ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງສິລະປະກອນກອງທັບ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການທ້າຍປີ 2026
ເວລາອອກຂ່າວ: 2026-07-16 14:38:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 439 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2026 ນີ້, ກອງສິລະປະກອນກອງທັບ ໄດ້ຈັດກອງປະຊຸມຖອດຖອນບົດຮຽນຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ພະນັກງານ ແລະ ນັກຮົບທົ່ວກອງສິລະປະກອນກອງທັບ ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນໂທ ພູທອງ ເພັດສີບູນ ຮອງຫົວໜ້າການເມືອງ ກອງສີລະປະກອນກອງທັບ ໄດ້ລາຍງານຜົນງານພົ້ນເດັ່ນໃນໄລຍະ 6 ເດືອນຜ່ານມາວ່າ: ກອງສິລະປະກອນກອງທັບ ໄດ້ເຄື່ອນໄຫວສະແດງຮັບໃຊ້ບັນດາເຫດການປະຫວັດສາດ ແລະ ກິດຈະກຳສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ຢ່າງຕັ້ງໜ້າ ເຊັ່ນ: ວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ລວມເຖິງການສະແດງຮັບໃຊ້ໃນການຊ້ອມຮົບຮ່ວມ ລາວ-ລັດເຊຍ "ໃຕ້ຝຸ່ນ 2026" ແລະ "ລາໂຣສ 2026" ດ້ວຍຄວາມຮັບຜິດຊອບສູງ. ສ່ວນຕົວເລກຜົນງານດ້ານວິຊາສະເພາະທີ່ຍາດມາໄດ້ ສະແດງອອກໃຫ້ຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ເຄື່ອນໄຫວສະແດງຮັບໃຊ້ພາຍໃນປະເທດ 56 ຄັ້ງ, ຕ່າງແຂວງ 6 ຄັ້ງ ແລະ ຕ່າງປະເທດ 1 ຄັ້ງ; ຖ່າຍທຳລະຄອນ 3 ບົດ ແລະ ແຕ່ງບົດລະຄອນໃໝ່ 1 ບົດ; ອັດສຽງ ແລະ ມິກສຽງ ທັງໝົດ 74 ບົດ ໃນນີ້, ມີບົດເພງປະຈຳໃຈກົມໂຄສະນາອົບຮົມ 19 ບົດ ແລະ ເພງມູນເຊື້ອສະຫະພັນແມ່ຍິງກອງທັບ 15 ບົດ; ຈັດຕັ້ງປະຕິບັດການຮຽນ-ການສອນ ນອກລະບົບ ສາມາດຮັບປະກັນໃຫ້ແກ່ໜ້າທີ່ວຽກງານໄດ້ເປັນປົກກະຕິ ໂດຍມີຄູອາຈານເຂົ້າຮ່ວມສອນ 11 ສະຫາຍ; ສ້າງລາຍການໃໝ່ໃຫ້ໂຮງໝໍ 103 ຈຳນວນ 7 ບົດ; ຄວບຄຸມການສະແດງ 30 ຄັ້ງ ແລະ ຕັດຕໍ່ພາບຈໍ LED ໃນກອງປະຊຸມຕ່າງໆ 10 ຄັ້ງ. ສ່ວນເນື້ອໃນການສະແດງ ແຕ່ລະລາຍການແມ່ນໄດ້ສ່ອງແສງເຖິງ ມູນເຊື້ອການນຳພາອັນສະຫຼາດສ່ອງໃສຂອງພັກ, ຄວາມເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ຄວາມສາມັກຄີມິດຕະພາບ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ອາຊຽນ. ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ ແລະ ປຶກສາຫາລື ເພື່ອຍົກສູງຄຸນນະພາບການສະແດງໃຫ້ມີຄວາມທັນສະໄໝ ແລະ ກຽມພ້ອມຮັບໃຊ້ວຽກງານການເມືອງຮີບດ່ວນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດຕ່າງໆ ທີ່ຈະມາເຖິງ. ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ; ຍົກສູງຄວາມສາມາດທາງດ້ານວິຊາສະເພາະ ສິລະປະ-ວັນນະຄະດີ ໃຫ້ກ້າວໜ້າຂຶ້ນເລື້ອຍໆ; ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ພ້ອມທັງຮຽກຮ້ອງໃຫ້ທົ່ວກົມກອງ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເພື່ອຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ ໃຫ້ບັນລຸຄາດໝາຍຢ່າງມີຜົນສຳເລັດສູງ. ໂດຍ: ຮທ ໄພລິນ ບຸນຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ