ຫົວໜ້າການທະຫານ ວປກ ໂອ້ລົມພະນັກງານຫຼັກແຫຼ່ງ ກອງພົນທີ 5
ເວລາອອກຂ່າວ: 2026-07-17 11:37:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 927 | ຄວາມນິຍົມ: ![]()
ວັນທີ 15 ກໍລະກົດ 2026 ນີ້, ກອງພົນທີ 5 ໄດ້ຕ້ອນຮັບການມາເຮັດວຽກ ແລະ ພົບປະໂອ້ລົມ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ (ວປກ) ເນື່ອງໃນໂອກາດສົ່ງມອບພະນັກງານຄູ-ອາຈານ ຈາກ ວປກ ລົງກໍ່ສ້າງຮາກຖານ ຢູ່ກອງພົນທີ 5, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 5 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ປະລີນຍາເອກ ສົມພີນ ພົມມະຈັນ ຫົວໜ້າກົມພະລາທິການ- ເຕັກນິກ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ, ພາກສ່ວນຮັບຜິດຊອບດ້ານເນື້ອໃນຕົວຈິງ, ພາກສ່ວນຮັບຜິດຊອບພະລາທິການເຕັກນິກ, ວຽກງານຮັບປະກັນດ້ານຕ່າງໆ ແລະ ຄູ-ອາຈານ ລົງຮາກຖານ ຢູ່ກຳລັງຫຼວງ ແລະ ທ້ອງຖີ່ນ ປະຈຳປີ 2026 ແລະ ຜ່ານແຜນການ ນໍາສົ່ງຄູ-ອາຈານ ລົງຮາກຖານຕົວຈິງ ຂອງ ວປກ ປະຈຳປີ 2026 ເຊິ່ງລວມມີ 2 ສະຫາຍ ຄື: ສະຫາຍ ພັນໂທ ມອນສີ ຄຳພອນປະເສິດ ຮອງຫົວໜ້າຄະນະວິຊາຄູເຕັກນິກ ແລະ ສະຫາຍ ພັນໂທ ແສງອຸບົນ ເຫງົ້າສາວົງ ຮອງຫົວໜ້າພະແນກທິດສະດີກໍ່ສ້າງພັກ.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ໂອ້ລົມເນັ້ນໜັກໃຫ້ພ້ອມກັນເພີ່ມທະວີວຽກງານປຸກລະດົມ, ຊຸກຍູ້ວຽກງານການເມືອງແນວຄິດ ໃຫ້ເປັນປະຈຳ ໂດຍຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງຄະນະພັກກະຊວງປ້ອງກັນປະເທດ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃຫ້ສອດຄ່ອງກັບໜ້າວຽກຕົວຈິງ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ ແລະ ຈະແຈ້ງ ບົນພື້ນຖານຄວາມຖືກຕ້ອງ ແລະ ຍົກສຸງຄວາມສາມັກຄີອັນເປັນປືກແຜ່ນ. ພ້ອມທັງ, ເນັ້ນໜັກໃຫ້ບັນດາສະຫາຍທີ່ລົງຮາກຖານຢູ່ກອງພົນ ຈະຕ້ອງໄດ້ຂຸ້ນຂ້ຽວເກັບກ່ຽວປະສົບການໃນການຊີ້ນຳ-ນຳພາ, ການປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.
ໂດຍ: ໄຊຍະຄານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















