ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກົມໃຫຍ່ພະລາທິການກອງທັບ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ I
ເວລາອອກຂ່າວ: 2026-07-17 10:30:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 644 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ I ພາຍໃຕ້ຫົວຂໍ້: ຍົກສູງຄຸນນະພາບວຽກງານຮັບປະກັນພະລາທິການ ໃຫ້ກອງທັບ ດ້ວຍປະສິດທິພາບສູງ ແລະ ປະດິດສ້າງ, ຍູ້ແຮງຂະບວນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ທົ່ວກອງທັບໃນໄລຍະໃໝ່, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ພະລາທິການ ປກສ, ກົມວິຊາສະເພາະ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ, ພະນັກງານປະຕິວັດອາວຸໂສບໍານານ, ແຂກຖືກເຊີນ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ກ່າວວ່າ: ເນື່ອງໃນໂອກາດການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ຂະແໜງການພະລາທິການກອງທັບປະຊາຊົນລາວ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໄດ້ຈັດຕັ້ງຫຼາຍກິດຈະກຳທີ່ມີຄວາມໝາຍຄວາມສຳຄັນພິເສດ ເພື່ອລະນຶກຄືນເຖິງປະວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງພະລາທິການກອງທັບປະຊາຊົນລາວ, ໂດຍປະຕິບັດຕາມການຕົກລົງເຫັນດີ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມແຜນການ ຂອງກົມໃຫຍ່ພະລາທິການກອງທັບ. ເຊິ່ງການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດຄັ້ງນີ້, ເປັນການປະກອບຄວາມຄິດເຫັນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບສະຖານະພາບ ແລະ ຄົ້ນຄວ້າ ເພື່ອຍົກສູງຄຸນນະພາບວຽກງານຮັບປະກັນພະລາທິການໃຫ້ແກ່ກອງທັບ ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນສູງ ຕິດພັນກັບການຍູ້ແຮງຂະບວນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ທົ່ວກອງທັບໃນໄລຍະໃໝ່ ເພື່ອພ້ອມກັນຕີລາຄາກ່ຽວກັບສະຖານະພາບ ຂອງຂະແໜງພະລາທິການກອງທັບ ໃນເງື່ອນໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ກົນໄກການຈັດຕັ້ງ ທີ່ຈະຊ່ວຍໃຫ້ວຽກງານພະລາທິການ ປັບປຸງສະຖານະພາບຂອງຕົນໃຫ້ດີຂຶ້ນ, ສຶກສາກ່ຽວກັບຮູບແບບອົງການຈັດຕັ້ງ ຂອງຂະແໜງພະລາທິການກອງທັບ ແລະ ຄວາມເປັນໄປໄດ້ ເພື່ອຍົກສູງຄຸນະພາບວຽກງານຮັບປະກັນພະລາທິການໃຫ້ແກ່ກອງທັບຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງຕິດພັນກັບການຍູ້ແຮງຂະບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ທົ່ວກອງທັບໃນໄລຍະໃໝ່. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ