ກອງບັນຊາການທະຫານເມືອງເຟືອງສຸມໃສ່ການປັກດຳເຂົ້ານາປີ
ເວລາອອກຂ່າວ: 2026-07-16 10:20:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 9-10 ກໍລະກົດ 2026 ນີ້, ພະນັກງານ-ນັກຮົບ ທົ່ວກອງບັນຊາການທະ ຫານເມືອງເຟືອງໄດ້ພ້ອມກັນ ສຸມໃສ່ປັກດຳເຂົ້ານາປີຕາມລະ ດູການຂອງກົມກອງ ໂດຍການຊີ້ນຳຂອງ ສະຫາຍ ພັນໂທ ດົວລໍ່ ຈົ່ງເຕັ່ງເຈ້ຍຊາ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງເຟືອງ. ສະເພາະປີນີ້ທົ່ວກົມກອງໄດ້ມີເນື້ອທີ່ເຮັດນາ 2 ບ່ອນລວມທັງໝົດ 9,5 ໄລ່ ເຊິ່ງໄດ້ລົງມືຫ້າງຫາກະກຽມແຕ່ຕົ້ນເດືອນມິຖຸນາ. ເຊິ່ງມາຮອດປັດຈຸບັນແມ່ນສຳເລັດການປັກດຳເຂົ້ານາປີ. ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນຳ 4 ປູກ 4 ລ້ຽງ ແລະ ຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ກົມໃຫຍ່ພະລາທິການກອງທັບວາງອອກ. ເພື່ອສ້າງເສດຖະກິດຂອງກົມກອງໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວພະນັກງານ-ນັກຮົບມີທ່າແຮງເສດຖະກິດຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.
ຂ່າວ: ວັນນະເລດ ລໍວັນໄຊ
ພາບ: ແກ້ວ ສິດວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















