ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ຊົມເຊີຍຜົນສຳເລັດອັນພາກພູມໃຈ ຂອງກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ກ້າວສູ່ການສ້າງສື່ມວນຊົນທີ່ເຂັ້ມແຂງ ແລະ ມີຄຸນນະພາບ
ເວລາອອກຂ່າວ: 2026-07-16 13:53:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ:



ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ໄດ້ຈັດຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ ນັບວ່າເປັນເຫດການສຳຄັນທາງການເມືອງ-ແນວຄິດ ແລະ ວິຊາຊີບສື່ມວນຊົນຂອງປະເທດ. ກອງປະຊຸມໄດ້ທົບທວນບັນດາຜົນງານທີ່ຜ່ານມາ, ວິເຄາະຂໍ້ດີ, ຂໍ້ຈຳກັດ, ພ້ອມທັງກຳນົດທິດທາງ, ເປົ້າໝາຍ ແລະ ມາດຕະການສຳຄັນໃນການພັດທະນາວຽກງານສື່ມວນຊົນໃຫ້ສອດຄ່ອງກັບຍຸກດິຈິຕອນ ແລະ ສະພາບການໃໝ່. ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າບັນນາທິການໜັງສືພິມກອງທັບ ໄດ້ສະແດງຄວາມຮູ້ສຶກວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍ. ຜົນຂອງກອງປະຊຸມໄດ້ສະທ້ອນເຖິງການນຳພາທີ່ຮອບຄອບຂອງພັກ ແລະ ການເອົາໃຈໃສ່ຂອງລັດຕໍ່ວຽກງານສື່ມວນຊົນ, ເຊິ່ງເປັນແນວໜ້າສຳຄັນໃນວຽກງານອຸດົມການ, ການໂຄສະນາ ແລະ ການຊີ້ນຳແນວຄິດຂອງສັງຄົມ. ສຳລັບ ໜັງສືພິມກອງທັບ ຖືເອົາ ຜົນສຳເລັດຂອງກອງປະຊຸມ ຄັ້ງນີ້ ເປັນທັງກຳລັງໃຈ ແລະ ພາລະໜ້າທີ່ໃໝ່. ໃນສະພາບທີ່ຂໍ້ມູນຂ່າວສານເຄື່ອນໄຫວຢ່າງວ່ອງໄວ, ສື່ກອງທັບຕ້ອງພັດທະນາຕົນເອງໃຫ້ທັນກັບການປ່ຽນແປງ, ນຳໃຊ້ເຕັກໂນໂລຊີສະໄໝໃໝ່, ສ້າງຜົນງານຂ່າວທີ່ມີຄຸນນະພາບ, ຖືກຕ້ອງ, ວ່ອງໄວ ແລະ ໜ້າເຊື່ອຖື. ພວກເຮົາຈະສືບຕໍ່ຍຶດໝັ້ນຫຼັກການຊີ້ນຳຂອງພັກ, ປະຕິບັດໜ້າທີ່ຂອງສື່ກອງທັບຢ່າງເຕັມຄວາມສາມາດ, ໂຄສະນາແນວທາງ, ນະໂຍບາຍ, ກົດໝາຍ ແລະ ມະຕິຕ່າງໆ ຂອງພັກ ແລະ ລັດ, ສະທ້ອນພາບການເຝິກອົບຮົມ, ການກຽມພ້ອມຮົບ, ການຊ່ວຍເຫຼືອປະຊາຊົນ, ການພັດທະນາກອງທັບ ແລະ ການສ້າງກຳລັງປ້ອງກັນປະເທດໃຫ້ເຂັ້ມແຂງ. ພ້ອມກັນນັ້ນ ໜັງສືພິມກອງທັບ ຈະເພີ່ມທະວີການສ້າງນັກຂ່າວຮຸ່ນໃໝ່ໃຫ້ມີຄຸນນະພາບ, ມີຄວາມກ້າຫານທາງວິຊາຊີບ, ຍຶດໝັ້ນຈັນຍາບັນ, ກ້າຕໍ່ສູ້ກັບຂ່າວປອມ, ຂ່າວບິດເບືອນ ແລະ ການໂຄສະນາທີ່ບໍ່ສ້າງສັນ. ສື່ກອງທັບຈະຕ້ອງເປັນສື່ທີ່ປະຊາຊົນໄວ້ວາງໃຈ ແລະ ເປັນກະບອກສຽງຂອງກອງທັບປະຊາຊົນລາວຢ່າງແທ້ຈິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຜົນສຳເລັດຂອງກອງປະຊຸມຄັ້ງນີ້ ວົງການສື່ມວນຊົນຂອງລາວຈະກ້າວເຂົ້າສູ່ໄລຍະໃໝ່ທີ່ມີການພັດທະນາທັງດ້ານຄຸນນະພາບ, ເທັກໂນໂລຊີ ແລະ ບຸກຄະລາກອນ. ໜັງສືພິມກອງທັບຈະສືບຕໍ່ຮ່ວມມືກັບບັນດາສື່ມວນຊົນທົ່ວປະເທດ, ແລກປ່ຽນບົດຮຽນ, ຍົກສູງຄວາມສາມັກຄີ ແລະ ຮ່ວມກັນສ້າງວຽກງານສື່ມວນຊົນໃຫ້ເຂັ້ມແຂງຍິ່ງໆຂຶ້ນ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຄະນະຈັດຕັ້ງ, ບັນດາຜູ້ແທນ ແລະ ຜູ້ປະກອບວິຊາຊີບສື່ມວນຊົນທຸກສະຫາຍ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ. ພວກເຮົາຈະນຳເອົາ ທິດທາງ, ເນື້ອໃນຈິດໃຈ ແລະ ບົດຮຽນຈາກກອງປະຊຸມມາຜັນຂະຫຍາຍເຂົ້າໃນການປະຕິບັດຕົວຈິງ ເພື່ອຍົກສູງຄຸນນະພາບຂ່າວສານ, ຮັບໃຊ້ພາລະກິດການປະຕິວັດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມເປົ້າໝາຍທີ່ພັກ ແລະ ປະຊາຊົນໄດ້ວາງໄວ້. ໂດຍ: ໂຊເລ້ ບຸນເຮືອງ ແລະ ໄຊສະຫວາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ