ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງພັນ​ໃຫຍ່ 279 ປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ສິບ
ເວລາອອກຂ່າວ: 2026-07-17 09:02:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ໃນ​ວັນ​ທີ 9 ກໍລະກົດ 2026 ນີ້, ກອງພັນ​ໃຫຍ່ 279 ໄດ້​ປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ສິບ ໂດຍການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ອ່ອນ​ແກ້ວ ພົມ​ມະ​ສຸລິນ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 279, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກອງພັນ, ກອງຮ້ອຍ​ເອກະລາດ ພ້ອມ​ດ້ວຍ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄກ​ສຸກ ສຸລິຍະ​ວົງ ຮອງ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 279 ໄດ້​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ອະນຸມັດ ເລື່ອນ​ຊັ້ນ​ນາຍ​ສິບ​ຢູ່ ກອງພັນ​ໃຫຍ່ 279, ອີງ​ຕາມ​ມາດຕາ 13 ຂໍ້​ກຳນົດ​ວ່າ​ດ້ວຍ​ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ ໃນ​ກອງທັບ​ປະຊາຊົນ​ລາວ ( ສະບັບ​ປັບປຸງ ) ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ກຳລັງ​ພົນ, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ເລື່ອນ​ຊັ້ນ​ໃຫ້​ນາຍ​ສິບ​ຢູ່​ກອງພັນ​ໃຫຍ່279 ທັງ​ໝົດ​ຈຳນວນ 60 ສະຫາຍ, ໃນ​ນີ້ ເລື່ອນ​ຊັ້ນ ສິບ​ເອກ ຂຶ້ນ​ຊັ້ນ ວາທີ ຈຳນວນ 21 ສະຫາຍ, ເລື່ອນ​ຊັ້ນ ສິບ​ໂທ ຂຶ້ນ​ຊັ້ນ ສິບ​ເອກ ຈຳນວນ 7 ສະຫາຍ, ເລື່ອນ​ຊັ້ນ ສິບ​ຕີ ຂຶ້ນ​ຊັ້ນ ສິບ​ໂທ 32 ສະຫາຍ. ຂ່າວ: ນາງ ມະນີ​ວັນ ນິ​ທະ​ກອນ ພາບ: ນາງ ກິ່ງ​ແກ້ວ ສີ​ສະກຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ