ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຄະນະ​ເຝິກ​ອົບຮົມ​ວຽກ​ງານ​ປະດິດ​ແຕ່ງ​ສິລະ​ປະ​ດົນຕີ​ທົ່ວ​ກອງທັບ ຄັ້ງ​ທີ III ເຂົ້າ​ຮ່ວມ​ພົບ​ປະ​ແລກປ່ຽນ ຢູ່ ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ
ເວລາອອກຂ່າວ: 2026-07-16 10:31:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:



ໃນ​ວັນ​ທີ 15 ກໍລະກົດ 2026 ນີ້, ຄະນະ​ເຝິກ​ອົບຮົມວຽກ​ ງານ​ປະດິດແຕ່ງ​ສິລະ​ປະ​ດົນຕີ​ທົ່ວກອງທັບ ຄັ້ງ​ທີ III ໄດ້​ເດີນ ທາງ​ໄປ​ທັດສະນະ​ສຶກ​ສາ ແລະ ພົບ​ປະ​ແລກປ່ຽນ​ບົດຮຽນຢູ່ວິ ທະຍາໄລ​ສິລະ​ປະ​ແຫ່ງ​ຊາດ. ການ​ຮ່ວມ​ກິດຈະກຳ​ໃນ​ຄັ້ງນີ້ ນຳ​ໂດຍ ສະຫາຍ ພັນ​ເອກ ໄຊຊະນະ ສະເຫຼີມ​ສັກ ຮອງ​ຫົວ ໜ້າ​ກົມ​ໂຄສະນາ​ອົບຮົມກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ​ຮັບຜິດ ຊອບ; ໂດຍ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຈາກສະຫາຍ ວິລະ​ພັນ ຊາ​ພູ​ວົງ ຜູ້ອຳ ນວຍການ​ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄູ-ອາຈານ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ. ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເປັນ​ການ​ເ ປີດ​ໂອກາດ​ໃຫ້​ນັກ​ສຳ​ມາ​ນາ​ກອນ ໄດ້​ຖອດ​ຖອນ​ບົດຮຽນ​ຕົວ​ຈິງ​ຈາກ​ຄູ-ອາ ຈານ ຜູ້​ມີ​ປະສົບ​ການ​ສູງ​ຂອງ ​ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ຊຸກຍູ້​ໃຫ້​ວຽກ​ງານ​ປະດິດ​ແຕ່ງ​ສິລະ​ປະ​ດົນຕີ​ທົ່ວ​ກອງທັບ ມີ​ຄວາມ​ອຸດົມສົມບູນ, ມີ​ລັກສະນະ​ຊາດ, ລັກສະນະ​ມະຫາຊົນ ແລະ ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ໂອກາດ​ດຽວ​ກັນ, ຄະນະ​ຜູ້​ແທນ​ຍັງ​ໄດ້​ຮ່ວມ​ຮັບ​ຊົມ​ການສະແດງ​ສິລະ​ປະ​ວັດທະນະທຳ, ບົດ​ເພງ ແລະ ການ​ເສບ​ດົນຕີ​ພື້ນເມືອງ-ສາກົນ ທີ່​ເປັນ​ເອກະລັກ ຈາກ​ຄູ-ອາຈານ ແລະ ນັກ​ສຶກ​ສາ​ຂອງ​ວິທະຍາໄລ ເຊິ່ງ​ບັນຍາກາດ​ເຕັມ​ໄປ​ດ້ວຍ​ຄວາມ​ຟົດຟື້ນ, ມ່ວນຊື່ນ ແລະ ສະໜິດສະໜົມ​ຮັກແພງ. ໃນ​ຕອນ​ທ້າຍ, ຕາງໜ້າ​ຄະນະ​ເຝິກ​ອົບຮົມ​ວຽກ​ງານ​ປະດິດ​ແຕ່ງ​ສິລະ​ປະ​ດົນຕີ​ທົ່ວ​ກອງທັບ ຄັ້ງ​ທີ III ໄດ້​ມອບ​ກະຕ່າ​ດອກ​ໄມ້ ແລະ ຂອງຂວັນ​ທີ່​ລະນຶກ ໃຫ້​ແກ່​ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ ພ້ອມ​ທັງ​ຖ່າຍຮູບ​ຮ່ວມ​ກັນ ເພື່ອ​ຈາລຶກ​ໄວ້​ເປັນ​ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ອັນ​ແໜ້ນ​ແຟ້ນ ລະຫວ່າງ​ກຳລັງ​ປະກອບ​ອາວຸດ ແລະ ວິທະຍາໄລ​ສິລະ​ປະ​ແຫ່ງ​ຊາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ