ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຫ້ອງພະລາທິການ ທະຫານນະຄອນຫຼວງວຽງຈັນ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2026-07-16 15:53:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 449 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2026 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນທານ ຂອງສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກຄະນະຫ້ອງພະລາທິການ, ພະແນກການ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ເຊື່ອຍ ລໍຫວັນສ່າງ ຮອງຫົວໜ້າຫ້ອງພະລາທິການທະຫານນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນ ໄລຍະ 6 ເດືອນຕົ້ນປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ໃນຫຼາຍດ້ານເປັນຕົ້ນແມ່ນ ວຽກງານຮັບປະກັນການສະໜອງດ້ານສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ ແລະ ອຸປະກອນ-ເຕັກນິກ ໃຫ້ແກ່ບັນດາກົມກອງ ຢ່າງທົ່ວເຖິງ ແລະ ທັນເວລາ, ວຽກງານການຜະລິດເພີ່ມພູນຄູນສ້າງ, ປູກຝັງ-ລ້ຽງສັດ ແລະ ຍົກສູງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໄດ້ປະຕິບັດຕາມທິດ 4 ປູກ 4 ລ້ຽງ ແລະ ສຸມໃສ່ສ້າງກົມກອງ ຕົວແບບທາງດ້ານພະລາທິທິການ ໃນນັ້ນ, ໄດ້ສຸມໃສ່ນຳພາ-ຊີ້ນຳກອງຮ້ອຍຜະລິດ ລ້ຽງໄກ່ໄຂ່, ລ້ຽງປາ, ປະສົມພັນລູກປາ, ລູກກົບ, ປູກໜໍ່ແຍ້, ປູກໝາກນາວ, ປູກກ້ວຍ, ໜໍ່ໄມ້, ປູກເຂົ້ານາແຊງ, ປູກມັນຕົ້ນ, ຢາງພາລາ ແລະ ພຶດຜັກຕ່າງໆ ໃນ 6 ເດືອນຜ່ານມາ ສາມາດສ້າງແຫຼ່ງລາຍຮັບໄດ້ທັງໝົດ 269.764.000 ກີບ. ກອງປະຊຸມ ຍັງໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອກຳນົດຄາດໝາຍສູ້ຊົນ ແລະ ຈຸດສຸມສຳຄັນໃນຕໍ່ໜ້າ. ໃນກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຫຼາຍບັນຫາທີ່ສຳຄັນ ຈາກ ສະຫາຍ ປະທານ ຕື່ມອີກ. ໂດຍ: ສຸລິຍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ