ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-07-16 10:25:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ວັນ​ທີ 10 ກໍລະກົດ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ພິທີ​ປະກາດ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ຫົວໜ້າ​ຫ້ອງ​ ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີຄະນະ​ພັກ-ຄະນະ​ບັນຊາ ອົງການ 7 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ​ພະນັກງານ-ນາຍ​ທະຫານ ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ເຂືອງ​ຄຳ ສີດາ​ຄຳ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ ​ຄຳ​ມ່ວນ ຈຳນວນ 373 ສະຫາຍ. ໃນ​ນີ້, ໄດ້​ເລື່ອນ​ຊັ້ນ​ຮ້ອຍ​ເອກ​ຂຶ້ນ​ພັນ​ຕີ 64 ສະຫາຍ, ຍິງ 1 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ເອກ​ຂຶ້ນ​ພັນ​ຕີ 39 ສະຫາຍ, ຍິງ 22 ສະຫາຍ, ເລື່ອນ​ຊັ້ນ​ຮ້ອຍ​ໂທ​ຂຶ້ນ​ຮ້ອຍ​ເອກ 81 ສະຫາຍ, ຍິງ 6 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ໂທ​ຂຶ້ນ​ຮ້ອຍ​ເອກ 53 ສະຫາຍ, ຍິງ 16 ສະຫາຍ, ເລື່ອນ​ຊັ້ນ​ຮ້ອຍ​ຕີ​ຂຶ້ນ​ຮ້ອຍ​ໂທ 67 ສະຫາຍ, ຍິງ 3 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ຮ້ອຍ​ຕີ​ຂຶ້ນ​ຮ້ອຍ​ໂທ 16 ສະຫາຍ, ຍິງ 8 ສະຫາຍ, ເລື່ອນ​ຊັ້ນ​ວາທີ​ຂຶ້ນ​ຮ້ອຍ​ຕີ 51 ສະຫາຍ, ເລື່ອນ​ທຽບ​ຊັ້ນ​ວາທີ​ຂຶ້ນ​ຮ້ອຍ​ຕີ 2 ສະຫາຍ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ກໍໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ພະນັກງານ-ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ທຸກ​ສະຫາຍຈົ່ງ​ພ້ອມ​ກັນ​ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ ກໍຄື​ ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ພ້ອມ​ກັນ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ຂ່າວ: ເກດ​ມະນີ ສຸວັນນະ​ລາດ ພາບ: ຈັນທະ​ວີ​ສຸກ ພົງ​ເຂັມ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ