ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງ​ບັນນາທິການ ໜັງສືພິມ​ກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ 6 ເດືອນ​ຕົ້ນ​ປີ 2026
ເວລາອອກຂ່າວ: 2026-07-17 09:06:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ໃນ​ວັນ​ທີ 16 ກໍລະກົດ 2026 ນີ້, ກອງ​ບັນນາທິການ ໜັງສືພິມ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບ ດ້ານ ປະຈຳ 6 ເດືອນ​ຕົ້ນ​ປີ, ວາງ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ ແລະ ຜ່ານ​ເງືອນ​ໄຂ ແລະ ມາດຖານ​ຂໍ້​ແຂ່ງຂັນ “ຮັກ​ຊາດ ແລະ ພັດທະນາ” ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ວັນ​ເຮືອງ ສີວິໄລ ຫົວໜ້າ​ບັນນາທິການ ໜັງສືພິມ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນນາທິການ, ຫົວໜ້າ-ຮອງ​ຫົວໜ້າ​ພະ​ແນກ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ທົ່ວ​ກອງ​ບັນນາທິການ​ໜັງສືພິມ​ກອງທັບ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ສຸພັນ​ສາ ຄຳ​ມີ ຫົວໜ້າ​ພະ​ແນກ​ບໍລິຫານ ໄດ້​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ຂອງ ກອງ​ບັນ ນາທິການ​ໜັງສືພິມ​ກອງທັບ ໃນ​ໄລຍະ 6 ເດືອນ​ຜ່ານ​ມາ ສາມາດ​ເຮັດ​ສຳເລັດ​ວຽກ​ງານ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ​ໄດ້​ຕິດ ຕາມ​ກຳ​ແໜ້ນ​ສະພາບ​ແນວ​ຄິດ​ຂອງ ພະນັກງານ-ນັກຮົບ ໃນ​ກົມ​ກອງ​ກໍລະນີ​ມີ​ບັນຫາ​ປະກົດ ການ​ເກີດ​ຂຶ້ນ​ກໍ​ຮີບ​ຮ້ອນ​ແກ້​ໄຂ​ແຕ່​ຫົວທີ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ ແລະ ນັກຮົບ​ເຂົ້າໃຈ​ແນວ​ທາງ​​​ນະໂຍບາຍ​ຂອງພັກ-ລັດ ຮູ້​ຈຳແນກ​ໄດ້​ມິດ ແລະ ສັດຕູ, ມີ​ນ້ຳໃຈ​ຮັກ​ປະເທດ​ຊາດ, ຮັກ​ລະບອບ​ໃໝ່, ມີ​ຄວາມ​ເຊື່ອ ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ເອົາ ໃຈໃສ່​ປະຕິບັດ​ມະຕິ​ຄຳ​ສັ່ງ​ຂອງ ຄະນະ​ພັກ-ຄະນະ​ບັນນາທິການ, ມີ​ຄວາມ​ຫ້າວຫັນ​ເຮັດ​ວຽກ​ງານ​ຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້, ໄດ້​ຊີ້​ນຳ​ໃຫ້​ແຕ່​ລະ​ພະ​ແນກ, ໜ່ວຍ​ຊາວ​ໜຸ່ມ, ແມ່ຍິງ​ດຳເນີນ​ຊີວິດ​ການເມືອງ​ເດືອນ​ລະ 1 ເທື່ອ, ຄະນະ​ບັນນາທິການ ຮັບ​ສ່ອງ​ແສງ​ພະແນກການ​ເພື່ອ​ຟັງ​ສະ ພາບ​ການເມືອງ-ແນວ​ຄິດ​ຂອງ​ພະນັກງານ-ນັກຮົບ ແລະ ເຜີຍແຜ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ສ່ອງ​ແສງ​ຈາກ​ຂັ້ນ​ເທິງ​ທຸກ​ເຊົ້າ​ວັນ​ຈັນ, ໄດ້​ຈັດ​ຕັ້ງ​ຮັບ​ສ່ອງ​ແສງ​ພະ​ແນກ ແລະ ອົງ​ການຈັດຕັ້ງ​ມະຫາຊົນ​ໃນ​ທຸກໆ​ເດືອນ, ໄດ້​ສຳເລັດ​ກອງ​ ປະຊຸມ​ສະຫຼຸບ​ວຽກ​ງານ​ປະຈຳ​ປີ 2025 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ ປີ 2026 ແລະ ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບ ດ້ານ​ປະຈຳ​ໄຕ​ມາດ​ທີ 1 ແລະ ທິດ​ທາງ​ແຜນການ​ປະຈຳ​ໄຕ ມາດ​ທີ II ປີ 2026, ເອົາໃຈໃສ່​ນຳພາ​ພະນັກງານ-ນັກຮົບ​ປະຕິບັດ​ລະບຽບ​ວິໄນ​ຂອງ​ກອງທັບ​ເປັນຕົ້ນ​ແມ່ນ​ລະບຽບ​ການ​ນຸ່ງ​ຖື, ການ​ເຂົ້າ​ການ-ເລີກ​ການ​ຖືກຕ້ອງ​ຕາມ​ເວລາ, ໄດ້​ສຸມ​ໃສ່​ໂຄສະນາ​ໃຫ້​ແກ່​ການເຄື່ອນໄຫວ​ຂອງ​ການ​ນຳ ພັກ-ລັດ ກໍຄື​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບ​ຮອບ 77 ປີ, ໂຄສະນາ​ເຜີຍແຜ່​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຂະ​ບວນ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ກອງ 3 ປອດ, ກອງ​ວັດທະນະທຳ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ, ຂະ​ບວນ​ການເຝິກແອບ​ຮໍ່າຮຽນ​ກຽມພ້ອມ​ສູ້​ຮົບ, ໂຄສະນາ​ໃຫ້​ແກ່​ຜົນສຳເລັດ​ຂອງ​ການ​ພັດທະນາ ເສດຖະກິດ-ສັງຄົມ ຂອງ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ໄປ​ຄຽງ​ຄູ່​ກັບ​ການ​ສະເໜີ ຂ່າວ ທາງ​ການ​ທະຫານ​ທີ່​ພົ້ນ​ເດັ່ນ​ໃນ​ໂລກ, ໄດ້​ຈັດ​ຕັ້ງ​ຈຸ​ປະຈຳການ​ເຮັດ​ໜັງສືພິມ​ໂດຍ​ຜັນ​ປ່ຽນ​ໝູນວຽນ​ກັນ​ແຕ່​ລະ​ວັນ​ລວມ​ມີ 6 ຈຸ​ ເພື່ອ​ດຳເນີນ​ການ​ຜະລິດ ແລະ ຈຳໜ່າຍ​ໜັງ ສືພິມ​ລາຍ​ວັນ​ເປັນ​ປົກກະຕິ​ໃນ 6 ເດືອນ​ຕົ້ນ​ປີ 2026 ນີ້, ໄດ້​ຜະລິດ​ໜັງສືພິມ 120 ເທື່ອ​ລວມ​ຈຳນວນ 69.600 ສະບັບ, ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ວິຊາ​ສະເພາະ​ເປັນ ປົກກະຕິ​ໂດຍ​ໄດ້​ລົງ​ຂ່າວ​ໜັງສືພິມ​ກອງທັບ, ລົງ​ຂ່າວ​ພາຍ​ໃນ​ໄດ້ 3.480 ຂ່າວ, ຂ່າວ​ຕ່າງປະເທດ, ຂ່າວ ວິທະຍາສາດ-ເຕັກນິກ​ການ​ທະຫານ 1.118 ຂ່າວ, ບົດ 504 ບົດ, ຮູບ 3.600 ກວ່າ​ຮູບ, ໄດ້​ຈັດ​ຕັ້ງ​ການ​ອັບ​ເດດ​ເວບ​ໄຊ​ໜັງສືພິມ​ເອ​ເລັກ​ໂຕຣ​ນິກ​ ພາສາ​ລາວ ແລະ ພາສາ​ອັງກິດ​ໄດ້ 2.213 ຂ່າວ, ໃນ 6 ເດືອນ​ຕົ້ນ​ປີ 2026 ມີ​ຜູ້​ເຂົ້າ​ເບິ່ງ 18.960.000 ກວ່າ​ຄົນ​ຈາກ 90 ກວ່າ​ປະເທດ ໃນ​ທົ່ວ​ໂລກ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ຄອນ​ສະຫວັນ ໄຊ​ຍະ​ລາດ ຮອງ​ຫົວໜ້າ​ບັນນາທິການ ໜັງສືພິມ​ກອງທັບ ໄດ້​ຜ່ານ​ເນື້ອ​ໃນ​ຂະ​ບວນ ​ການ​ຂໍ້​ແຂ່ງຂັນ ໂດຍ​ພາຍ​ໃຕ້​ຄຳ​ຂວັນ: "ຮັກ​ຊາດ ແລະ ພັດທະນາ" ຈຸດປະສົງ-ຄາດໝາຍ ແມ່ນ​ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ມະຕິ​ຄຳ​ສັ່ງ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ແລະ ບັນດາ​ມູນ ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ຕອບ​ຕ້ານ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ເພື່ອ​ເປັນ​ການ​ປຸກລະດົມ​ການຈັດຕັ້ງ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ອົງຄະ​ນະ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ໜ່ວຍ​ພັກ​ໜັງສືພິມ​ກອງທັບ ຕິດ​ພັນ​ກັບ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​ປະກົດ​ເປັນ​ຈິງ ແລະ ຖື​ເອົາ​ໂອກາດ​ນີ້ ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃນ​ທຸກ​ດ້ານ ເປັນຕົ້ນ​ການ​ສ້າງ​ນັກຮົບ​ວັດທະນະທຳ​ຕິດ​ພັນ ກັບ​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ກອງ​ປອດ​ໃສ, ປອດ​ໄພ ແລະ ປອດ​ຄະດີ ເຮັດ​ໃຫ້​ນາຍ ແລະ ພົນທະຫານ​ທຸກ​ຄົນ​ໃນ​ກົມ​ກອງ​ມີ​ຄວາມ​ບຸກ​ບືນ​ພັດທະນາ​ຕົນ​ເອງ​ໃນ​ທຸກ​ດ້ານ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ພັກ-ລັດ ແລະ ປະ ຊາຊົນ​ມອບ​ໝາຍ​ໃຫ້. ສ່ວນ​ກຳ ນົດ​ເວລາ​ເປີດ ແລະ ປິດ​ຂະ​ບວນ​ການ​ແຂ່ງຂັນ ແມ່ນ​ນັບ​ແຕ່​ເດືອນ ກໍລະກົດ 2026 ຈົນ​ຮອດ​ເດືອນ ທັນວາ 2026 ຈຶ່ງ​ຈະ​ສຳເລັດ. ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຮອງ​ຫົວໜ້າ​ບັນນາທິການ ໜັງສືພິມ​ກອງທັບ ໄດ້​ຜ່ານ​ໃບ​ມອບ​ສິດ ຂອງ​ນາຍົກລັດຖະມົນຕີ, ລັດ​ຖະ​ດຳລັດ ຂອງ​ປະທານ​ປະເທດ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ໄຊ​ແຮງ​ງານ, ດຳລັດ ຂອງ​ນາຍ​ຍົກ​ລັດຖະມົນຕີ ວ່າ​ດ້ວຍ​ການ​ປະດັບ​ຫຼຽນ​ກາ​ແຮງ​ງານ ແລະ ວ່າ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ​ລັດຖະບານ, ໃນ​ນັ້ນ, ມອບ​ໃຫ້​ກອງ​ບັນນາທິການ​ໜັງສືພິມ​ກອງທັບ​ປະກອບ​ມີ ຫຼຽນ​ໄຊ​ແຮງ​ງານ ຊັ້ນ II ຈຳນວນ 6 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ ຊັ້ນ III ຈຳນວນ 6 ສະຫາຍ, ຫຼຽນ​ກາ​ແຮງ​ງານ ຈຳນວນ 6 ສະຫາຍ ແລະ ໃບ​ຍ້ອງຍໍ​ລັດຖະບານ ຈຳນວນ 1 ສະຫາຍ. ໃນ​ໂອກາດ​ດັ່ງກ່າວ, ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ໃຫ້​ທິດ​ຊີ້​ນຳ ຫຼາຍ​ບັນຫາ​ທີ່​ສຳຄັນ​ຈາກ ສະຫາຍ ປະທານ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ