ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈັດງານມະຫະກຳການຄ້າ ທາງເອເລັກໂຕຣນິກ
ເວລາອອກຂ່າວ: 2026-07-16 13:08:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 401 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີ ຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການກຽມຄວາມພ້ອມຈັດງານບຸນມະຫະກຳການຄ້າ ທາງເອເລັກໂຕຣນິກ ຫຼື "Lao E-Commerce Festival 2026” ເພື່ອເປັນການຂັບເຄື່ອນເສດຖະກິດດິຈິຕອນ ແລະ ສົ່ງເສີມຫົວໜ່ວຍທຸລະກິດລາວ ໃຫ້ສາມາດແຂ່ງຂັນໄດ້ໃນຍຸກສະໄໝໃໝ່, ເຊິ່ງງານດັ່ງກ່າວຈະໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 25-26 ກັນຍາ 2026 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.
ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ເສດຖະກິດດິຈິຕອນ ທີ່ໄດ້ກາຍເປັນປັດໄຈຫຼັກໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ຂອງ ສປປ ລາວ, ການຈັດງານຄັ້ງນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI, ມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ພ້ອມທັງ ສອດຄ່ອງກັບວິໄສທັດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງລັດຖະບານ. ຈຸດປະສົງຫຼັກ ຂອງງານ Lao E-Commerce Festival 2026 ເຊື່ອມໂຍງລະບົບນິເວດການຄ້າອອນລາຍ: ຮວບຮວມເອົາຜູ້ໃຫ້ບໍລິການແພລດຟອມຊື້-ຂາຍ, ລະບົບການ ຊໍາລະເງິນດິຈິຕອນ, ບໍລິສັດຂົນສົ່ງ-ໂລຈິສຕິກ ແລະ ຜູ້ປະກອບການຕົວຈິງ ມາໄວ້ໃນບ່ອນດຽວ, ຍົກລະດັບ MSMEs ແລະ ສິນຄ້າ ODOP: ເພີ່ມຂີດຄວາມສາມາດໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງ ສິນຄ້າທ້ອງຖິ່ນ ໃຫ້ສາມາດເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງກວ້າງຂວາງ, ສ້າງຄວາມເຊື່ອໝັ້ນ: ສົ່ງເສີມການດໍາເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ, ປົກປ້ອງສິດຜົນປະໂຫຍດ ຂອງຜູ້ຊົມໃຊ້ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນວົງການຄ້າອອນລາຍ.
ພາຍໃນງານຈະມີກິດຈະກຳທີ່ໜ້າສົນໃຈຫຼາກຫຼາຍ ເຊັ່ນ: ການວາງສະແດງ ແລະ ຈຳໜ່າຍສິນຄ້າອອນລາຍຊັ້ນນໍາ, ເວທີສໍາມະນາແລກປ່ຽນບົດຮຽນ ຈາກຊ່ຽວຊານລະດັບແນວໜ້າ ແລະ ກິດຈະກຳຈັບຄູ່ທຸລະກິດ (Business Matching) ເພື່ອສ້າງເຄືອຂ່າຍການຮ່ວມມືທາງທຸລະກິດໃນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















