ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງອຸດົມໄຊ
ເວລາອອກຂ່າວ: 2026-07-16 13:05:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 404 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ທີ່ຫ້ອງວ່າການແຂວງອຸດົມໄຊ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ໄດ້ພົບປະໂອ້ລົມ ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງອຸດົມໄຊ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງແຂວງ ວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຮັກສາສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍແກ່ການລົງທຶນ ແລະ ພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍໍ່ຂະຫຍາຍຕົວ, ຊຶ່ງໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວ ໃນລະດັບ 3,3%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 12.237 ຕື້ກີບ, ລາຍຮັບສະເລ່ຍຕໍໍ່ຫົວຄົນ 1.512 ໂດລາສະຫະລັດ/ຄົນ; ສາມາດຈັດເກັບລາຍຮັບໄດ້ 76,3% ຂອງແຜນການປີ; ສາມາດລະດົມທຶນເຂົ້າໃສ່ການພັດທະນາ ໄດ້ 1.344 ຕື້ກີບ ເທົ່າກັບ 51,7% ຂອງແຜນການປີ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງສ້ອມແປງໂຄງລ່າງພື້ນຖານຂອງແຂວງ ເປັນຕົ້ນ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງເທດສະບານແຂວງ ແລະ ປັບປຸງ-ຂະຫຍາຍເສັ້ນທາງເຂົ້າສະຖານີລົດໄຟ. ພ້ອມກັນນັ້ນ ວຽກງານກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ການບໍລິການ, ພາສີອາກອນ ແລະ ວຽກງານກໍໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍມີການຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງນັບມື້ດີຂຶ້ນເປັນກ້າວໆ.
ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເພີ່ມທະວີການລົງກໍໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ມີການຫັນປ່ຽນດີຂຶ້ນ; ສືບຕໍ່ກໍໍ່ສ້າງພັກ-ພະນັກງານ ຕາມທິດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍໍ້ທໍໍ້ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ; ສຸມໃສ່ສ້າງການຫັນປ່ຽນດ້ານການບໍລິຫານລັດ ແລະ ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ເປັນທັນສະໄໝ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ ໂດຍຊຸກຍູ້ສົົ່ງເສີມອັນເປັນທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ; ສືບຕໍໍ່ຕິດຕາມ, ກວດກາ ບັນດາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາຢ່າງເຂັ້ມງວດ, ເພື່ອຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າສົົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍໍ່ຖືກຕ້ອງຕາມກົດໝາຍ; ສືບຕໍ່ແກ້ໄຂບັນຫາການນຳເຂົ້າພາຫະນະບໍ່ຖືກຕ້ອງ ແລະ ນໍາໃຊ້ບໍໍ່ຖືກເປົ້າໝາຍ, ທັງປະຕິບັດມາດຕະການເດັດຂາດ ຕໍໍ່ຜູ້ປອມແປງເອກະສານ ແລະ ມີສ່ວນກ່ຽວຂ້ອງກັບການລັກລອບນໍາເຂົ້າຍານພາຫະນະ; ສືບຕໍໍ່ປັບປຸງກົນໄກການຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບການອະນຸມັດຜ່ານມາ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ບໍ່ປະຕິບັດຕາມສັນຍາ ແມ່ນໃຫ້ຮີບຮ້ອນແກ້ໄຂຕາມກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ແຈ້ງເຕືອນ ຫຼື ອອກຂ່າວ ເພື່ອໃຫ້ປະຊາຊົນ ໄດ້ຮັບຮູ້-ມີສະຕິ ແລະ ກະກຽມຮັບມື ກັບເຫດໄພພິບັດທາງທຳມະຊາດຕ່າງໆ ທີ່ອາດຈະເກີດຂຶ້ນ ຢ່າງທັນການ.
ໂດຍ: ກົມປະຊາສໍາພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















