ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພັນ​ໃຫຍ່ 497 ປ່ອຍ​ປາ​ລົງ​ໜອງ​ລວມ ເນື່ອງ​ໃນ​ໂອກາດ ວັນ​ປ່ອຍ​ປາ ແລະ ອາ​ນຸ​ລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ
ເວລາອອກຂ່າວ: 2026-07-17 09:01:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ ວັນ​ປ່ອຍ​ປາ ແລະ ອາ​ນຸ​ລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ​ຄົບຮອບ 29 ປີ ວັນ​ທີ 13 ກໍລະກົດ 2026 ນີ້, ກອງພັນ​ໃຫຍ່ 497 ໄດ້​ຈັດ​ພິທີ​ປ່ອຍ​ປາ ຢູ່​ທີ່​ໜອງ​ປາ​ລວມ​ຂອງ​ກອງພັນ​ໃຫຍ່ ເນື່ອງ​ໃນ​ໂອກາດ ວັນ​ປ່ອຍ​ປາ ແລະ ອາ​ນຸ​ລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ​ຄົບຮອບ 29 ປີ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ທອງ​ດຳ ດວງ​ມາລາ ຜູ້​ບັນຊາ​ການ ກອງ ພັນ​ໃຫຍ່ 497, ມີ​ຄະນະ​ພັກ-ຄະນະ​ບັນຊາ ພະແນກການ ກົມ​ກອງ ແລະ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສຳລັບ​ການ​ຈັດ​ກິດຈະກຳ​ປ່ອຍ​ປາ​ໃສ່​ໜອງ​ລວມ​ຂອງ​ກອງພັນ​ໃຫຍ່​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ວຽກ​ງານ​ລ້ຽງ​ດູ​ທັບ​ເພື່ອ​ຕອບ​ສະໜອງ​ແຫຼ່ງ​ອາຫານ-ດ້ານ​ຊີ້ນ​ປາ, ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນາຍ ແລະ ພົນທະຫານ​ໃນ​ກົມ​ກອງ ສ້າງ​ເງື່ອນໄຂ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຕາມ​ທ່າແຮງ​ບົ່ມ​ຊ້ອນ, ສ້າງ​ໃຫ້​ມີ​ລາຍ​ຮັບ ສາມາດ​ຕອບ​ສະໜອງ​ໄດ້​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ໃຫ້​ດີ​ຂຶ້ນ. ທັງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ​ໃນ​ວັນ​ດັ່ງກ່າວ​ຢ່າງ​ເລິກເຊິ່ງ ເພື່ອ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ອາ​ນຸ​ລັກ​ສັດ​ນ້ຳ-ສັດປ່າ​ໃຫ້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ແລະ ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະຫຼອດ​ໄປ. ສຳລັບ​ປາ​ທີ່​ນຳ​ມາ​ປ່ອຍປະ​ກອບ​ມີ: ປາໄນ, ປາ​ນິນ, ປາປາກ, ປາ​ໂລ​ຮູ້ ແລະ ປາ​ມະນີ​ການ ລວມ​ທັງ​ໝົດ: 80.000 ພັນ​ໂຕ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ