ຂົນຂວາຍກໍໄດ້,ໄປລໍາລ້ຽງກໍເປັນ,ຕີສັດຕູກໍເກັ່ງ ສົມແທ້ແມ່ຍິງລາວ
ເວລາອອກຂ່າວ: 2026-07-16 13:02:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 568 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ນາງ ຈັນວຽງ ສົມມະນີວັນ ເລຂາໜ່ວຍແມ່ຍິງ ກອງບັນນາທິການໜັງສືພິມກອງທັບ ໄດ້ສະແດງຄວາມຮູ້ສືກ ແລະ ໃຫ້ທັດສະນະຕໍ່ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 71 ປີນີ້ວ່າ: ສະຫະພັນແມ່ຍິງລາວແມ່ນມີຕົ້ນກຳເນີດເກີດມາຈາກ ການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານ ກໍຄືໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ເຊິ່ງມີໜ້າທີ່ຕົ້ນຕໍໃນການເບິ່ງແຍງ, ລ້ຽງດູຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານຕ່າງໆ ໃຫ້ພະນັກງານ, ທະຫານ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ລໍາລຽງອາຫານ, ສະບຽງ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າກໍານົດພາລະບົດບາດ, ກົດລະບຽບ ແລະ ໂຄງການດໍາເນີນງານເພື່ອເປັນພື້ນຖານໃຫ້ແກ່ໂຄງການຈັດຕັ້ງ, ເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ, ປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນດາເຜົ່າ ເຂົ້າເປັນກໍາລັງແຮງໃຫ້ແກ່ກໍາລັງການປະຕິວັດປົດປ່ອຍຊາດ ເອີ້ນໄດ້ວ່າ: ຂົນຂວາຍກໍໄດ້,ໄປລໍາລ້ຽງກໍເປັນ,ຕີສັດຕູກໍເກັ່ງ ສົມແທ້ແມ່ຍິງລາວ
ໃນຍ່ານທາງ 71 ປີຜ່ານມາ, ແມ່ຍິງລາວກໍ ໄດ້ມີຜົນງານການເຄື່ອນໄຫວໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະການປະກອບສ່ວນຕໍ່ສູ້ອັນພິລະອາດຫານຂອງແມ່ຍິງລາວໃນສະໄໝຕໍ່ສູ້ກູ້ຊາດ ເພື່ອຍາດເອົາໄຊຊະນະອັນລະອິດລະອ້ຽວ ຂອງແມ່ຍິງລາວບັນດາເຜົ່າ ທີ່ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍຢ່າງບໍ່ຮູ້ອິດເມື່ອຍ ເຊິ່ງເປັນຂີດໝາຍອັນສໍາຄັນຂອງປະຫວັດສາດ ຂອງຊາດລາວ.
ສະຫາຍຍັງກ່າວຕື່ມອີກວ່າ: ພາຍຫຼັງປະເທດໄດ້ຮັບການປົດປ່ອຍ, ແລະ ເພື່ອເປັນການສືບທອດພາລະກິດດັ່ງກ່າວ ແມ່ຍິງໄດ້ອອກແຮງເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ມູນເຊື້ອທີ່ເປັນເອກະລັກສະເພາະຂອງແມ່ຍິງລາວບັນດາເຜົ່າ, ສຳລັບສະມາຊິກແມ່ຍິງໃນຖັນແຖວກອງທັບ ກໍຄືສະມາຊິກໜ່ວຍແມ່ຍິງກອງບັນນາທິການໜັງສືພິມກອງທັບ ແຕ່ລະສະຫາຍ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ມະຕິຄຳສັ່ງຂອງຂັ້ນເທິງ, ຂອງກົມກອງ ແລະ ຂອງສູນກາງ ສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານດ້ວຍການສຶກສາຮ່ຳຮຽນເຮັດໃຫ້ຕົນເອງມີລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກວິທະຍາສາດທີ່ແນ່ນອນ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ຢ່າງຮອບດ້ານ, ຍົກສູງສະຕິລະວັງຕົວປະຕິວັດ, ຕ້ານສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ບັນຫາປາກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນໃນຖັນແຖວແມ່ຍິງກອງທັບເຮົາ. ແລະ ເພື່ອການຂໍ່ານັບຮັບຕ້ອນວັນສ້າງຕັ້ງແມ່ຍິງລາວ,ໜ່ວຍແມ່ຍິງກອງບັນນາທິການໜັງສືພິມກອງທັບກໍໄດ້ ສ້າງຂະບວນການ ອອກແຮງງານອະນາໄມລວມ ຄ່ຽງຄູ່ກັບການເຂົ້າຮ່ວມທຸກກິດຈະກຳທີ່ກົມກອງ,ການຈັດຕັ້ງຂັ້ນເທິ່ງຈັດຂຶ້ນ ເຮັດໃຫ້ມີບັນຍາກາດມ່ວນຊື່ນ ທີ່ເຕັມໄປດ້ວຍຄວາມໝາາຍຄວາມສຳຄັນ.
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວປີນີ້, ຂ້າພະເຈົ້າໃນນາມສ່ວນຕົວ ແລະ ຕາງໜ້າໃຫ້ສະຫະພັນແມ່ຍິງກອງບັນາທິການໜັງສືພິມກອງທັບ ຂໍອວຍພອນມາຍັງ ການນຳສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວປ້ອງກັນະເທດ ແລະ ພະແນກສະຫະພັນແມ່ຍິງກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນຳ-ນຳພາໜ່ວຍແມ່ຍິງໜັງສືພິມ ໃຫ້ກ້າວໜ້າຂຶ້ນເລື້ອຍໆ, ອວຍພອນມາຍັງສະມາຊິກແມ່ຍິງໃນທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















