ທະຫານແຂວງຊຽງຂວາງ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-07-16 15:26:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວປະຕິວັດ ໃນພາລະກິດຕໍ່ສູ້ກູ້ຊາດ ຂອງ ປະທານ ສຸພານຸວົງ ທີ່ໄດ້ສ້າງຜົນງານອັນຍິ່ງໃຫຍ່ ແລະ ເປັນທີ່ຍອມຮັບໃນຖານະວິສະວະກອນ ທີ່ມີຄວາມຮູ້ຄວາມສາມາດ, ເຮັດແທ້ທຳຈິງ, ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ, ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ຮັກແພງມິດສະຫາຍຢ່າງຈິງໃຈ ແລະ ດຳລົງຊີວິດຢ່າງສັດຊື່ສຸຈະລິດ ພ້ອມທັງ ໄດ້ປຸກລະດົມໃຫ້ພີ່ນ້ອງຮ່ວມຊາດເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ, ເດັດດ່ຽວຕໍ່ສູ້ຂັບໄລ່ພວກຮຸກຮານ ແລະ ລູກມື ເພື່ອຍາດເອົາເອກະລາດ ແລະ ອິດສະຫຼະພາບມາໃຫ້ປະເທດຊາດ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ຂອງວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳແຕ່ລະຮຸ່ນ ຕະຫຼອດຮອດປະຊາຊົນສອງປະເທດ ຈົນກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ, ຫາໄດ້ຍາກໃນການພົວພັນສາກົນ ແລະ ເປັນມໍລະດົກອັນລ້ຳຄ່າ ຂອງສອງຊາດ ລາວ-ຫວຽດນາມ ຕະຫຼອດໄປ. ທັງນີ້, ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ - ນັກຮົບ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ ຕໍ່ມູນເຊື້ອວັນປະຫວັດສາດສຳຄັນຂອງຊາດ, ພ້ອມກັນເສີມຂະຫຍາຍທາດແທ້, ຄຸນສົມບັດສິນທຳປະຕິວັດ ແລະ ບົດຮຽນອັນລ້ຳຄ່າ ກໍຄືຄຸນງາມຄວາມດີຂອງຜູ້ນຳລຸ່ນກ່ອນ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຈາລຶກບຸນຄຸນ ແລະ ຮ່ຳຮຽນເອົາເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງ, ຫັນເອົາມູນເຊື້ອອັນດີງາມເຫຼົ່ານັ້ນເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິຜົນສູງສຸດ.
ໂດຍ: ຮທ ຫຸມພັນ ສິງດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















