ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ​ຄຳ​ມ່ວນ ຕ້ອນຮັບ ຮອງ​ຫົວໜ້າ​ຫ້ອງການ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ
ເວລາອອກຂ່າວ: 2026-07-17 09:04:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ໃນ​ວັນ​ທີ 7 ກໍລະກົດ 2026 ນີ້, ສະຫາຍ ​ປອ ສົມ​ສະອາດ ອຸ່ນ​ສີດາ ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ​ຄຳ​ມ່ວນ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ພົບ​ປະ​ຂອງ ສະຫາຍ ພັນ​ເອກ ວິລະ​ພົງ ໄຊ​ຍະ​ນິກອນ ຮອງ​ຫົວໜ້າ​ຫ້ອງ ການ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ທັງ​ເປັນ​ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ແກ້​ໄຂ​ກວດ​ກູ້​ລະເບີດ​ບໍ່​ທັນ​ແຕກ ກະຊວງ​ປ້ອງ​ກັນ​ປະເທດ ໃນ​ໂອກາດ​ລົງ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ​ທີ່​ແຂວງ​ຄຳ​ມ່ວນ. ໂອກາດ​ນີ້, ສະຫາຍ ພັນ​ເອກ ວິລະ​ພົງ ໄຊ​ຍະ​ນິກອນ ໄດ້​ແຈ້ງ​ຈຸດປະສົງ​ໃນ​ການ​ມາ​ເຄື່ອນ​ໄຫວ​ຢູ່​ແຂວງ​ຄຳ​ມ່ວນ ໃນ​ຄັ້ງ​ນີ້ ກໍ່​ເພື່ອ​ນຳພາ​ຄະນະ​ກຳລັງ​ທະຫານ​ຊ່ຽວຊານ​ຈາກ ສະຫະພັນ​ຣັດ​ເຊຍ ລົງ​ມາ​ປະຕິບັດ​ພາລະກິດ​ສຳ​ຫຼວດ ແລະ ກວດ​ກູ້​ລະເບີດ​ບໍ່​ທັນ​ແຕກ ໃນ​ເຂດ​ຍຸດ​ທະ​ສາດ​ຂອງ​ກອງທັບ ທີ່​ຕັ້ງ​ຢູ່​ພາຍ​ໃນ​ແຂວງ​ຄຳ​ມ່ວນ ເພື່ອ​ແນໃສ່​ຮັບປະກັນ​ຄວາມ​ປອດ​ໄພ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ອັນຕະລາຍ​ຂອງ​ລະເບີດ​ຕົກ​ຄ້າງ. ໂອກາດ​ດັ່ງກ່າວ, ສະຫາຍ ​ປອ ສົມ​ສະອາດ ອຸ່ນ​ສີດາ ກໍ່​ໄດ້​ກ່າວ​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ລົງ​ມາ​ປະຕິບັດ​ພາລະກິດ​ອັນ​ມີ​ຄວາມ​ໝາຍ​ສຳຄັນ​ນີ້ ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ເລືອກ​ແຂວງ​ຄຳ​ມ່ວນ​ເປັນ​ພື້ນ​ທີ່​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ, ພ້ອມ​ດຽວ​ກັນ​ນັ້ນ ສະຫາຍ​ຍັງ​ໄດ້​ຢືນຢັນ​ວ່າ ອົງການ​ປົກຄອງ​ແຂວງ​ຄຳ​ມ່ວນ ຍິນ​ດີ​ໃຫ້ການ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ, ອຳນວຍ​ຄວາມ​ສະດວກ ແລະ ສະໜັບສະໜູນ​ໃນ​ທຸກ​ດ້ານ ເພື່ອ​ໃຫ້​ການເຄື່ອນໄຫວ​ຂອງ​ຄະນະ​ຊ່ຽວຊານ ແລະ ກຳລັງ​ທີ່​ກ່ຽວຂ້ອງ ດຳເນີນ​ໄປ​ດ້ວຍ​ຄວາມ​ສະດວກ, ວ່ອງໄວ ແລະ ບັນລຸ​ຜົນສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຢ່າງ​ມີ​ປະ​ສິດທິ​ຜົນ ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ