນ​ປະໂຫຍດ​ທີ່​ສະມາຊິກ​ພັກ​ໄດ້​ຮັບ ເພື່ອ​ເຮັດ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າຕັ້ງໜ້າ​ເຝິກ​ຟົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ມາດ ຖານ​ເງື່ອນໄຂ​ຄົບ​ຖ້ວນ ແລະ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ເຂົ້າ​ໃນ​ການ​ປັກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ສີວິໄລ. ໂດຍ: ນາງ ບົວ​ລິ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ