5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ໄດ້ຮັບການຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024-2025
ເວລາອອກຂ່າວ: 2026-07-15 09:19:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ: ![]()
ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຢູ່ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນແມ່ນເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ ໃນນີ້, ເວົ້າສະ ເພາະຢູ່ຄະນະພັກຮາກຖານຫ້ອງເສນາທິການກອງບັນຊາການ ທະຫານແຂວງຜົ້ງສາລີ ກໍແມ່ນຄະນະພັກຮາກຖານໜຶ່ງທີ່ຂຶ້ນກັບຄະນະພັກກອງບັນຊາການທະຫານແຂວງ ເປັນຄະນະພັກອົງການນຳພາ-ຊີ້ນຳຮາກຖານພັກຂຶ້ນກັບ; ຫວ່າງບໍ່ດົນຜ່ານມານີ້ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024-2025 ໃຫ້ 5 ໜ່ວຍພັກຂຶ້ນກັບໂດຍການເປັນປະທານຂອງ ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຮອງເລຂາຄະນະພັກ , ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ສະຫາຍ ພັນເອກ ຄຳແພງ ອຸ່ນສະຫວັນ ຄະນະພັກກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກຮາກຖານ, ເລຂາຄະ ນະໜ່ວຍພັກຕະຫຼອດຮອດພະ ນັກງານສະມາຊິກພັກສົມບູນ-ສຳ ຮອງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພັນ ແກ້ວເພັງສີ ຄະນະພັກກອງບັນຊາ ການທະຫານແຂວງ, ຮອງຫົວ ໜ້າຫ້ອງເສນາທິການທິການ ໄດ້ຕາງໜ້າບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ຜ່ານບົດສະຫຼຸບວ່າດ້ວຍການມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ທີ່ຕັ້ງພາລະບົດບາດຂອງບັນດາໜ່ວຍພັກ ເຊິ່ງແມ່ນໜ່ວຍພັກໜຶ່ງທີ່ນອນຢູ່ໃນອົງການ 5 ຫ້ອງທີ່ຂຶ້ນກັບຄະນະພັກຮາກຖານຫ້ອງເສນາທິການ ກອງບັນຊາການທະຫານແຂວງ ແລະ ບັນດາໜ່ວຍພັກໄດ້ເປັນເສນາທິການໃຫ້ຄະນະພັກຮາກຖານໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງ ທັບ; ຄະນະພັກຮາກຖານຫ້ອງເສນາທິການປະກອບມີ 5 ໜ່ວຍພັກ, ມີຄະນະໜ່ວຍພັກທັງໝົດ 15 ສະຫາຍ, ມີສະມາຊິກພັກສົມ ບູນ 126 ສະຫາຍ, ຍິງ 22 ສະ ຫາຍ, ສະມາຊິກພັກສຳຮອງ 12 ສະຫາຍ, ຍິງ 7 ສະຫາຍ, ຂອບເຂດການນຳພາຂອງບັນດາໜ່ວຍພັກມີ 11 ພະແນກການ ແລະ 1 ກອງຮ້ອຍສື່ສານ, ມີຈຳນວນທັງໝົດ 186 ສະຫາຍ, ຍິງ 33 ສະຫາຍ, ທິດທາງແຜນການ ແລະ ຄາດໝາຍສູ້ຊົນຈະສ້າງສະມາ ຊິກພັກປອດໃສ ເຂັ້ມແຂງ ໜັກ ແໜ້ນໃຫ້ໄດ້ 90 % ຂຶ້ນໄປ, ຄາດ ໝາຍສູ້ຊົນໃນຕໍ່ໜ້າຈະສູ້ຊົນໃຫ້ ໄດ້ຕາມ 5 ເນື້ອໃນຄື: ດ້ານການ ເມືອງ, ດ້ານແນວຄິດ, ດ້ານການ ຈັດຕັ້ງ, ດ້ານການນຳພາ ແລະ ດ້ານນຳພາປະຕິບັດໜ້າທີ່ການ ເມືອງ. ຈາກນັ້ນ, ສະຫາຍ ພັນໂທ ຊາຍຂອງ ພົມປັນຍາ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະປະ ຈຳພັກແຂວງຜົ້ງສາລີ ສະບັບເລກທີ 1022, 274/ຄພຂ, ລົງວັນທີ 14 ຕຸລາ 2025 ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ປີ 2024-2025 ລວມມີ 5 ໜ່ວຍພັກຄື: ໜ່ວຍພັກສູ້ຮົບ, ໜ່ວຍພັກອົບຮົມ, ໜ່ວຍພັກທະຫານຊາຍແດນ, ໜ່ວຍພັກສື່ສານ ແລະ ໜ່ວຍພັກບໍລິຫານ ທີ່ຂຶ້ນກັບຄະ ນະພັກຮາກຖານຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ.
ສະຫາຍ ພັນເອກ ວິໄລ ແພງສົມເຮືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເນັ້ນໜັກໃຫ້ບັນດາຄະນະໜ່ວຍພັກ ແລະ ບັນດາສະຫາຍສະມາຊິກພັກ ຈົ່ງຮັກສານາມ ມະຍົດໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ແລະ ເສີມຂະ ຫຍາຍທາດແທ້, ມູນເຊື້ອຂອງ ພັກໃນການຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ແລະ ຊອກຮູ້ຮ່ຳຮຽນ, ດຸໝັ່ນຂະຫຍັນພຽນ, ເປັນແບບຢ່າງນຳໜ້າໃຫ້ມະຫາ ຊົນໃນທຸກຂະບວນການວຽກງານ, ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ພ້ອມທັງຍົກສູງຕໍ່ໜ້າທີ່ວຽກງານທີ່ຮັບການມອບໝາຍ ໃຫ້ມີຜົນສຳເລັດ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວໃໝ່ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ, ຕ້ານ ສະກັດກັ້ນບັນຫາປະກົດການຫຍໍ້ ທໍ້ທີ່ຈະເກີດຂຶ້ນໃນຖັນແຖວພະ ນັກງານສະມາຊິກພັກ, ນັກຮົບພາຍໃນກົມກອງ, ເພື່ອເຮັດໃຫ້ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບຢ່າງຕໍ່ເນື່ອງ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















