ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ສິ່ງທີ່ໜ້າປະທັບໃຈຂອງງານພົບ​ປະ​ມິດຕະພາບ​ວຽກ​ງານ​ປ້ອງ​ກັນ​ຊາດ​ ຂັ້ນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ລາວ-ຫວຽດນາມ ຄັ້ງ​ທີ 3
ເວລາອອກຂ່າວ: 2026-07-17 09:09:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 234 | ຄວາມນິຍົມ:



ງານ​ພົບ​ປະ​ມິດຕະພາບ​ປ້ອງ​ກັນ​ຊາດ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງ​ທີ 3 ໄດ້​ຖືກ​ຈາລຶກ​ໄວ້​ໃນ​ໜ້າ​ປະຫວັດສາດ​ການ​ທູດ​ທະຫານ​ດ້ວຍ​ພາບ​ຜົນ ສຳເລັດ​ອັນ​ສະຫງ່າ​ລາສີ ໂດຍ​ການ​ເປັນ​ປະທານ​ຮ່ວມ​ໃນ​ພິທີ​ພົບ​ປະ​ຂອງ ​ສະຫາຍ ພົນ​ເອກ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ກົມ​ການເມືອງ​ສູນ​ກາງພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ແລະ ສະຫາຍ ພົນ​ເອກ ຟານ ວັນ ຢາງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສສ ຫວຽດ ນາມ. ບັນຍາກາດ​ຢູ່​ບໍລິເວນ​ດ່ານ​ຊາຍ​ແດນ​ທີ່​ເປັນ​ສະຖານທີ່​ຈັດ​ງານ ໄດ້​ຖືກ​ປະດັບ​ປະດາ​ດ້ວຍ​ທຸງຊາດ​ຂອງ​ສອງ​ປະເທດ​ຢ່າງ​ສົມ​ກຽດ. ພາບ​ຂ່າວ​ທີ່​ສື່​ມວນ​ຊົນ​ທັງ​ສອງ​ຊາດ​ໄດ້​ເຜີຍແຜ່​ນັ້ນ​ເຕັມ​ໄປ​ດ້ວຍ​ຮອຍ​ຍິ້ມ, ການ​ຈັບ​ມື​ອັນ​ອົບ​ອຸ່ນ ແລະ ການ​ກອດ​ສະແດງ​ຄວາມ​ຮັກແພງ​ຖານ​ສະຫາຍ​ອ້າຍ​ນ້ອງ​ຮ່ວມ​ອຸດົມ​ການ ລະຫວ່າງ ຄະນະ​ການ​ນຳ​ຂັ້ນ​ສູງ, ນາຍ ແລະ ພົນທະຫານ ຕະຫຼອດ​ຮອດປະ ຊາຊົນ​ທັງ​ສອງ​ຝັ່ງ​ຊາຍ​ແດນ. ພິທີ​ທາງ​ການ, ສອງ​ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນປະເທດ​ລາວ-ຫວຽດນາມ ໄດ້​ຮ່ວມ​ກັນ​ທາສີ​ຫຼັກ​ໝາຍ​ອະທິປະ​ໄຕ​ຊາຍ​ແດນ ເຊິ່ງ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ເປັນ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ພ້ອມ​ທັງ​ ໄດ້​ຮ່ວມ​ກັນ​ປູກ “ຕົ້ນໄມ້​ມິດຕະ ພາບ” ໄວ້​ຢູ່​ເຂດ​ຊາຍ​ແດນ ເພື່ອ​ເປັນ​ດັ່ງ​ຕົວ​ແທນ​ຂອງ​ສາຍ​ພົວພັນ ລາວ-ຫວຽດນາມ ທີ່​ຈະ​ມີ​ແຕ່​ຄວາມ​ຂຽວ​ສົດ​ງົດ​ງາມ, ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ໝັ້ນຄົງ​ທະ​ນົງ​ແກ່ນ​ຊົ່ວ​ກາລະ​ນານ. ເນື້ອ​ໃນ​ຜົນສຳເລັດ​ການ​ຮ່ວມ​ມືທາງ​ດ້ານ​ການເມືອງ ແລະ ການ​ທະຫານ​ຜ່ານ​ການພົບ​ປະ​ເຈລະຈາ​ຢ່າງ​ເປັນ​ທາງ​ການ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ ແລະ ພັນ​ລະ​ນາ​ເຖິງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ໂດຍ​ມີ​ບັນດາ​ຜົນສຳເລັດ​ທີ່​ເປັນ​ເອກະ​ພາບ​ກັນ ດັ່ງນີ້: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການເມືອງ: ສອງ​ກອງທັບ​ໄດ້​ກາຍເປັນ​ເສົາ ຄ້ຳ​ທີ່​ໜັກ​ແໜ້ນ ໃຫ້​ແກ່​ສາຍ​ພົວ ພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ລະ ຫວ່າງ ສອງ​ພັກ, ສອງ​ລັດ. ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ແລະ ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ. ການ​ລົງ​ນາມ​ເອກະສານ​ຮ່ວມ​ມື: ທັງ​ສອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ​ລາວ-ຫວຽດ ນາມ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ແລະ ແຜນການ​ຮ່ວມ​ມື ທີ່​ເນັ້ນ​ໃສ່​ການ​ເພີ່ມ​ທະວີ​ກົນ​ໄກ​ລາດຕະເວນ​ຮ່ວມ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ສານ​ຢ່າງ​ທັນ​ການ ເພື່ອ​ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ຄວາມ​ບໍ່​ສະຫງົບ, ສະກັດ​ກັ້ນ​ການ​ລັກລອບ​ເຂົ້າ​ເມືອງ​ຜິດ​ກົດໝາຍ ແລະ ການທຳ ລາຍ​ຊັບພະຍາກອນ​ທຳ​ມະ​ຊາດ​ຕາມ​ເສັ້ນ​ຊາຍ​ແດນ; ການ​ປາບ​ປາມ​ອາດຊະຍາກຳຂ້າມຊາດ ກຳລັງ​ປ້ອງ​ກັນ​ຊາຍ​ແດນຂອງ​ທັງ​ສອງ​ປະເທດ ໄດ້​ປະສານສົມ ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ໃນ​ການ​ສະກັດ​ກັ້ນ ແລະ ທຳລາຍ​ກຸ່ມ​ແກ້ງ​ ຄ້າ​ຢາ​ເສບ​ຕິດຂ້າມ​ຊາດ, ການ​ຄ້າ​ເຖື່ອນ ແລະ ການເຄື່ອນໄຫວ​ທີ່​ຫວັງ​ມ້າງເພ​ທຳລາຍ​ຄວາມ​ສະຫງົບ​ສຸກ​ຂອງ​ປະຊາຊົນ. ດ້ານ​ວຽກ​ງານ​ມະນຸດສະທຳ ແລະ ສັງຄົມ ເພື່ອ​ປະຊາຊົນ​ສິ່ງ​ທີ່​ສື່​ສັງຄົມ​ອອນ​ລາຍ ຜ່ານ​ເຟດ​ບຸກ (Facebook) ຂອງ​ບັນດາ​ສຳນັກ​ຂ່າວ​ໄດ້​ແບ່ງປັນ ແລະ ໄດ້​ຮັບ​ຄວາມ​ສົນໃຈ​ຢ່າງ​ຫຼວງຫຼາຍ ແມ່ນ​ກິດຈະກຳ​ພາກ​ສະໜາມ ທີ່​ກອງທັບ​ສອງ​ປະເທດ​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ປະຊາຊົນ, ດ້ານ​ການ​ແພດ ກຳລັງ​ເສນາ​ຮັກ (ແພດ​ທະຫານ) ຂອງ​ລາວ ແລະ ຫວຽດນາມ ໄດ້​ຕັ້ງ​ຄ້າຍ​ເຄື່ອນ​ທີ່ ເພື່ອ​ຈັດ​ຕັ້ງ​ການ​ກວດ​ສຸຂະພາບ, ປິ່ນປົວ​ພະຍາດ ແລະ ແຈກ​ຢາຍ​ຢາ​ຮັກສາ​ໂລກ ໃຫ້​ແກ່​ປະຊາຊົນ​ເຂດ​ຊາຍ​ແດນ​ຜູ້​ທີ່​ມີ​ຂໍ້​ຈຳກັດ​ທາງ​ດ້ານ​ເສດຖະກິດ ໂດຍ​ບໍ່​ໄດ້​ຄິດ​ຄ່າ​ບໍລິການ​ໃດໆ, ສ້າງ​ຄວາມຕື້ນ ​ຕັນ​ໃຈ ແລະ ຮອຍ​ຍິ້ມ​ໃຫ້​ແກ່ຊາວ ບ້ານ​ເປັນ​ຢ່າງ​ຍິ່ງ. ນອກ​ນັ້ນພາຍ​ ໃນ​ງານຍັງໄດ້​ມີການ​ມອບ​ທຶນ​ການ​ສຶກ​ສາ, ຄອມ​ພິວ​ເຕີ ແລະ ອຸປະກອນ​ການ​ຮຽນ​ໃຫ້​ແກ່​ໂຮງ ຮຽນ​ທ້ອງຖິ່ນ ພ້ອມ​ທັງ​ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ແລະ ສັດລ້ຽງ “ງົວ​ພັນ​ມິດຕະພາບ” ໃຫ້​ແກ່​ຄອບຄົວ​ທຸກ​ຍາກ ເພື່ອ​ເປັນ​ທຶນຮອນ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ. ພ້ອມ​ນັ້ນ​ຍັງ​ໄດ້​ມອບ-ຮັບສິ່ງ​ປຸກ​ສ້າງ​ສາທາລະນະ ແລະ ການ​ເປີດ​ນຳ​ໃຊ້ ຫ້ອງ​ຮຽນ, ເຮືອນ​ວັດທະນະທຳ​ມິດຕະພາບ ທີ່​ກອງທັບ​ສອງ​ປະເທດ​ຮ່ວມ​ກັນ​ກໍ່ສ້າງ, ເຊິ່ງ​ເປັນ​ສິ່ງ​ຢັ້ງຢືນ​ທາງ​ຮູບ​ປະ​ທຳ​ວ່າ “ກອງທັບ​ມາ​ຈາກ​ປະຊາຊົນ, ໂດຍ​ປະຊາຊົນ ແລະ ເພື່ອ​ປະຊາຊົນ”. ເພື່ອ​ສືບຕໍ່​ຜັນ​ຂະຫຍາຍ​ຜົນ ສຳເລັດ​ອັນ​ງົດ​ງາມ​ຂອງ​ງານ​ພົບ​ປະ​ຄັ້ງ​ທີ 3 ນີ້ ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ຄວາມ​ຕໍ່​ເນື່ອງ, ສອງ​ຝ່າຍ​ໄດ້​ກຳນົດ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ ດັ່ງນີ້: ຫັນ​ກົນ​ໄກ​ການ​ພົບ​ປະ​ໃຫ້​ເປັນ​ປົກກະຕິ ສືບຕໍ່​ຮັກສາ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ງານ​ພົບ​ປະ​ມິດຕະພາບ​ປ້ອງ​ກັນ​ຊາດ​ຊາຍ​ແດນ, ພ້ອມ​​ທັ​ງ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງຮ້ອຍ​ປ້ອງ​ກັນ​ຊາຍ​ແດນ ໃຫ້​ມີ​ຄວາມ​ຖີ່ ແລະ ເປັນ​ຮູບ​ປະ​ ທຳ​ຍິ່ງ​ຂຶ້ນ. ເພີ່ມ​ທະວີ​ການ​ລາດ ຕະເວນ​ຮ່ວມ​ສອງ​ຝ່າຍ ຍູ້​ແຮງ​ການ​ປະສານ​ສົມທົບ​ໃນ​ການ​ລາດຕະເວນ​ຮ່ວມ ຕາມ​ເສັ້ນທາງ​ຊາຍ​ແດນ ແລະ ລະບົບ​ຫຼັກ​ໝາຍ, ແນໃສ່​ກວດກາ ແລະ ແກ້​ໄຂ​ທຸກ​ກໍລະນີ​ລະເມີດ​ຊາຍ​ແດນ​ຢ່າງ​ທັນ​ການ ບົນ​ພື້ນຖານອີງ​ໃສກົດໝາຍ ແລະ ສາຍ​ພົວພັນ​ມິດຕະພາບ. ຍົກ​ສູງ​ຂີດ​ຄວາມ​ສາມາດ​ໃນ​ການ​ແລກປ່ຽນ​ຂໍ້​ມູນຂ່າວສານ ສ້າງ​ຊ່ອງ​ທາງ​ຕິດຕໍ່​ສື່ສານ​ທີ່​ທັນ​ສະໄໝ ແລະ ວ່ອງໄວ ລະ ຫວ່າງ ກົນ​ໄກ​ປ້ອງ​ກັນ​ຊາຍ​ແດນ ​ສອງ​ຝ່າຍ ເພື່ອ​ແລກປ່ຽນຂໍ້ມູນ ​ຂ່າວສານ​ກ່ຽວ​ກັບ​ຄວາມ​ໝັ້ນ ຄົງ, ສະກັດ​ກັ້ນ​ທຸກ​ກົນອຸບາຍ​ມ້າງເພ​ທຳລາຍ​ຄວາມ​ສາມັກຄີ ລາວ-ຫວຽດນາມ ຈາກ​ກຸ່ມ​ຄົນ​ບໍ່​ດີ. ຊຸກຍູ້​ການ​ສ້າງ “ຄູ່ແຝດ” ບ້ານ-ກົມ​ກອງ: ສືບຕໍ່​ຂະຫຍາຍ​ຮູບ​ແບບ​ການ​ສ້າງ​ຄູ່​ແຝດ ລະ ຫວ່າງ ບ້ານ​ຕໍ່​ບ້ານຢູ່​ສອງຝັ່ງຊາຍ ​ແດນ ແລະ ລະຫວ່າງ ກົມ​ກອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ເພື່ອ​ສ້າງ​ຮາກ​ຖານ​ຄວາມ​ໝັ້ນຄົງ ແລະ ຄວາມ​ສາມັກຄີ​ຈາກ​ຂັ້ນ​ຮາກ​ຖານ​ປະຊາຊົນ. ສືບຕໍ່​ວຽກ​ງານ​ຊ່ວຍເຫຼືອ ​ປະຊາຊົນ ແລະ ພັດທະນາ ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ເສດ ຖະກິດ-ສັງຄົມ ຢູ່​ເຂດ​ຊາຍ​ແດນ, ຊ່ວຍເຫຼືອ​ປະຊາຊົນ​ໃນ​ການ​ລົບ ​ລ້າງ​ຄວາມທຸກ​ຍາກ, ປ້ອງກັນ ແລະ ຟື້ນ​ຟູ​ໄພພິບັດ​ທາງ​ທຳ​ມະ​ ຊາດ ແລະ ການ​ບໍລິການ​ສາທາ ລະນະ​ສຸກ​ເຄື່ອນ​ທີ່. ໃນຕໍ່ໜ້າຄະນະ​ຮັບຜິດຊອບ ​ຂອງ​ທັງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ ຈະ​ຮ່ວມ​ກັນ​ທົບ​ທວນ, ຖອດ​ຖອນ​ບົດຮຽນ ຈາກ​ການ​ຈັດ​ງານ​ຄັ້ງ​ທີ 3 ນີ້ ເພື່ອ​ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ ໃນ​ການ​ວາງ​ແຜນ, ຈັດ​ຕັ້ງ ແລະ ກະກຽມ​ຄວາມ​ພ້ອມ​ຮອບດ້ານ ໃຫ້​ແກ່​ງານ​ພົບ​ປະ​ມິດຕະພາບ​ປ້ອງ​ກັນ​ຊາດ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງ​ທີ 4 ໃຫ້​ມີ​ຄວາມ​ໝາຍ ແລະ ຍິ່ງ​ໃຫຍ່​ກວ່າ​ເກົ່າ. ໂດຍ: ໄພລິນ ບຸນ​ຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ