ກອງພົນທີ 2 ຈັດຕັ້ງປ່ອຍປາລົງໜອງ
ເວລາອອກຂ່າວ: 2026-07-16 10:21:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ: ![]()
ໃນວັນທີ 13 ກໍລະກົດ 2026 ນີ້, ກອງພົນທີ 2 ໄດ້ຈັດ ຕັ້ງພິທີປ່ອຍປາລົງໜອງຢູ່ທີ່ກອງ ພັນ 409 ທີ່ຂຶ້ນກັບກອງພົນທີ 2 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ກົມກອງ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພົດ ສັນຍາ ຮອງຫົວໜ້າຫ້ອງພະລາ ທິການກອງພົນທີ 2 ໄດ້ກ່າວວ່າ: ການຈັດຕັ້ງປ່ອຍປາລົງໜອງໃນ ຄັ້ງນີ້ ເພື່ອເຮັດໃຫ້ປາໃນໜອງດັ່ງກ່າວມີຈຳນວນປາເພີ່ມຂຶ້ນ ພ້ອມທັງເປັນການຂະຫຍາຍພັນປາ ແລະ ເປັນການຈັດຕັ້ງປະຕິບັດຕາມຄຳຂວັນ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການວາງອອກ ເພື່ອຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ນັບດີຂຶ້ນ. ນອກນັ້ນ, ຍັງເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນທະຫານພາຍໃນກົມກອງມີສ່ວນຮ່ວມໃນການປົກປັກຮັກສາສັດນ້ຳ-ສັດປ່າ, ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສຳລັບແນວພັນປາທີ່ນຳມາປ່ອຍໃນຄັ້ງນີ້ມີຈຳນວນ 10.000 ໂຕ ເຊິ່ງປະກອບມີ: ປານິນ, ປາໄນ, ປາປາກ ແລະ ປາອິນເດຍ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















