ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ​ບຳນານ​ທີ່​ເສຍ​ຊີວິດ​ ຈຳນວນ 6 ຄອບຄົວ
ເວລາອອກຂ່າວ: 2026-07-17 09:07:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



ວັນ​ທີ 13 ກໍລະກົດ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ຈັດ​ພິທີ​ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ​ບຳນານ​ທີ່​ເສຍ​ຊີວິດ​ຈຳນວນ 6 ຄອບຄົວ ລວມ​ເປັນ​ເງິນ 999.434.366 ກີບ. ທັງ​ນີ້, ກໍ່​ເພື່ອ​ປະຕິບັດ​ນະໂຍບາຍ​ຂອງ​ພັກ-ລັດ ທີ່​ມີ​ຕໍ່ ນາຍ ແລະ ພົນທະຫານ ໂດຍ​ການ​ເປັນ​ປະ ທານ​ຂອງ​ສະຫາຍ ພັນ​ເອກ ຄູນ​ສະໄໝ ລິນ​ສັນຍາ ຮອງ​ຫົວໜ້າ​ການເມືອງ, ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ສະຫວັນ​ນະ​ເຂດ, ມີ​ຄະນະ​ຫ້ອງ, ພະ​ແນກ​ນະໂຍບາຍ, ພະ​ແນກ​ພະນັກງານ, ພະ​ແນກ​ປະກັນ​ສັງຄົມ ແລະ ຄອບຄົວ​ພະນັກງານ​ຜູ້​ເສຍ​ຊີວິດ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ປ່ຽນ ພີມ​ສົມ​ພູ ຮອງ​ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ​ສະຫວັນ​ນະ​ເຂດ ໄດ້​ກ່າວ​ຈຸດ ປະສົງ​ການ​ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ຂອງ​ພະນັກງານ​ບຳນານ​ຈຳນວນ 6 ຄອບຄົວ. ເຊິ່ງ​ແຕ່​ລະ​ຄອບຄົວ​ແມ່ນ​ຈະ​ໄດ້​ຮັບ​ເງິນ​ແຕກ​ຕ່າງ​ກັນ​ຕາມ​ອາຍຸ​ການ ແລະ ໜ້າ ທີ່ຂອງ​ພະນັກງານ, ນາຍ ແລະ ພົນທະຫານ ທີ່​ເສຍ​ຊີວິດ. ຈາກ​ນັ້ນ, ສະຫາຍ​ປະທານ​ກໍໄດ້​ໂອ້​ລົມ ແລະ ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຜົນງານ​ທີ່​ບັນດາ​ພະນັກງານ​ທີ່​ເສຍ​ຊີວິດ​ໄດ້​ປະ ກອບສ່ວນ​ສະຕິ​ປັນຍາ​ເຫື່ອແຮງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ, ສ້າງ ສາ​ພັດທະນາ​ປະເທດ​ຊາດ ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ແຕ່​ລະ​ຄອບຄົວ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ໄປ​ນຳ​ໃຊ້​ໃຫ້​ເກີດ​ປະໂຫຍດ​ສູງ. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ